ແຂວງວຽງຈັນ: ລາຍງານຈາກ 1625 ແຂວງວຽງຈັນໃຫ້ຮູ້ວ່າ ໃນວັນທີ 2 ກັນຍາ 2020 ເວລາ 15:10 ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນໄດ້ຮັບແຈ້ງຂໍຄວາມຊ່ວຍເຫລືອຜ່ານເບີ 023 1625 ວ່າມີຄົນຈົມນ້ຳເສຍຊີວິດ ຢູ່ບ້ານຫາດສ້ຽວ ເມືອງທຸລະຄົມ ແຂວງວຽງຈັນ.

ເມື່ອໜ່ວຍກູ້ຊີບອອກກວດສອບເຫດພົບເຫັນຜູ້ເສຍຊີວິດ 2ຄົນ, ເປັນເພດຊາຍທັງໝົດ,ອາຍຸ 17 ປີ ແລະ 30 ປີ
(ສາເຫດການເສຍຊິວີດແມ່ນຢູ່ໃນລະຫວ່າງການສັນນະສູດຂອງເຈົ້າໜ້າທີ່).

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈື່ງໄດ້ທຳການຫໍ່-ມ້ຽນສົບແລ້ວມອບໃຫ້ຍາດພີ່ນ້ອງປະກອບພິທີທາງສາສະໜາ.

ອຸບັດຕິເຫດ&ເຈັບ-ປວ່ຍສຸກເສີນໂທແຈ້ງ: 023 1625 ; 0304555114 ຕະຫລອດ24ຊົ່ວໂມງ.
ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ, ອາຫານການກິນ, ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 023 1625