Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົດໃຫຍ່ເສຍຫຼັກປີ້ນໜ້າສະລອຍນໍ້າໜອງບົວທອງເໜືອ ເຈັບໜັກ 1 ​ຄົນ (ມີຄລິບ)

Posted on 04/09/202004/09/2020 By All in LAOS No Comments on ລົດໃຫຍ່ເສຍຫຼັກປີ້ນໜ້າສະລອຍນໍ້າໜອງບົວທອງເໜືອ ເຈັບໜັກ 1 ​ຄົນ (ມີຄລິບ)

ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນຕອນເຊົ້າ ວັນທີ 4 ກັນຍາ 2020 ເກີດອຸບັດຕິເຫດ ລົດໃຫຍ່ຂີ່ມາດ້ວຍຄວາມໄວ ເສຍຫຼັກປີ້ນ, ເຂດບ້ານໜອງບົວທອງເໜືອ, ນະຄອນຫຼວງວຽງຈັນ. ຈຸດເກີດເຫດ ແມ່ນຕໍ່ໜ້າ ສະລອຍນໍ້າໜອງບົວທອງ.

ຜູ່ຢູ່ໃນເຫດການບອກວ່າ, ລົດຄັນດັ່ງກ່າວ ແມ່ນຂີ່ມາໄວສົມຄວນ ເຊິ່ງຕອນນັ້ນ ປະຊາຊົນ ແມ່ນພາກັນເລີກ ຈາກການໃສ່ບາດຕອນເຊົ້າ. ຝົນຕົກ ແລະ ທາງກໍ່ມື່ນແດ່. ໂຊກດີທີ່ ບໍ່ຖືກຄົນອື່ນ.

ອຸບັດຕິເຫດ ດັ່ງກ່າວ ເຮັດໃຫ້ມີຜູ່ບາດເຈັບ 1​ຄົນ ເປັນເພດຊາຍ ທາງກູ້ໄພມູນນິທິຈີນໄດ້ປະຖົມພະຍາບານເບື້ອງຕົ້ນ ແລະ ນໍາສົ່ງໂຮງໝໍ, ສ່ວນສະພາບລົດ ແມ່ນເພເສຍຫາຍໜັກສົມຄວນ.

ຄລິບຕອນ ກູ້ໄພ ມູນນິທິຈີນ ໃຫ້ການຊ່ວຍເຫຼືອ

ຄລິບເພີ່ມເຕີມ ຜູ່ບາດເຈັບ

ເຕືອນໄພທຸກຄົນ ຂັບຂີ່ລົດ ດ້ວຍສະຕິ ແລະ ລະມັດລະວັງ.

ລາຍງານໂດຍ: Mounoy Somphathai Insyxiengmay

ຂ່າວສານບ້ານເມືອງ

Post navigation

Previous Post: ນຶກວ່າສະກົດຜິດ! ເຈົ້າຂອງລິຂະສິດຍັງເຈັບຫົວນໍາ
Next Post: ໂຄງການພັດທະນາທ້ອງຖິ່ນລາວ ມອບເຄື່ອງຊ່ວຍເຫລືອໃຫ້ 12 ບ້ານຢູ່ເມືອງເຟືອງ ມູນຄ່າ 178.540.000 ກີບ

Related Posts

ສຕລ ອັດສີດ U19 ແລ້ວ 550.000.000 ກີບ ຖ້າໄດ້ແຊ້ມ ຈະໄດ້ຫຼາຍກວ່ານີ້ແນ່ນອນ ຂ່າວສານບ້ານເມືອງ
ມີແຕ່ຜູ້ຕ້ອງສົງໃສຕິດພະຍາດ ໂຄວິດ-19 ຈຶ່ງຈະສາມາດມາຮັບບໍລິການກວດສຸຂະພາບໂດຍບໍ່ເສຍຄ່າຢູ່ໂຮງໝໍ ຂ່າວສານບ້ານເມືອງ
ແຂວງສະຫວັນນະເຂດ ອອກແຈ້ງການ! ສືບຕ່ໍປະຕິບັດມາດຕະການ ຈົນຮອດວັນທີ 20 ກໍລະກົດ 2021. ຂ່າວສານບ້ານເມືອງ
ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍ ງານວ່າເກີດມີແຜ່ນດິນໄຫວ ຂ່າວສານບ້ານເມືອງ
ສສຊ ແລະ ສສຂ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ລົງເຄື່ອນໄຫວໂຄສະນາຫາສຽງ ຂ່າວສານບ້ານເມືອງ
ສຸດເສົ້າສາມສົບ ພໍ່ແມ່ແລະລູກສາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme