Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົດເສຍຫຼັກຕໍາເສົາໄຟຟ້າກາງເດິກເຈັບຫົກຄົນທີ່ ນະຄອນ ໄກສອນ ພົມວິຫານ

Posted on 07/09/202007/09/2020 By All in LAOS No Comments on ລົດເສຍຫຼັກຕໍາເສົາໄຟຟ້າກາງເດິກເຈັບຫົກຄົນທີ່ ນະຄອນ ໄກສອນ ພົມວິຫານ

ສະຫວັນນະເຂດ ລາຍງານຈາກ 1629 ໃຫ້ຮູ້ວ່າ ໃນວັນທີ 9 ກັນຍາ 2020 ເວລາ 01:00 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດລົດໃຫຍ່ຕຳເສົາໄຟຟ້າ, ຈຸດເກີດເຫດ ແມ່ນທີ່ເຂດບ້ານຈອມແກ້ວ, ນະຄອນ ໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ.

ໃນຈຸດເກີດເຫດ ພົບເຫັນ ລົດຟໍຈູນເນີ ສີປອນ ທະບຽນ ກຳແພງນະຄອນ ກຈ 8010 ຕໍາເສົາໄຟຟ້າ. ມີຜູ້ບາດເຈັບ 6 ຄົນເປັນເພດຍິງ 3 ຄົນ ແລະ ເພດຊາຍ 3 ຄົນ ມີອາການດັ່ງນີ້:

  • ຄົນເຈັບຜູ່ທີ 1: ເພດຍິງມີອາການແຫນ້ນຫນ້າເອິກແລະເຈັບແຂນຊ້າຍ
  • ຄົນເຈັບຜູ່ທີ 2:ເພດຍິງມີອາການແຂນຂະຫລຸ້ຍເບື້ອງຂວາ
  • ຄົນເຈັບຜູ່ທີ 3:ເພດຊາຍມີອາການຫົວແຕກ ໄດ້ປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍແຂວງສະຫວັນນະເຂດ, ສ່ວນອີກ 3 ຄົນບໍ່ປະສົງໄປໂຮງຫມໍ

ສະພາບລົດແມ່ນເພເສຍຫາຍດ້ານໜ້າສົມຄວນ, ເສົ້າໄຟຟ້າແມ່ນເນິ້ງ. ເຕືອນໄພທຸກຄົນ ໃຫ້ລະມັດລະວັງໃນການຂັບຂີ່, ເມົາບໍ່ຂັບ, ນັບຖືກົດຈາລະຈອນ.

ລາຍງານໂດຍ: ໜ່ວຍກູ້ໄພ ແຂວງສະຫວັນນະເຂດ 1629

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ ສາຍດ່ວນ (041) 1629 ໂທຟຮີທຸກເຄື່ອຂ່າຍ, ສາຍຕົງ : 020 28285454. ຮັບໃຊ້ຕະຫຼອດ 24 ຊົ່ວໂມງ : ໜ່ວຍກູ້ໄພ ສະຫວັນນະເຂດ

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ,ຫີບສົບ ໂລງສົບ, ຜ້າຂາວ, ຜ້າຍາງມ້ຽນສົບຜູ້ເສຍຊີວິດ,ອຸປະກອນການແພດຕ່າງໆ, ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ.

ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການກູ້ໄພ ສະຫວັນນະເຂດ, ສະຖານທີ່ ບ້ານ ສອນໄຊ, ນະຄອນ ໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ. ຕິດຕໍ່ສອບຖາມ:020 28285454

ຂ່າວສານບ້ານເມືອງ

Post navigation

Previous Post: ລາວທ່ຽວລາວ ພາໄປຮອດເມືອງນາກາຍ
Next Post: ຖວທ ແຂວງສະຫວັນນະເຂດ ປະດັບຫຼຽນໃຫ້ກົມກອງ ແລະ ບຸກຄົນດີເດັ່ນໃນບັ້ນປີທ່ອງທ່ຽວລາວ ປີ 2018

Related Posts

ກອງທັບ ລາວ-ຣັດເຊຍ ສຳເລັດການຮ່ວມມືວຽກງານ ກວດກູ້ ແລະ ທໍາລາຍ ລ ະ ເ ບີ ດ ບໍ່ ທັ ນ ແຕ ກ ເພື່ອມະນຸດສະທຳ ຂ່າວສານບ້ານເມືອງ
ເມືອງປາກທາ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 05 ແຂວງບໍ່ແກ້ວ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 304ຄົນ ຂ່າວສານບ້ານເມືອງ
ນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບທະນາຄານ ຂ່າວສານບ້ານເມືອງ
ຄົນຮ້າຍກໍ່ເຫດຍຶດເອົາລົດແລະປືນ ອາລະວາດທີ່ເມືອງນານ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme