Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຄງການພັດທະນາທ້ອງຖິ່ນລາວ ມອບເຄື່ອງຊ່ວຍເຫລືອໃຫ້ 12 ບ້ານຢູ່ເມືອງເຟືອງ ມູນຄ່າ 178.540.000 ກີບ

Posted on 05/09/202005/09/2020 By All in LAOS No Comments on ໂຄງການພັດທະນາທ້ອງຖິ່ນລາວ ມອບເຄື່ອງຊ່ວຍເຫລືອໃຫ້ 12 ບ້ານຢູ່ເມືອງເຟືອງ ມູນຄ່າ 178.540.000 ກີບ

ແຂວງວຽງຈັນ: ໃນລະຫວ່າງວັນທີ 1-3 ກັນຍາ 2020 ທ່ານ ນາງ ເອັມມາ ຊ່ຽວຊານຈາກໂຄງ ການພັດທະນາທ້ອງຖິ່ນລາວ/030 ລຸກຊຳບວກ, ພ້ອມດ້ວຍທີມງານ ໄດ້ສົມທົບກັບພະນັກງານຫ້ອງການທີ່ກ່ຽວຂ້ອງຂອງເມືອງເຟືອງ, ແຂວງວຽງຈັນ ໄດ້ນຳເອົາເຄື່ອງຊ່ວຍເຫຼືອປະເພດເຂົ້າສານ: ເຂົ້າໜຽວ ແລະເຂົ້າຈ້າວ ຈຳນວນ 22.600 ກິໂລ ມູນຄ່າ 178.540.000 ກີບ,

ໃນນີ້ ໄດ້ມອບໃຫ້ 12 ບ້ານເປົ້າໝາຍຂອງໂຄງການ ຄື: ບ້ານສີສະອາດ, ປາກງ້ວາ, ນາໃໝ່, ນາບອນ, ນ້ຳປຸ່ງ, ໜອງປໍ, ໂພນແບ່ງ, ນ້ຳໄຮ, ໂພນແຍງ, ນາເມືອງ, ໂພນສະຫວ່າງ ແລະ ບ້ານແສນໄຊ ໃນຈໍານວນ 366 ຄົວເຮືອນ

ເຊິ່ງໄດ້ຮັບສະເພາະຄອບຄົວທີ່ອານາຖາ, ຄອບຄົວທຸກຍາກ, ຄົວເຮືອນມີຄົນພິການ ໄດ້ຮັບ 80 ກິໂລ/ຄົວເຮືອນ, ສະເພາະຄອບຄົວທີ່ເຂົ້າບໍ່ກຸ້ມກິນຕະຫຼອດປີແມ່ນໄດ້ຮັບ 60 ກິໂລ/ຄົວເຮືອນ ແລະຍັງໄດ້ມອບເງິນຈຳນວນ 2.400.000 ໃຫ້ຄອບຄົວອານາຖາຈຳນວນ 6 ຄອບຄົວ.

ນອກຈາກນີ້ບັນດາບ້ານເປົ້າໝາຍ ຍັງຈະໄດ້ຮັບເຄື່ອງສຸກຂະອະນາໄມ, ສຸຂາພິ ບານ ໃຫ້ທຸກຄົວເຮືອນ, ຫ້ອງການບ້ານ ແລະໂຮງຮຽນອີກດ້ວຍ ທັ້ງນີ້ ກໍເພຶ່ອເປັນປະກອບສ່ວນ, ຊຸກຍູ້ ສົ່ງເສີມ, ທັງເປັນການບັນເທົາຄວາມຂາດເຂີນທາງດ້ານສະບຽງອາຫານ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນບາງບ້ານຢູ່ເມືອງເຟືອງ ໃນໄລຍະການລະບາດຂອງພະຍາດ ໂຄວິດ -19 ເຊິ່ງມີຜົນກະທົບທາງກົງໃນການດຳລົງຊີວິດຂອງປະຊາຊົນຢູ່ບ້ານເປົ້າໝາຍຂອງໂຄງການໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ລາຍງານໂດຍ: ແຂວງວຽງຈັນອອນລາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ລົດໃຫຍ່ເສຍຫຼັກປີ້ນໜ້າສະລອຍນໍ້າໜອງບົວທອງເໜືອ ເຈັບໜັກ 1 ​ຄົນ (ມີຄລິບ)
Next Post: ພິທີເຊັນສັນຍາປ່ອຍເງິນກູ້ສົ່ງເສີມຊາວກະສິກອນແບບດອກເບ້ຍຕ່ຳ ແລະ ບໍ່ມີຫຼັກຊັບຄ້ຳປະກັນ

Related Posts

From Ancient Volcanos to Heavenly Waterfalls – Secrets of the Bolaven Plateau ຂ່າວສານບ້ານເມືອງ
ສານປະຊາຊົນແຂວງວຽງຈັນ ຕັ ດ ສິ ນ ປ ະ ຫ າ ນ ຊີ ວິ ດ ຈ ໍາ ເ ລີ ຍ 4 ຄົນ ຂ່າວສານບ້ານເມືອງ
ປະຊາຊົນຜູ້ທຸກຍາກຢູ່ເມືອງໂພນທອງດີໃຈໄດ້ຮັບການຊ່ວຍເຫຼືອ ຂ່າວສານບ້ານເມືອງ
ຂ່າວດ່ວນ! ບ້ານເຂດແດງ ມີ 34 ບ້ານແລ້ວ ທີ່ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ແຈ້ງຂ່າວມໍລະນະກໍາ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ 12/5/2020 ຂ່າວສານບ້ານເມືອງ
ຄລິບປະກົດການ ກົບກິນຕາເວັນ (ສຸລິຍະຄາດ ຫຼື ສຸລິຍະປະລາຄາ) 21 ມິຖຸນາ 2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme