Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮສສ ມອບເຄື່ອງຊ່ວຍເຫລືອໃຫ້ບ້ານຊ່ວຍເຫຼືອເດັກນ້ອຍ SOS ແຂວງຫລວງພະບາງ

Posted on 07/09/202007/09/2020 By All in LAOS No Comments on ຮສສ ມອບເຄື່ອງຊ່ວຍເຫລືອໃຫ້ບ້ານຊ່ວຍເຫຼືອເດັກນ້ອຍ SOS ແຂວງຫລວງພະບາງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມອບເຄື່ອງຊ່ວຍເຫລືອໃຫ້ ບ້ານຊ່ວຍເຫຼືອເດັກນ້ອຍ SOS ແຂວງຫລວງພະບາງ


ວັນທີ 3 ກັນຍາ 2020, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ.

ໃນໂອກາດນີ້ ທ່ານ ນາງ ດາວວອນ ພະຜົນໄຊ ຜູ້ອໍາ ນວຍການບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາວຽກ ງານຂອງບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ ວ່າ: ໃນ 6 ເດືອນຕົ້ນປີຜ່ານມາ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກ ງານຕາມພາລະບົດບາດສອດຄ່ອງກັບສົນທິສັນຍາຂອງອົງການສະຫະປະຊາຊາດ ວ່າດ້ວຍສິດທິເດັກ, ວຽກງານລ້ຽງດູ ແລະພັດທະນາເດັກໃນຄອບຄົວ

ໄດ້ຖືເອົາ 3 ໜ້າທີ່ຫຼັກຂອງແມ່ຄື: ໃຫ້ການລ້ຽງດູທາງດ້ານຮ່າງກາຍ ແລະຄວາມອົບອຸ່ນທາງດ້ານຈິດໃຈ, ໃຫ້ການສຶກສາອົບຮົມລ້ຽງ ດູພາຍໃນຄອບຄົວ, ການດູແລທາງດ້ານສຸຂະພາບຮ່າງ ກາຍ ແລະຈິດໃຈ. ມາຮອດປະຈຸບັນມີເດັກ ຢູ່ໃນການເບີີ່ງແຍງທັງໝົດ 170 ຄົນ, ຍິງ 75 ຄົນ.

ໃນນັ້ນ, ຢູ່ໃນບ້ານຊ່ວຍເຫຼືອເດັກນ້ອຍ SOS ມີ 100 ຄົນ, ຍິງ 56 ຄົນ ແລະຢູ່ນອກຈໍານວນ 70 ຄົນ, ຍິງ 37 ຄົນ ໃນໄລຍະເກີດມີສະພາບການລະບາດຂອງພະຍາດໂຄວິດ 19, ມີຊາວໜຸ່ມ-ເຍົາວະຊົນ ທີ່ໄດ້ຮັບຜົນກະທົບຈຳນວນໜື່ງ ເຊີ່ງໂຄງການໄດ້ມອບເງີນຊ່ວຍເຫຼືອ ໃຫ້ຊາວໜຸ່ມ-ເຍົາວະຊົນ ທີ່ຕົກງານຈໍານວນ 16 ຄົນ ເປັນເງີນ 72.600.000 ກິບ.

ທ່ານ ຄໍາແພງ ໄຊສົມແພງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມດູແລເດັກ ໃຫ້ສຸຂະພາບແຂງແຮງ ແລະເຕີບໃຫຍ່ ທາງດ້ານປະ ລິມານ ແລະຄຸນນະພາບ, ທັງມີຄວາມຮູ້ ຄວາມສາມາດ, ມີວຽກເຮັດງານທຳທີໝັ້ນຄົງ ສາມາດຊ່ວຍເຫຼືອສັງຄົມໄດ້. ພ້ອມນີ້ ທ່ານໄດ້ເນັ້ນໃຫ້ສືບຕໍ່ເປັນເຈົ້າການສຶກສາອົບຮົມເດັກຢູ່ພາຍໃນຄວາມຮັບຜິດຊອບຕົນໃຫ້ກາຍເປັນຄົນດີ, ມີຄວາມຮູ້ ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃນອານາຄົດ ໃຫ້ມີຄວາມຮຸ່ງເຮືອງ.

ໃນໂອກາດການມາຢ້ຽມຢາມຄັ້ງນີ້, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ນໍາເອົາອຸປະກອນການຮຽນ-ການສອນ, ອຸປະກອນປ້ອງກັນພະຍາດໂຄວິດ 19, ເສື໊ອຜ້າຈໍານວນ ແລະເງີນສົດ ລວມມູນຄ່າທັງໝົດ 22.000.000 ກີບ ມອບໃຫ້ແກ່ບ້ານຊ່ວຍເຫຼືອເດັກນ້ອຍ SOS ແຂວງຫລວງພະບາງ ເພື່ອນໍາໃຊ້ ເຂົ້າໃນວຽກງານການຮຽນ-ການສອນເດັກທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນໃຫ້ນັບມື້ດີຂຶ້ນກ່ວາເກົ່າ.

ລາຍງານໂດຍ: ແຫຼ້ ສຸລີນພອນ

ຂ່າວສານບ້ານເມືອງ

Post navigation

Previous Post: ຖວທ ແຂວງສະຫວັນນະເຂດ ປະດັບຫຼຽນໃຫ້ກົມກອງ ແລະ ບຸກຄົນດີເດັ່ນໃນບັ້ນປີທ່ອງທ່ຽວລາວ ປີ 2018
Next Post: ເມືອງປາກທາໄດ້ມີພິທີ ປະກາດການເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ທີ່ມີຜົນງານດີເດັ່ນຄົບຕາມມາດຖານເງື່ອນໄຂ

Related Posts

ຫວັງຢາກສະບາຍ ສຸດທ້າຍຖືກກັກຕົວ ຂ່າວສານບ້ານເມືອງ
ມອບເງິນນະໂຍບາຍອຸດໜູນ ເ ສ ຍ ຊີ ວິ ດ ປ າ ງ ສົ ງ ຄ າ ມ-ອຸດໜູນເທື່ອດຽວປະຈຳງວດ II ປີ 2021 ຂ່າວສານບ້ານເມືອງ
ປອມເຟສບຸກຄົນອື່ນ ຕົວະເອົາເງິນ ຖືກຈັບເຂົ້າຄຸກ ຂ່າວສານບ້ານເມືອງ
ກົມທະຫານຊາຍແດນ ມອບເຮືອ 5 ລໍາ ໃຫ້ທະຫານ ນວ ຂ່າວສານບ້ານເມືອງ
ຂໍສະແດງຄວາມຍິນດີກັບ! ນາງ​ສາວ​ລາວ 2020 ຈິ້ນ​ນີ້ ບຸນພະສອນ ບຸດດາລາ ML4ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ກອງປະຊູມວີດີໂອທາງໄກ ປຶກສາຫາລືແລກປ່ຽນທັດສະນະຂອງຜູ້ປະກອບການ ລາວ-ໄທ ໃນການສົ່ງເສີມມາດຕະຖານຂົນສົ່ງສີນຄ້າທາງບົກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme