Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດ່ວນ ບ້ານໜອງພະຍາຖອນຄຳຮ້ອງຟ້ອງ ພຣະອາຈາຣຍ໌ ສົມປອງ

Posted on 05/09/202005/09/2020 By All in LAOS No Comments on ດ່ວນ ບ້ານໜອງພະຍາຖອນຄຳຮ້ອງຟ້ອງ ພຣະອາຈາຣຍ໌ ສົມປອງ

ນະຄອນຫຼວງວຽງຈັນ: ອັບເດດຫຼ້າສຸດ ບັນຫາ ວັດຍ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຜູ້ເປັນນ້ອງຊາຍ ແລະ ນ້ອງສາວ ຂອງແມ່ໃຫຍ່ ຈັນທະພອນ ສີຫາລາດ ສາລະພາບວ່າໂຕເອງຖືກກຸ່ມຄົນທີ່ບໍ່ຫວັງດີຕໍ່ ອາຈາຣຍ໌ ສົມປອງ ສ້າງເລື່ອງໃສ່ຮ້າຍປ້າຍສີຂຶ້ນມາເອງ

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ສືບເນື່ອງມາຈາກກໍລະນີ ປິດປະຕູວັດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ,ໃນເຊົ້າວັນເຂົ້າສະຫຼາກ 2 ກັນຍາ 2020, ທີ່ເປັນປະເດັນຮ້ອນ ວິພາກວິຈານກັນທົ່ວສັງຄົມ. ຈາກຂໍ້ມູນທີ່ໄດ້ມາ ການປິດປະຕູວັດຄັ້ງນີ້ ແມ່ນເພື່ອກົດດັນ ໃຫ້ເຈົ້າອາວາດວັດ ຄື ພຣະອາຈານ ສົມປອງ ຕ້ອງຍ້າຍອອກວັດດັ່ງກ່າວ ຕາມແຈ້ງການ ເລກທີ່ 028/ອພສ.ນວ ລົງວັນທີ 24 ສິງຫາ 2020, ໂດຍແຈ້ງການດັ່ງກ່າວ ກໍ່ບໍ່ໄດ້ມີການລະບຸຊັດເຈນ ເຖິງສາເຫດ ທີ່ຕ້ອງຍ້າຍພຣະສົງ ອົງດັ່ງກ່າວ.

ເຖິງຢ່າງໃດກໍ່ດີ, ຈາກການໃຫ້ສໍາພາດ ຂອງຮອງເຈົ້າເມືອງໄຊທານີ, ຜ່ານວິທະຍຸກະຈາຍສຽງແຫ່ງຊາດ ໃນວັນດຽວກັນນັ້ນ, ແມ່ນວ່າ ທາງອໍານາດການປົກຄອງບ້ານ ແລະ ເຈົ້າອະທິການວັດດັ່ງກ່າວ ແມ່ນມີບັນຫາ ແລະ ແກ່ຍາວມາເປັນເວລາຫຼາຍປີແລ້ວ. ເຊີິ່ງບັນຫານັ້ ແມ່ນກ່ຽວຂ້ອງກັບການຄອບຄອງທີ່ດິນ, ແລະ ການຮັບຄົນມາຢູ່ວັດຈໍານວນຫຼາຍ ໂດຍທີ່ອໍານາດການປົກຄອງບໍ່ຮັບຮູ້.

ກົດນີ້ເພື່ອຟັງສຽງສໍາພາດຈາກຮອງເຈົ້າເມືອງໄຊທານີ

ເຖິງຢ່າງໃດກໍ່ດີ, ໃນວັນດຽວກັນ ທາງໂທລະພາບລາວສະຕາ ກໍ່ໄດ້ ສໍາພາດ ທາງວັດ ເພື່ອໃຫ້ຮູ້ຂໍ້ມູນເພີ່ມເຕີມ, ຊົມກັນສໍາພາດ.

ຂໍສະຫຼຸບຂອງ ບັນຫານີ້ ຈະລົງເອີຍແບບໃດນັ້ນ, ກໍ່ໃຫ້ຕິດຕາມນໍາກັນຕໍ່ໄປ.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ຈາກເຫດການ ປິດປະຕູວັດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນເຊົ້າວັນທີ່ 2 ກັນຍາ 2020 ມື້ບຸນເຂົ້າສະຫຼາກ ຂຶ້ນ 15 ຄໍ່າ ເດືອນ 10 ພສ 2563. ເຮັດໃຫ້ປະຊາຊົນທີ່ກໍາລັງພາກັນຕັ້ງໃຈ ຈະໄປເຮັດບຸນ ບໍ່ສາມາດເຂົ້າໄປວັດໄດ້. ຈິ່ງມີຄໍາຖາມຕ່າງໆນາໆ ວ່າຍ້ອນສາເຫດຫຍັງ.

ຫຼ້າສຸດ, ຈາກຂໍ້ມູນໃຫ້ຮູ້ວ່າ ອົງການພຸດທະສາສະໜາ ສໍາພັນລາວ (ອພສ) ໄດ້ມີແຈ້ງການ ໃນວັນທີ່ 24 ສິງຫາ 2020 ເພື່ອໃຫ້ ເຈົ້າອະທິການວັດ ພຣະອາຈານ ສົມປອງ ທອງພຽນ ໃຫ້ຍົກຍ້າຍໄປຢູ່ວັດອື່ນ ກ່ອນວັນທີ 30 ສິງຫາ 2020. ແລະ ໃຫ້ວັດດັ່ງກ່າວ ຢູ່ໃນການຄຸ້ມຄອງຂອງ ອພສ ນະຄອນຫຼວງວຽງຈັນ ຈົນກວ່າຈະມີການແຕ່ງຕັ້ງ ເຈົ້າອະທິການວັດຜູ່ໃໝ່.

.

ສ່ວນວ່າສາເຫດຂອງການຖືກແຈ້ງການໃຫ້ຍົກຍ້າຍນັ້ນ ຍັງບຊ່ທັນມີການລະບຸບະອຽດວ່າ ພຣະສົມປອງ ມີການກະທໍາຜິດຂໍ້ຫາຫຍັງແດ່.

ຖ້າມີຄວາມຄືບໜ້າຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ.

.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າຂອງເອົາແມວຫາກໍ່ເກີດລູກໄປຖິ້ມຢູ່ວັດປະກາດຫາຜູ່ໃຈບຸນເອົາໄປລ້ຽງ
Next Post: ລັດຖະມົນຕີກະຊວງປ້ອງກັນປະເທດ ລົງຕິດຕາມກວດກາຄວາມຄືບໜ້າຂອງໂຄງການທາງລົດໄຟ ລາວ – ຈີນ

Related Posts

ດ່ວນ ເກີດເຫດໄຟໄໝ້ ລົດໄຟຟ້າເຂດບ້ານໂຊກນ້ອຍ ເມືອງໄຊເສດຖາ ຂ່າວສານບ້ານເມືອງ
ການກູ້ໄພນ້ຳຖ້ວມຢູ່ແຂວງເຫີນານ ໄດ້ສະແດງໃຫ້ເຫັນທັດສະນະທີ່ຖືປະຊາຊົນສຳຄັນກວ່າໝູ່ ຂອງລັດຖະບານຈີນ ອີກຄັ້ງໜຶ່ງ ຂ່າວສານບ້ານເມືອງ
ກະຊວງສຶກສາແຈ້ງການດ່ວນ ໂຈະການຮຽນແບບເຊິ່ງໜ້າ ອານຸບານ ແລະ ປ1-ປ4 ຂ່າວສານບ້ານເມືອງ
ສອງພໍ່ລູກຮ່ວມຫົວກັນລັກຄໍາ 11 ບາດ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ເປີດທີ່ພັກຫລົບໄພແຫ່ງໃໝ່ ໃຫ້ແມ່ຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ຂ່າວສານບ້ານເມືອງ
ໄຟຟ້າລາວຊີ້ແຈງຊັດເຈນ ຂ່າວລືຈີນຍຶດເຂື່ອນລາວບໍ່ມີມູນຄວາມຈິງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme