Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພິທີເຊັນສັນຍາປ່ອຍເງິນກູ້ສົ່ງເສີມຊາວກະສິກອນແບບດອກເບ້ຍຕ່ຳ ແລະ ບໍ່ມີຫຼັກຊັບຄ້ຳປະກັນ

Posted on 05/09/202005/09/2020 By All in LAOS No Comments on ພິທີເຊັນສັນຍາປ່ອຍເງິນກູ້ສົ່ງເສີມຊາວກະສິກອນແບບດອກເບ້ຍຕ່ຳ ແລະ ບໍ່ມີຫຼັກຊັບຄ້ຳປະກັນ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກັບບາດກ້າວສຳຄັນໃນການຊຸກຍູ້ສົ່ງເສີມການຜະລິດກະສິກຳ.

ລັດຖະບານ ແລະ ພາກສ່ວນຕ່າງໆໄດ້ເອົາໃຈໃສ່ການຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະຂະແຫນງກະສິກຳຖືວ່າເປັນຂະແໜງບູລິມະສິດຕົ້ນຕໍ.

ແຕ່ເນື່ອງຈາກວ່າບາງຂັ້ນຕອນ ແລະ ການເຂົ້າເຖິງເງິນທຶນສົ່ງເສີມຍັງມີອັນຫຍຸ້ງຍາກ ເຊິ່ງພາກສ່ວນຕ່າງໆກໍ່ກຳລັງສຸມໃສ່ແກ້ໄຂ-ປັບປຸງໃຫ້ສະດວກ ແລະ ໃຫ້ມີປະສິດທິພາບ.

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກໍ່ແມ່ນພາກສ່ວນໜຶ່ງທີ່ໄດ້ຜັນຂະຫຍາຍນະໂຍບາຍສົ່ງເສີມ SME ຂອງລັດຖະບານ ໂດຍໄດ້ຄິດຄົ້ນ ຊອກຫາວິທີການສົ່ງເສີມຜູ້ປະກອບການ ແລະ ກຸ່ມຜະລິດທີ່ເຮັດແທ້ທຳຈິງໃຫ້ເຂົາເຈົ້າມີເງິນທຶນໃນການຮັບໃຊ້ທຸລະກິດຂອງເຂົາເຈົ້າຢ່າງພຽງພໍ ແລະ ມີປະສິດທິຜົນ.

ມື້ວັນທີ 4 ກັນຍາ 2020 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ມີພິທີເຊັນສັນຍາປ່ອຍເງິນກູ້ສົ່ງເສີມຊາວກະສິກອນແບບດອກເບ້ຍຕ່ຳ ແລະ ບໍ່ມີຫຼັກຊັບຄ້ຳປະກັນ (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຄ້ຳປະກັນ) ໂດຍການເປັນປະທານຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີທ່ານຜູ້ອຳນວຍການໃຫຍ່ທະນາຄານລາວຝຣັ່ງ ທ່ານ ນາງ ຄຳມອນ ຫຼວງລາດ ປະທານກຸ່ມກະສິກຳອິນຊິບ້ານທົ່ງມັ່ງ ແລະມີສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ແລະ ພາກສ່ວນອື່ນໆທັງພາກລັດ ແລະເອກະຊົນເຂົ້າຮ່ວມ.

ຂ່າວສານບ້ານເມືອງ

Post navigation

Previous Post: ໂຄງການພັດທະນາທ້ອງຖິ່ນລາວ ມອບເຄື່ອງຊ່ວຍເຫລືອໃຫ້ 12 ບ້ານຢູ່ເມືອງເຟືອງ ມູນຄ່າ 178.540.000 ກີບ
Next Post: ເຈົ້າຂອງເອົາແມວຫາກໍ່ເກີດລູກໄປຖິ້ມຢູ່ວັດປະກາດຫາຜູ່ໃຈບຸນເອົາໄປລ້ຽງ

Related Posts

ສະພາບອາກາດມື້ນີ້ ອາກາດເຢັນ ຍັງຈະສືບຕໍ່ແພ່ລົງມາປົກຄຸມ ຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ ຂ່າວສານບ້ານເມືອງ
ເມືອງທ່າປາງທອງເລັ່ງເກັບກ່ຽວມ້ຽນມັດເຂົ້ານາປີຢ່າງເປັນຂະບວນກວ່າງຂວາງ ຂ່າວສານບ້ານເມືອງ
ຂ່າວດີ ຫາຍດີອີກ 77ຄົນແລ້ວຜູ້ຕິດເຊື້ອໂຄວິດເມືອງຈອມເພັດ ຂ່າວສານບ້ານເມືອງ
ເສົ້າໃຈ ຄົນຕົກເຫວ ເຂດພູເກົ້າຫຼັກເສຍຊີວິດ ຂ່າວສານບ້ານເມືອງ
ເລີ່ມມື້ອື່ນວັນທີ19 ພະຈິກຈະມີການປັບຂຶ້ນລາຄານໍ້າມັນ ຂ່າວສານບ້ານເມືອງ
ຫອບຂື້ນລົດໝົດອາໄສຫ້ອງແຖວ ມົ້ ວ ສຸ ມ ແລະ ຄ້າຂາຍ ຢ າ ເ ສ ບ ຕິ ດ ຖືກເຈົ້າໜ້າທີ່ກັກຕົວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme