Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງປາກທາໄດ້ມີພິທີ ປະກາດການເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ທີ່ມີຜົນງານດີເດັ່ນຄົບຕາມມາດຖານເງື່ອນໄຂ

Posted on 07/09/202007/09/2020 By News No Comments on ເມືອງປາກທາໄດ້ມີພິທີ ປະກາດການເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ທີ່ມີຜົນງານດີເດັ່ນຄົບຕາມມາດຖານເງື່ອນໄຂ

ໃນວັນທີ 04 ກັນຍາ 2020 ຢູ່ທີ່ກອງບັນຊາການ ປກສ ເມືອງປາກທາໄດ້ມີພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ມີຜົນງານດີເດັ່ນຄົບຕາມມາດຖານເງື່ອນໄຂ.

ໂດຍການເປັນປະທານຂອງທ່ານ ພັທ ຈັນພອນເພັດ ຄໍາສີ ຄະນະພັກຮອງກອງບັນຊາການ ປກສ ແຂວງ ບໍ່ແກ້ວມີ ທ່ານ ພັທ ບຸນສີ ທອງສະໄຫວກໍາມະການພັກເມືອງເລຂາຄະນະພັກຫົວໜ້າກອງບັນຊາການ ປກສ ເມືອງປາກທາ ຫົວໜ້າພະແນກຮອງພະແນກ ແລະ ພະນັກງານອ້ອມຂ້າງເຂົ້າຮ່ວມ

ໃນພິທີ ທ່ານພັທ ວຽງໄຊ ພົງສຸວັນ ຮອງຫ້ອງການເມືອງ ປກສ ແຂວງບໍ່ແກ້ວ ກໍ່ໄດ້ຂຶ້ນຜ່ານ ຂໍຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ແຂວງບໍ່ແກ້ວ ສະບັບເລກທີ 1606 /ປກສ ນະຄອນຫຼວງວຽງຈັນ, ລົງວັນທີ 14 ສິງຫາ 2020 ອີງຕາມ: ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 306/ນຍ ລົງວັນທີ 19 ກັນຍາ 2018

ເພື່ອປະຕິບັດນະໂຍບາຍຂອງພັກ-ລັດທີ່ມີຕໍ່ນາຍຕໍາຫຼວດຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຕະຖານເງື່ອນໄຂຂອງການເລື່ອນຊັ້ນທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.

ໃນນີ້ເລື່ອນຊັ້ນ ພັຕ ຂຶ້ນເປັນ ພັທ 1 ສະຫາຍ, ຮຕ ຂຶ້ນເປັນ ຮທ 3 ສະຫາຍ, ວາທີຮ້ອຍຕີ ຂຶ້ນເປັນ ຮ້ອຍຕີ 1 ສະຫາຍ ໃນທ້າຍພິທີ ທ່ານ ພັທ ຈັນພອນເພັດ ຄໍາສີ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍ ຍາດມາໄດ້ ແລະ ຍັງໄດ້ເນັ້ນໜັກໃຫ້ຜູ່ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ຈົ່ງເພີ່ມທະວີສຶກສາອົບຮົບການເມືອງ-ນໍາພາແນວຄິດເປັນກົກ, ມີຄວາມບຸກບືນຂະຫຍັນໝັ່ນພຽນ, ມານະອົດທົນ, ຊື່ສັດສຸດຈະລິດ, ມີຄຸນສົມບັດສິນທໍາປະຕິວັດ, ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ.

ຂ່າວສານບ້ານເມືອງ

Post navigation

Previous Post: ຮສສ ມອບເຄື່ອງຊ່ວຍເຫລືອໃຫ້ບ້ານຊ່ວຍເຫຼືອເດັກນ້ອຍ SOS ແຂວງຫລວງພະບາງ
Next Post: ກຳມະການ ຄະນະປະຈໍາສະພາແຫ່ງຊາດ ລົງເຮັດວຽກຢູ່ ກອງບັນຊາການທະຫານແຂວງບໍ່ແກ້ວ

Related Posts

ຈັບຄົນຮ້າຍໄດ້ 1 ເຫດປຸ້ນທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ອັບຂຶ້ນຢູທູບ 100 ກວ່າວັນ ສ້າງສະຖິຕິ 100 ລ້ານກວ່າວິວ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 889ຄົນ ຂ່າວສານບ້ານເມືອງ
ເຈົ້າເມືອງປະທຸມພອນ ລົງຕິດຕາມຜົນກະທົບຈາກລົມພາຍຸພັດເຮືອນ ປະຊາຊົນ ກຸ່ມສະໜິງ ແລະ ກຸ່ມພະໂພ ຂ່າວສານບ້ານເມືອງ
ສື່ມວນຊົນ ຕ້ອງເຮັດໜ້າທີ່ຕາມຫຼັກຈັນຍາບັນ ຂ່າວສານບ້ານເມືອງ
ເອົາແຕ່ເຊົ້າກະບະຕໍາຮ້ານແຄມທາງເສຍຫາຍໜັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme