Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກວດລ້າງຜີບ້ານ! ລໍ້ຈັບຊັ້ນພັນໂທພົວພັນສິ່ງຜິດກົດໝາຍ

Posted on 04/09/202004/09/2020 By All in LAOS No Comments on ກວດລ້າງຜີບ້ານ! ລໍ້ຈັບຊັ້ນພັນໂທພົວພັນສິ່ງຜິດກົດໝາຍ

ນະຄອນຫຼວງວຽງຈັນ: ຂໍ້ມູນຈາກ ລາຍການທັນເຫດ ແລະ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ ເຈົ້າຫນ້າທີ່ ຕຳຫລວດ ປກສ ເມືອງຫາດຊາຍຟອງ ສະແດງຜົນງານລໍ້ຊື້ຢາບ້າ ສາມາດຈັບຜູ້ຖືກຫາ ໄດ້ 1 ຄົນ ເຊີ່ງຖືກຫາ ເປັນຕຳຫລວດ ຊັ້ນພັນໂທ

ຕາມການໃຫ້ຂໍ້ມູນຂອງປກສ ເມືອງ ຫາດຊາຍຟອງ ໄດ້ມີການຕິດຕາມພຶດຕິກຳຂອງຜູ້ຖືກຫາລາຍນີ້ ເຊີ່ງຜູ້ກ່ຽວຊື່ວ່າ ວັນນະເລດ ໄຊຍະວົງ ອາຍຸ 49 ປີ ເປັນເຈົ້າຫນ້າທີ່ຕຳຫລວດ ຊັ້ນພັນໂທ ພົວພັນກັບຢາເສບຕິດ

ເມື່ອເຈົ້າຫນ້າທີ່ໄດ້ຂໍ້ມູນຈາກແຫຼ່ງຂ່າວ ຈຶ່ງໄດ້ຈັດກຳລັງເຂົ້າຈັບກຸມຕົວ ຢູ່ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນຄັ້ງວັນທີ 31 ສິງຫາ 2020 ເວລາ 15:00.

ພ້ອມກັບຂອງກາງຢາບ້າ ຈຳນວນ 589 ເມັດ ເງີນ 550.000 ກີບ ໂທລະສັບ 3 ຫນ່ວຍ ລົດຈັກ ສະກຸບປີ້ສີແດງ 1 ຄັນ ປື້ມບັນຊີທະນາຄານ 1 ຫົວ.

ປະຈຸບັນເຈົ້າຫນ້າທີ່ກຳລັງທຳການສືບສວນຫາພັກພວກ ທີ່ຮ່ວມຂະບວນການນຳກັນ ເພື່ອເອົາມາລົງໂທດຕາມກົດຫມາຍບ້ານເມືອງ.

ຂໍ້ມູນ:ປກສ ເມືອງຫາດຊາຍຟອງ

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ສຳເລັດລົງດ້ວຍໝາກຜົນທີ່ຈົບງາມ
Next Post: ຈັບກຸ່ມແກ້ງພົວພັນສິ່ງເສບຕິດໄດ້ສີ່ຄົນເຂດເມືອງໂພນໂຮງ

Related Posts

ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຈຳນວນຜູ້ສະໝັກ 10 ທ່ານ,​ ເລືອກເອົາ 07 ທ່ານ ຂ່າວສານບ້ານເມືອງ
ອຸບັດເຫດ! ລົກຈັກປະທະໃຫຍ່ ເ ສ ຍ ຊີ ວິ ດ ຄ າ ທີ່ເປັນນັກສຶກສາ ຂ່າວສານບ້ານເມືອງ
ເປັນຂ່າວດີ ລາວເຮົາຈະໄດ້ຮັບວັກຊີນ ອີກ 1.500.000ໂດສ ໃນອາທິດໜ້ານີ້ ຂ່າວສານບ້ານເມືອງ
ພະທາດຈອມຈວງ ຢູ່ກຸ່ມບ້ານທາດ ເມືອງລອງ ແຂວງຫຼວງນໍ້າທາ ຂ່າວສານບ້ານເມືອງ
ຮອງປະທານປະເທດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ຄະນະຊາວໜຸ່ມສອງປະເທດລາວ-ຫວຽດນາມຮ່ວມລົງນາມເຊັນສັນຍາກໍ່ສ້າງສູນຝຶກອົບຮົມຊາວໜຸ່ມ,ເຍົາວະຊົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme