Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄຟໄໝ້ລົດໃຫຍ່ 2 ຄັນ ເສຍຫາຍເຂດບ້ານໂພນພະເນົາ

Posted on 06/09/202006/09/2020 By All in LAOS No Comments on ໄຟໄໝ້ລົດໃຫຍ່ 2 ຄັນ ເສຍຫາຍເຂດບ້ານໂພນພະເນົາ

ນະຄອນຫຼວງວຽງຈັນ: ລາຍງານຈາກ 1623 ວັນທີ 6/9/2020 ເວລາ 00:11 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄໝ້ລົດໃຫຍ່ ຈຳນວນ 2 ຄັນ ຈຸດເກີດເຫດ ບ້ານ ໂພນພະເນົາ ເມືອງໄຊເຊດຖາ ແຂວງນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກໄຫມ້ລົດໃຫຍ່ 2 ຄັນ. ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ໃຊ້ເວລາປະມານ 10 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.

ໝາຍເຫດ: ສ່ວນຄວາມເສຍຫາຍແມ່ນໄຫມ້ລົດກະບະ 2 ຄັນ ແລະ ສາເຫດອັກຄີໄພໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດ ມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ໂທ 1623

.

.

.

.

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ນະຄອນຫຼວງວຽງຈັນ ສຶກສາອົບຮົມກຸ່ມແກ້ງຂີ່ລົດກວນເມືອງ 41 ຄົນ
Next Post: ນະຄອນຫລວງວຽງຈັນ ເລັ່ງແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງ

Related Posts

ຜົນສຳເລັດການພິຈາລະນາວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຂ່າວສານບ້ານເມືອງ
ລັດຖະບານ ຈະເລັ່ງແກ້ໄຂ ອາສາສະໝັກທີ່ລໍຖ້າ ບັນຈຸເປັນລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ ຂ່າວສານບ້ານເມືອງ
ເມືອງໄຊຍະບູລີເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍປະຈຳປີ2021 ຂ່າວສານບ້ານເມືອງ
ຖືກຈັບຄາດ່ານ ພ້ອມຢາໄອສ໌ 10 ກິໂລກຼາມ ຂ່າວສານບ້ານເມືອງ
ສູນກັກກັນແຮງງານຜູ້ມີຄວາມສ່ຽງຈາກການຕິດເຊື້ອພະຍາດໂຄວິດແຂວງບໍ່ແກ້ວ ມີຕຽງນອນແລ້ວ ຂ່າວສານບ້ານເມືອງ
ຄົ້ນຫາຄົນຈົມນໍ້າສູນຫາຍເຂດບ້ານນາໄຫ 1 ຄືນ 1 ມື້ຈິ່ງພົບ ໂດຍ 1623 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme