ປກສ : ກົມໃຫ່ຍຕໍາຫຼວດຈະລາຈອນ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຈ້ງໃຫ້ຮູ້ເມື່ອວັນທີ 3 ກັນຍາ 2020 ກ່ຽວກັບສະ ພາບອຸປະຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນປະຈໍາເດືອນສິງຫາ 2020 ວ່າ:
ໃນເດືອນສິງຫາ 2020 ມີຜູ່ເສຍ ຊີວິດທັງໝົດ 68 ຄົນ, ຈາກອຸປະຕິເຫດ ທີ່ ເກີດຂຶ້ນ 568 ຄັ້ງ, ຍ້ອນການດື່ມສິ່ງມຶນເມົາແລ້ວຂັບ ກໍຍັງ ເປັນບັນຫາຫຼັກທີ່ກໍ່ໃຫ້ເກີດອຸປະຕິເຫດ ແລະ ຮອງລົງມາແມ່ນການຂັບຂີ່ໄວເກີນກຳນົດ.
ກົມໃຫ່ຍຕໍາຫຼວດຈະລາຈອນ ກົມໃຫ່ຍຕຳຫຼວດແຈ້ງໃຫ້ຮູ້ຕື່ມອີກວ່າ: ຈາກຈໍານວນອຸປະຕິເຫດທີ່ເກີດຂຶ້ນໄດ້ເຮັດໃຫ້ມີຜູ່ບາດເຈັບຫຼາຍກວ່າ 750 ຄົນ, ຊຶ່ງມີຜູ້ບາດເຈັບສາຫັດ 100 ກວ່າຄົນ, ເຈັບສົມຄວນ 294 ຄົນ, ເຈັບເລັກໜ້ອຍ 363 ຄົນ ນອກນັ້ນມີພາຫະນະເປ່ເພ ຫຼາຍກວ່າ 1.000 ຄັນ, ໃນນັ້ນໃຊ້ການບໍ່ໄດ້ 22 ຄັນ.
ເຊິ່ງຕົວເລກໃນເດືອນກໍລະກົດ 2020 ທີ່ຜ່ານມາມີອຸປະຕິເຫດເກີດຂຶ້ນທັງໝົດ 518 ຄັ້ງ ແລະ ມີຜູ້ເສຍຊີວິດ 75 ຄົນ.
ຂ່າວ: ປກສ