Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ນະຄອນຫຼວງວຽງຈັນ ສຶກສາອົບຮົມກຸ່ມແກ້ງຂີ່ລົດກວນເມືອງ 41 ຄົນ

Posted on 06/09/202006/09/2020 By All in LAOS No Comments on ປກສ ນະຄອນຫຼວງວຽງຈັນ ສຶກສາອົບຮົມກຸ່ມແກ້ງຂີ່ລົດກວນເມືອງ 41 ຄົນ

ນະຄອນຫຼວງວຽງຈັນ: ໃນຕອນເຊົ້າຂອງວັນທີ 04 ກັນຍາ 2020, ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ສຶກສາອົບຮົມກ່າວເຕືອນ ກຸ່ມແກ້ງຂີ່ລົດກວນເມືອງ, ດັດແປງສະພາບເຕັກນີກລົດ ( ໃສ່ທໍ່ທີ່ມີສຽງດັງ, ໃສ່ຢາງນ້ອຍ ), ທ່ຽວເດີກ ແລະ ມົ້ວສຸມເສບຢາເສບຕິດຈໍານວນ 41 ຄົນ

ການສຶກສາອົບຮົມຄັ້ງນີ້ ເພື່ອໃຫ້ປ່ຽນແປງແນວຄິດ ແລະ ພຶດຕິກໍາບໍ່ໃຫ້ເຄື່ອນໄຫວກໍ່ຄວາມບໍ່ສະຫງົບຢູ່ໃນສັງຄົມກໍ່ຄື ນວ ແຕ່ລະຄົນໄດ້ຮັບຮູ້ເຖີງຜົນຮ້າຍ ແລະ ໄພອັນຕະລາຍ ທີ່ຂັດຕໍ່ລະບຽບກົດໝາຍ ແຫ່ງ ສປປ ລາວ.

ພ້ອມທັງເຮັດບົດບັນທຶກກ່າວເຕືອນ ແລະ ມອບໃຫ້ຜູ້ປົກຄອງນໍາໄປສຶກສາອົບຮົມຕື່ມອີກ; ເຊິ່ງພິທີສຶກສາອົບຮົມແມ່ນຈັດຂຶ້ນ ໂດຍການເປັນປະທານ ຂອງ ພັທ ບຸນຖົມ ແກ້ວມະນີວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນວ, ມີຕາງໜ້າຈາກຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ, ເມືອງ ຈັນທະບູລີ, ເມືອງສີສັດຕະນາກ ແລະ ເມືອງສີໂຄດຕະບອງ , ມີພະນັກງານນັກງານ-ນັກຮົບ ພ້ອມດ້ວຍພໍ່ແມ່ຜູ້ປົກຄອງຜູ້ລະເມີດເຂົ້າຮ່ວມ.

ໃນພິທີ ພັທ ພອນທິບ ພັນທະວົງ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໃຫ້ຮູ້ວ່າ: ກຸ່ມແກ້ງທີ່ນໍາມາສຶກສາອົບຮົມຄັ້ງນີ້ ໃນເບື້ອງຕົ້ນແມ່ນໄດ້ຮັບແຈ້ງຈາກພົນລະເມືອງດີໃນວັນທີ 26 ສິງຫາ 2020 ວ່າ: ໃນຕອນເດີກຂອງວັນທີ 28 ສິງຫາ 2020 ຈະມີການເຕົ້າໂຮມກຸ່ມແກ້ງຂີ່ລົດກວນເມືອງຢູ່ເສັ້ນທາງລ້ານຊ້າງ, ໄຟອໍານາດໄອໂມບາຍ, ໄຟອໍານາດຕະຫຼາດເຊົ້າມໍ, ໄຟອໍານາດຫໍຄໍາ ເພື່ອແຂ່ງລົດກັນ.

ດັ່ງນັ້ນ, ວັນທີ 29 ສີງຫາ ເວລາ 02: 30 ໂມງ ກອງພັນປ້ອງກັນເຄື່ອນທີ່ ປກສ ນວ, ຈຶ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະອອກເຄື່ອນໄຫວເພື່ອສະກັດກັ້ນ ແລະ ແກ້ໄຂກຸ່ມແກ້ງດັ່ງກ່າວ.

ຜ່ານການລົງເຄື່ອນໄຫວຕົວຈິງສາມາດກັກຕົວກຸ່ມແກ້ງຂີ່ລົດກວນເມືອງ, ດັດແປງສະພາບເຕັກນິກລົດ ( ໃສ່ທໍ່ທີ່ມີສຽງດັງ, ໃສ່ຢາງນ້ອຍ ), ທ່ຽວເດິກ ແລະ ມົ້ວສຸມເສບຢາເສບຕິດໄດ້ທັງໝົດ 41 ຄົນຍິງ 5 ຄົນ;

ໃນນັ້ນ ກຸ່ມແກ້ງຂີ່ລົດກວນເມືອງມີ 33 ຄົນ, ທ່ຽວເດິກ 7 ຄົນ ແລະ ມົ້ວສຸມເສບຢາເສບຕິດມີ 1 ຄົນ.

ພາບແລະຂ່າວ: ປກສ ນະຄອນຫຼວງວຽງຈັນ

.

.

.

.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ຮອງເຈົ້າເມືອງວິລະບູລີ ລົງມອບລໍ້ໃຫ້ຄົນພິການ
Next Post: ໄຟໄໝ້ລົດໃຫຍ່ 2 ຄັນ ເສຍຫາຍເຂດບ້ານໂພນພະເນົາ

Related Posts

ໄຊຍະບູລີແຈ້ງການດ່ວນ! ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ອ່າງນໍ້າງຶ່ມປີນີ້ ຍັງສາມາດຮອງຮັບປະລິມານນໍ້າໄດ້ຫຼາຍ ຂ່າວສານບ້ານເມືອງ
ກະຊວງສຶກສາແຈ້ງການອະນຸຍາດໃຫ້ເປີດການຮຽນການສອນໄດ້ ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນເທົ່ານັ້ນ ຂ່າວສານບ້ານເມືອງ
ຈຸດຂົວຫ້ວຍເດື່ອໃກ້ຊິຮອດຈຸດສຸມເມືອງວັງ ທາງຂາດແລ້ວ ຂ່າວສານບ້ານເມືອງ
ເກີດເຫດ! ແຜ່ນດິນໄຫວໃນຄ່ຳຄືນຂອງວັນທີ 17 ພຶດສະພາ 2021 ຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຣີກເຕີ ຂ່າວສານບ້ານເມືອງ
ໄຂກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກກະຊວງສຶກສາທິການ ແລະກິລາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme