Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮອງຫົວໜ້າ ຫ້ອງວ່າການສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ

Posted on 07/09/202007/09/2020 By News No Comments on ຮອງຫົວໜ້າ ຫ້ອງວ່າການສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ

ວັນທີ 7 ກັນຍາ 2020 ທີ່ສຳນັກງານຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກພ້ອມຄະນະໄດ້ຕ້ອນຮັບ ທ່ານ ຄຳຜາ ພິມມະສອນ ກຳມະການປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະອະນຸກຳມະການເນື້ອໃນຂັ້ນສູນກາງຈາກຫ້ອງວ່າການສູນກາງພັກ ລົງເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ.

ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມລາຍງານໃຫ້ຮູ້ ໃນການລົງຊຸກຍູ້ຊີ້ນຳວຽກງານພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ດ້ານຂະບວນການ ແລະ ເນື້ອໃນ, ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກແຂວງ ຢູ່ບັນດາເມືອງໂດຍລວມ.

ໃນໂອກາດນີ້, ທ່ານ ຄຳຜາ ພິມມະສອນ ກ່າວວ່າ: ການລົງມາເຮັດວຽກໃນຕັ້ງນີ້, ແມ່ນລົງສົມທົບຮ່ວມກັບ ຄະນະຮັບຜິດຊອບ ຊີ້ນຳການກະກຽມ-ດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຈຳປາສັກສະໄໝທີ 8, ອະນຸກຳມະການເນື້ອໃນຂັ້ນແຂວງ ເພື່ອປຶກສາຫາລື ໃນການປັບປຸງດ້ານເນື້ອກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຈຳປາສັກ ຄັ້ງທີ 8 ທີ່ຄາດໜາຍວ່າຈະໄດ້ຈັດຂຶ້ນໃນເດືອນຕຸລາ 2020 ນີ້, ເພື່ອເຮັດໃຫ້ການປັບປຸງດ້ານເນື້ອໃນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກແຂວງ ເປັນການຈັດຕັ້ງປະຕິບັດຕົວຈິງເລີ່ມແຕ່ຮາກຖານຂຶ້ນມາ, ເຊິ່ງໄດ້ລົງເລີກ ຮ່າງແຜນພັດທະນາເສດຖະກິດ- ສັງຄົມຂອງແຂວງ 5 ປີຄັ້ງທີ 9 ແລະ ລົງເລີກ ບົດສຳຫລວດການນຳພາລວມ, ບັນດາບົດປິ່ນອ້ອມຕ່າງໆ.

ໃນໂອກາດມາເຄື່ອນໄຫວວຽກງານ ຢູ່ແຂວງຈຳປາສັກ ຄັ້ງນີ້, ຄະນະຍັງໄດ້ເດີນທາງໄປຕິດ ຕາມເບິ່ງການພັດທະນາເຂດເສດຖະກິດໃໝ່ສີທັນດອນ, ໂຄງການກໍ່ສ້າງໂຮງແຮມ ຢູ່ຣິສອດ ຄອນພະເພັງ ບ້ານທ່າຄໍ້ ເມືອງໂຂງ, ໂຄງການກໍ່ສ້າງເສັ້ນທາງເບຕົງອ້ອມດອນໂຂງ ໂດຍການຕ້ອນຮັບ ຂອງຄະນະບໍລິຫານບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ຕື່ມອີກ.


ຂ່າວ-ຮູບ: ທັດຊະນະ

ຂ່າວສານບ້ານເມືອງ

Post navigation

Previous Post: ກຳມະການ ຄະນະປະຈໍາສະພາແຫ່ງຊາດ ລົງເຮັດວຽກຢູ່ ກອງບັນຊາການທະຫານແຂວງບໍ່ແກ້ວ
Next Post: ເມືອງເລົ່າງາມຈັດສົ່ງ ສາວໄທ ກັບຄືນປະເທດ ຫຼັງມາລັກຢູ່ກິນກັບໜຸ່ມລາວແບບບໍ່ຖືກຕ້ອງ

Related Posts

ຂ່າວດ່ວນ! ລົດປີ້ນ ເສຍຊີວິດ ຫົວຂາດ 1 , ສາຫັດ 1 ທີ່ເມືອງທ່າພະບາດ ຂ່າວສານບ້ານເມືອງ
ສະຫວັນເຂດ ຍົກລະດັບ ອອກຄໍາສັ່ງເພີ່ມ, ຕ້ອງອ່ານ! ໃນນີ້ ຫ້າມຂາຍເຫຼົ້າເບຍ ພົບເຫັນປັບໃໝໜັກ ຂ່າວສານບ້ານເມືອງ
ເຫດເປົ້າໝາຍເສຍຊີວິດຕອນຍິງປະທະກັນແມ່ນຄົນຮ້າຍທີ່ກໍ່ເຫດປຸ້ນຊິງຊັບຫຼາຍຄັ້ງ ຂ່າວສານບ້ານເມືອງ
ນໍ້າໄຫຼນອງຖ້ວມເຂດບ້ານນໍ້າຍອນ ເມືອງຫ້ວຍຊາຍ ຂ່າວສານບ້ານເມືອງ
ການຜະລິດມັນຕົ້ນສົ່ງອອກຢູ່ແຂວງສາລະວັນ ຍັງຟົດຟື້ນ ພຽງ 9 ເດືອນ ປະຕິບັດໄດ້ 6 ແສນກວ່າໂຕນ ຂ່າວສານບ້ານເມືອງ
ໄທນັດເຈລະຈາລາວ ເພື່ອເປີດດ່ານຂົນສົ່ງສິນຄ້າ ສາລະວັນ-ອຸບົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme