Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບກຸ່ມແກ້ງພົວພັນສິ່ງເສບຕິດໄດ້ສີ່ຄົນເຂດເມືອງໂພນໂຮງ

Posted on 04/09/202005/09/2020 By All in LAOS No Comments on ຈັບກຸ່ມແກ້ງພົວພັນສິ່ງເສບຕິດໄດ້ສີ່ຄົນເຂດເມືອງໂພນໂຮງ

ບັນຫາຢາເສບຕິດໃນ ແຂວງວຽງຈັນ: ລາຍງານຈາກ ປກສ ເມືອງໂພນໂຮງ ໃຫ້ຮູ້ວ່າ ພາຍຫຼັງເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ເມືອງໂພນໂຮງ ໄດ້ຮັບຂໍ້ມູນຂ່າວຈາກພົນລະເມືອງດີວ່າ: ຢູ່ຂອບເຂດ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມີຄົນບໍ່ດີເຄື່ອນໄຫວຊື້-ຂາຍຢາເສບຕິດປະເພດຢາບ້າ

ຈາກນັ້ນເຈົ້າໜ້າທີ່ຕໍາຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ເມືອງໂພນໂຮງ ຈຶ່ງໄດ້ເລັ່ງຕິດຕາມເປົ້າໝາຍຜູ້ທີ່ມີການເຄື່ອນໄຫວເສບ, ຊື້ – ຂາຍຢາເສບຕິດປະເພດຢາບ້າ ໃນໄລຍະເດືອນ ພຶດສະພາ ຫາ ເດືອນ ສິງຫາ ປີ 2020 ຜ່ານມາ.

ເຈົ້າໜ້າທີ່ຕໍາຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ເມືອງໂພນໂຮງ ເປີດເຜີຍໃຫ້ຮູ້ວ່າໃນການລົງເຄື່ອນໄຫວວຽກງານວິຊາສະເພາະຕົວຈິງສາມາດຈັບຕົວເປົ້າໝາຍໄດ້ 4 ຄົນ ໃນຂໍ້ກ່າວຫາ ຊື້-ຂາຍຢາເສບຕິດ (ປະເພດຢາບ້າ) ຄື:

ທ້າວ ໂຕ໋ ອາຍຸ 40 ປີ, ອາຊິບ ຊາວນາ ຢູ່ບ້ານວັງມົນ ເມືອງໂພນໂຮງ ຖືກກັກຕົວຄັ້ງວັນທີ 11 ມີຖຸນາ 2020 ພ້ອມຂອງກາງຢາບ້າ 120 ເມັດ, ເຊິ່ງໃນເບື້ອງຕົ້ນຜູ້ກ່ຽວໄດ້ຊື້ຢາບ້ານຳຄົນບໍ່ຊາບຊື່ ຈຳນວນ 1 ຖົງ ເທົ່າກັບ 200 ເມັດ ໃນລາຄາ 500,000 ກີບ ຈຸດປະສົ່ງແມ່ນເອົາໄປຂາຍຕໍ່ໃຫ້ກັບກຸມມົວສຸມຢາເສບຕິດນຳກັນ ໃນລາຄາ 10.000 ກີບຕໍ່ເມັດ, ຂາຍໄດ້ 80 ເມັດ ຍັງເຫຼືອ 120 ເມັດ ກຳລັງຈະຂາຍກໍ່ເລີຍຖຶກເຈົ້້່າໜ້າທີ່ຕຳຫຼວດຈັບຕົວກ່ອນ.

ທ້າວ ແດງ, ອາຍຸ 65 ປີ ອາຊີບຊາວນາ ຢູ່ບ້ານຂາມ ເມືອງໂພນໂຮງ ຖືກກັກຕົວຄັ້ງວັນທີ 14 ກໍລະກົດ 2020 ພ້ອມຂອງກາງຢາບ້າ 73 ເມັດ ແມ່ນເປັນຂອງຜູ້ກ່ຽວແທ້ ເຊິງໄດ້ຊື້ນຳຄົນບໍ່ຊາບຊື່ຢູ່ຂອບເຂດບ້ານຫຼັກ 52 ໃນລາຄາ ເມັດລະ 6.000 ກີບ ເພື່ອເອົາໄປຂາຍຕໍ່ໃຫ້ກັບກຸມມົວສຸມຢາເສບຕິດຢູ່ພາຍໃນບ້ານ ແລະ ບ້ານໄກ້ຄຽງໃນລາຄາເມັດລະ 8.000 – 10.000 ກີບ.

ທ້າວ ເພັດ ອາຍຸ 30 ປີ ອາຊີບຊາວນາ ຢູ່ບ້ານນໂພນໂຮງ ເມືອງໂພນໂຮງ ຖືກກັກຕົວຄັ້ງວັນທີ 4 ສິງຫາ 2020 ພ້ອມຂອງກາງຢາບ້າ 50 ເມັດ, ຢາບ້າຈຳນວນດັ່ງກ່າວຜູ້ກ່ຽວໄດ້ໄປຊື້ນຳຄົນບໍ່ຊາບຊື່ຢູ່ຂອບເຂດບ້ານໂພນຄຳ ເໜືອ ຊື້ໃນລາຄາ 300.000 ກີບ ຈຸດປະສົງແມ່ນຊື້ມາເສບ ແລະ ຂາຍຕໍ່ໃຫ້ກັບກຸ່ມມົວສຸມເສບຢາເສບຕິດນຳກັນໃນລາຄາເມັດ 10.000 ກີບ.

ທ້າວ ສີນ, ອາຍຸ 41 ປີ ອາຊີບກຳມະກອນ ຢູ່ບ້ານຄໍ້ ເມືອງຊໍາໃຕ້ ແຂວງຫົວພັນ ຖືກກັກຕົວຄັ້ງວັນທີ 19 ພຶດສະພາ 2020 ພ້ອມຂອງກາງຢາບ້າ 129 ເມັດ ທີ່ເຫຼືອຈາກການຂາຍ ເຊິ່ງໃນເບື້ອງຕົ້ນຜູ້ກ່ຽວໄດ້ຊື້ຢາບ້ານໍາຜູ້ຮ່ວມຂະບວນການຈຳນວນ 200 ເມັດ ໃນລາຄາ 600.000 ກີບ ເພື່ອເອົາມາໄວ້ເສບ ແລະ ຂາຍໃຫ້ກັບກຸ່ມມົ້ວສຸມນຳກັນ ທີ່ມາເປັນກຳມະກອນເຮັດວຽກນຳກັນຢູ່ໂຄງການເສັ້ນທາງລົດໄຟລາວ-ຈີນ ເມືອງໂພນໂຮງ ແຂວງວຽງຈັນ ໃນຂະນະທີ່ກຳລັງຊື້ ຂາຍຢາບ້າຢູ່ນັ້ນຈື່ງຖືກເຈົ້າໜ້າທີ່ຕຳຫຼວດຈັບຕົວ ພ້ອມກັບຂອງກາງຈຳນວນດັ່ງກ່າວ.

ປະຈຸບັນເຈົ້າໜ້າທີ່ຕໍາຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ໄດ້ສະຫຼຸບສັງລວມຂໍ້ມູນຫຼັກຖານພວກຖືກຫາທັງ 4 ຄົນ ພ້ອມທັງສົ່ງໃຫ້​ພະ​ແນ​ກຕໍາຫຼວດສະກັດ​ກັ້ນ ​ແລະ ​ຕ້ານ​ຢາ​ເສບ​ຕິດ ຫ້ອງຕຳຫຼວດ ປກສ ​ແຂວງ​ວຽງຈັນ ເພື່ອສົ່ງໄອຍະການສັ່ງຟ້ອງສານຕັດສິນຕາມຂັ້ນຕອນຂອງກົດໝາຍ​ໃນ​ຂັ້ນ​ຕໍ່​ໄປ.

ລາຍງານໂດຍ: ປກສ ແຂວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ກວດລ້າງຜີບ້ານ! ລໍ້ຈັບຊັ້ນພັນໂທພົວພັນສິ່ງຜິດກົດໝາຍ
Next Post: ອຸບັດຕິເຫດເດືອນສິງຫາເສຍຊີວິດ 68 ຄົນ

Related Posts

ທ່ານ ປະທານປະເທດແຫ່ງ ສ ປ ປ ລາວ ໂອ້ລົມພະນັກງານຫລັກແຫລ່ງແຂວງຫຼວງນ້ຳທາ ຂ່າວສານບ້ານເມືອງ
ທັ ງ ເ ສ ບ ທັ ງ ຂ າ ຍ ສຸ ດ ທ້ າ ຍ ຕິ ດຄຸ ກ 5 ປີ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວ 4.1 ຣີກເຕີ ໃນບໍລິເວນແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ລາຍງານ ຈາກ ກະຊວງສາທາລະນະສຸກ ກໍລະນີ ໄວຣັດໂຄໂຣນາ ວັນທີີ 9/2/2020 ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 3ຄົນ ຂ່າວສານບ້ານເມືອງ
ຊາວອາເມລິກາ ຫຼາຍຄົນຮ່ວມຂະບວນປະທ້ວງຕໍ່ຕ້ານຄວາມລັງກຽດຕໍ່ຄົນເອເຊຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme