Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກຳມະການ ຄະນະປະຈໍາສະພາແຫ່ງຊາດ ລົງເຮັດວຽກຢູ່ ກອງບັນຊາການທະຫານແຂວງບໍ່ແກ້ວ

Posted on 07/09/202007/09/2020 By News No Comments on ກຳມະການ ຄະນະປະຈໍາສະພາແຫ່ງຊາດ ລົງເຮັດວຽກຢູ່ ກອງບັນຊາການທະຫານແຂວງບໍ່ແກ້ວ

ໃນວັນທີ 2 ກັນຍາ 2020 ນີ້, ສະຫາຍ ພົນຈັດຕະວາ ຄຳສຸກ ວີອິນທະວົງ ກຳມະການຄະນະປະຈໍາສະພາແຫ່ງຊາດປະທານກຳມະການ ປກຊ-ປກສ ພ້ອມດ້ວຍຄະນະໄດ້ລົງເຮັດວຽກຢູ່ກອງບັນຊາການທະຫານແຂວງບໍ່ແກ້ວໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກ ສະຫາຍ ພັນເອກ ບຸນມີ ພາມີໄຊ ຮອງເລຂາຄະນະພັກຫົວໜ້າຫົວໜ້າການເມືອງກອງບັນຊານທະຫານແຂວງບໍ່ແກ້ວພ້ອມຄະນະ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.

ໂອກາດທີ່ລົງເຮັດວຽກໃນຄັ້ງນີ້, ສະຫາຍກໍໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ, ບັນດາສະພາບການລວມໄປເຖິງສິ່ງເອື້ອອຳນວຍ ແລະ ຄວາມຫຍຸ້ງຍາກຫຼາຍດ້ານທີ່ຈະຕ້ອງໄດ້ບຸກບືນຜ່ານຜ່າເພື່ອເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ.

ຈາກນັ້ນ, ພົນຈັດຕະວາ ຄຳສຸກ ວີອິນທະວົງ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ພ້ອມກັນເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ເປັນຂະບວນກວ້າງຂວາງ, ຕັ້ງໜ້າເຄື່ອນໄຫວກວດກາລາດຕະເວນ, ຊອກຄົ້ນ, ກຸ່ມຄົນບໍ່ຫວັງດີທີ່ເຄື່ອນໄຫວຢູ່ຕາມຊາຍແດນ, ຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂື້ນພາຍໃນສົງຄົມ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການເພື່ອເຮັດໃຫ້ທ້ອງຖິ່ນມີ ຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ,ພ້ອມນີ້ ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີບົດບາດເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ສ້າງຮາກຖານປະຊາຊົນໃຫ້ມີແນວຄິດຈົງຮັກພັກດີຕໍ່ປະເທດຊາດ.

ໃນໂອກາດນີ້, ພົນຈັດຕະວາ ຄຳສຸກ ວີອິນທະວົງ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຢູ່ກອງຮ້ອຍຊາຍແດນ 122ເຊິ່ງເປັນກົມກອງຮັບຜິດຊອບຂອບເຂດຊາຍແດນ ລາວ-ໄທ, ມຽນມາ, ແລະ ສະຫາຍຍັງໄດ້ມອບເຄື່ອງກິລາຈຳນວນ 15 ຊຸດ, ບານເຕະ 01 ໜ່ວຍ, ກະຕໍ້ຫວ້າຍ 01 ໜ່ວຍ ໃຫ້ກອງຮ້ອຍດັ່ງກ່າວ ເພື່ອໝູນໃຊ້ເຂົ້າໃນການສ້າງຂະບວນການຕ່າງໆຂອງກົມກອງ

ໂດຍ: ສົມໄຊ ສີລາຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງປາກທາໄດ້ມີພິທີ ປະກາດການເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ທີ່ມີຜົນງານດີເດັ່ນຄົບຕາມມາດຖານເງື່ອນໄຂ
Next Post: ຮອງຫົວໜ້າ ຫ້ອງວ່າການສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ

Related Posts

ສປປ ລາວ ກະກຽມຊື້ອຸປະກອນການແພດເພີ່ມເພື່ອຮັບໃຊ້ວຽກງານຕ້ານພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ເກີດເຫດ! ລົດໃຫຍ່ຕໍາລົດຈັກ ແລ້ວລົບໝີ ຂ່າວສານບ້ານເມືອງ
ເມືອງທ່າແຕງ ຕິດຕັ້ງປ້າຍບອກຂອບເຂດປ່າສະຫງວນບ້ານຫົວເຊໂດນ ແລະ ບ້ານໜອງກັນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 889ຄົນ ຂ່າວສານບ້ານເມືອງ
ກະຊວງ ອຄ ປະກາດການແຕ່ງຕັ້ງ-ຍົກຍ້າຍ ພະນັກງານນຳພາຄຸ້ມຄອງຫຼາຍຕຳແໜ່ງ ຂ່າວສານບ້ານເມືອງ
ໜີບໍ່ລອດ… ຈອດລົດຖິ້ມຢາບ້າ 2.000 ເມັດ ໄວ້ແຄມທາງແລ້ວຫຼົບໜີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme