Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຖວທ ແຂວງສະຫວັນນະເຂດ ປະດັບຫຼຽນໃຫ້ກົມກອງ ແລະ ບຸກຄົນດີເດັ່ນໃນບັ້ນປີທ່ອງທ່ຽວລາວ ປີ 2018

Posted on 07/09/202007/09/2020 By News No Comments on ຖວທ ແຂວງສະຫວັນນະເຂດ ປະດັບຫຼຽນໃຫ້ກົມກອງ ແລະ ບຸກຄົນດີເດັ່ນໃນບັ້ນປີທ່ອງທ່ຽວລາວ ປີ 2018

ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານຂອງບັນດາກົມກອງລວມໝູ່ ແລະບຸກຄົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວວຽກງານດ້ານຕ່າງໆໃນປີທ່ອງທ່ຽວລາວ 2018 ຜ່ານມາ, ສະນັ້ນ ມາໃນຕອນ ເຊົ້າວັນທີ 3 ກັນຍາ 2020 ທີ່ ຫ້ອງ ປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງສະຫວັນນະເຂດ ໄດ້ຈັດພິທີຍ້ອງຍໍຜົນງານກົມກອງ ແລະ ບຸກຄົນດີເດັ່ນໃນການເຄື່ອນໄຫວປີທ່ອງທ່ຽວລາວ 2018 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງທະວີສອນ ເທບພະຈັນຄະນະປະຈຳພັກແຂວງ, ທ່ານ ນາງ ດາວວອນ ໄຊສຸລຽນ ກຳມະການ ພັກແຂວງຫົວໜ້າພະແນກ ຖວທ ແຂວງ ພ້ອມຄະນະພະ ແນກ, ມີບັນດາຂະແໜງການ, ກອງວິຊາການ, ພະນັກງານ-ລັດຖະກອນພາຍ ໃນພະແນກ, ແຂກຖືກເຊີນ ຕະຫຼອດເຖິງບັນ ດາສິລະປິນ ແລະພາກສ່ວນ ຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າພະແນກ ຖວທ ແຂວງ ກໍ່ໄດ້ກ່າວລາຍງານໃຫ້ຮູ້ໂດຍສັງເຂບກ່ຽວກັບສະພາບການຂອງວຽກງານການທ່ອງທ່ຽວພາຍໃນແຂວງ, ຜົນສຳເລັດໃນການຈັດຕັ້ງເຄື່ອນໄຫວໃນປີທ່ອງ ທ່ຽວລາວ 2018 ຕະຫຼອດ ເຖິງບັນຫາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງວຽກງານການທ່ອງທ່ຽວທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.

ຈາກນັ້ນ, ໃນພິທີ ກໍ່ໄດ້ມີການປະດັບຫຼຽນໃຫ້ກັບກົມກອງ ແລະບຸກຄົນທີ່ມີຜົນງານພົ້ນເດັ່ນໃນການປະກອບສ່ວນເຂົ້າໃນບັ້ນປີທ່ອງທ່ຽວລາວ 2018, ໃນນີ້ໄດ້ມີການປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 9 ກົມກອງຊຶ່ງປະກອບມີ: ພະແນກ ຖວທ ແຂວງ, ຂະແໜງທ່ອງທ່ຽວ, ສະຖານີໂທລະພາບ, ສະຖານີວິທະຍຸກະຈາຍສຽງ, ໜັງສືພິມສະຫວັນພັດທະນາ, ຂະແໜງວັດທະນະທຳ, ສູນຝຶກອົບຮົມສື່ມວນຊົນ, ວັດທະນະທຳ ແລະທ່ອງທ່ຽວ, ຫໍພິພິທະພັນ ແລະ ສູນວັດທະນະທຳເດັກ ແລະປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ບຸກຄົນ ດີເດັ່ນຈຳນວນ 26 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ 26 ທ່ານ ແລະຫຼຽນ ກາແຮງງານອີກຈຳນວນ 9 ທ່ານ ຊຶ່ງໃຫ້ກຽດປະດັບຫຼຽນ ໃນຄັ້ງນີ້ຂອງທ່ານ ວຽງ ທະວີ ສອນ ເທບພະຈັນ ຄະນະປະຈຳ ພັກແຂວງ.

ພ້ອມນັ້ນ, ກໍ່ໄດ້ມີການມອບໃບຍ້ອງຍໍລັດຖະ ບານໃຫ້ 23 ທ່ານ ໂດຍແມ່ນ ທ່ານ ນາງ ດາວວອນ ໄຊສຸ ລຽນໃຫ້ກຽດມອບ ແລະຍັງ ໄດ້ ມອບໃບຍ້ອງຍໍຂອງທ່ານເຈົ້າ ແຂວງສະຫວັນນະເຂດໃຫ້ອີກ ຈຳນວນ 69 ທ່ານ ຊຶ່ງມອບ ໂດຍທ່ານ ປອ ໂພໄຊ ສິດທິຊົນ ຮອງຫົວໜ້າພະແນກ ຖວທ ແຂວງ.

ໂອກາດນີ້, ທ່ານ ວຽງ ທະວີສອນ ເທບພະຈັນ ກໍ່ຍັງໄດ້ໃຫ້ກຽດໂອ້ລົມ ແລະໃຫ້ ທິດຊີ້ນຳທີ່ເປັນປະໂຫຍດໃນການເຄື່ອນໄຫວວຽກງານຂອງພະແນກ ຖວທ ແຂວງ ໂດຍສະເພາະແມ່ນກ່ຽວກັບການປັບປຸງ ແລະ ພັດທະນາວຽກງານການທ່ອງທ່ຽວພາຍໃນແຂວງພ້ອມດຽວກັນນີ້, ກໍ່ໃຫ້ພ້ອມກັນສ້າງຂະບວນ ການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX ທີ່ຈະໄຂຂຶ້ນໃນທ້າຍປີນີ້ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ລົດເສຍຫຼັກຕໍາເສົາໄຟຟ້າກາງເດິກເຈັບຫົກຄົນທີ່ ນະຄອນ ໄກສອນ ພົມວິຫານ
Next Post: ຮສສ ມອບເຄື່ອງຊ່ວຍເຫລືອໃຫ້ບ້ານຊ່ວຍເຫຼືອເດັກນ້ອຍ SOS ແຂວງຫລວງພະບາງ

Related Posts

ເປັນຕາຢ້ານ! ລາຍງານວັນທີ 31/1/2020 ໄວຣັດໂຄໂຣນາ ຂ້າ 213 ຄົນແລ້ວ! ຂ່າວສານບ້ານເມືອງ
ຮອງຫົວໜ້າພະແນກ ຮສສ ລົງຊຸກຍູ້ວຽກງານເກັບກູ້ລະເບີດຢູ່ພາກສະໝາມ ຂ່າວສານບ້ານເມືອງ
ມອບຄືນ ນໍ້າພຸ ຊຽງຍືນ ໃຫ້ລັດຖະບານຄຸ້ມຄອງ ແລະ ໃຫ້ເປັນສວນສາທາລະນະດັ່ງເກົ່າ ຂ່າວສານບ້ານເມືອງ
ເປີດທາມລາຍ! ຜູ້ທີ່ຕິດເຊື້ອຢູ່ແຂວງວຽງຈັນ ມື້ນີ້​ 1 ຄົນ ຂ່າວສານບ້ານເມືອງ
ຊົມເຊີຍ! ອ້າຍນ້ອງໄຟຟ້າ ນະຄອນຫຼວງ ລຸຍໜັກ ກູ້ໄພເສົາໄຟລົ້ມ ທີ່ເມືອງຫາດຊາຍຟອງ ຂ້ອນພາຍຸລະດູຮ້ອນ ຂ່າວສານບ້ານເມືອງ
ປິດ​ໂຄງ​ການ​ຄຸ້ມ​ຄອງ​ການ​ປະ​ມົງ​ຊຸ​ມ​ຊົນ​ແບບ​ມີ​ສ່ວນ​ຮ່ວມ​ສາຍ​ນ້ຳ​ເຊບັ້ງ​ຫຽງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme