Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລື່ອນຊັ້ນ ແລະ ແຕ່ງຕັ້ງໜ້າທີ່ໃຫ້ທະຫານກອງບັນຊາການ ທະຫານແຂວງຫຼວງພະບາງ

Posted on 03/09/202003/09/2020 By News No Comments on ເລື່ອນຊັ້ນ ແລະ ແຕ່ງຕັ້ງໜ້າທີ່ໃຫ້ທະຫານກອງບັນຊາການ ທະຫານແຂວງຫຼວງພະບາງ

ພິທີປະກາດເລື່ອນຊັ້ນ ແລະ ແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂື້ນຕອນບ່າຍຂອງວັນທີ 19 ສິງຫາ 2020 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແປ້ນຄໍາ ບຸດຈັນແພງ ເລຂາຄະນະພັກ ຮັກສາການຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ຄະນະປະຈໍາພັກກອງບັນຊາການ ຫົວໜ້າຫ້ອງການເມືອງທະຫານແຂວງ, ມີຄະນະພັກ – ຄະນະບັນຊາອົງການ 5 ຫ້ອງ, ພະນັກງານຫຼັກແຫຼ່ງຈາກບັນດາກົມກອງ ແລະ ພະນັກງານ – ນັກຮົບເຂົ້າຮ່ວມ.

ສະຫາຍ ພັນໂທ ສິງທອງ ອິນທະວອງ ຄະນະພັກກອງບັນຊາການ ຫົວໜ້າພະແນກພະນັກງານຫ້ອງການເມືອງທະຫານແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3273/ກປທ, ລົງວັນທີ 4 ສິງຫາ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ເຊິ່ງໃນນີ້ ໄດ້ເລື່ອນຊັ້ນຮ້ອຍເອກຂື້ນພັນຕີ ຈໍານວນ 25 ສະຫາຍ, ທຽບຊັ້ນພັນຕີ 6 ສະຫາຍ, ເລື່ອນຊັ້ນຮ້ອຍໂທຂື້ນຮ້ອຍເອກ 27 ສະຫາຍ, ທຽບຊັ້ນຮ້ອຍເອກ 14 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂື້ນຮ້ອຍໂທ 70 ສະຫາຍ, ທຽບຊັ້ນຮ້ອຍໂທ 37 ສະຫາຍ, ທຽບຊັ້ນວາທີຂື້ນຮ້ອຍຕີ 6 ສະຫາຍ ແລະຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງສະຫາຍ ພັນຕີ ວຽງເພັດ ພັນທະວົງ ເປັນຫົວໜ້າພະແນກບໍລິຫານຢູ່ກອງບັນຊາການທະຫານເມືອງຊຽງເງິນ, ສະຫາຍ ພັນຕີ ສີໄພ ສີຕອງຄໍາ ເປັນຮອງຫົວໜ້າພະແນກເສນາທິການ, ສະຫາຍ ຮ້ອຍເອກ ສຸລິພົນ ແກ້ວອຸບົນ ເປັນຮອງຫົວໜ້າພະແນກບໍລິຫານ.

Image may contain: 5 people, people standing and indoor

ແຕ່ງຕັ້ງ ສະຫາຍ ຮອ້ຍໂທ ສີພັນ ຈິດຕະວົງ ເປັນຫົວໜ້າພະແນກບໍລິຫານຢູ່ກອງບັນຊາການທະຫານເມືອງງອຍ, ສະຫາຍ ຮ້ອຍເອກ ສຸເລົາ ຊົງວິໄລ ເປັນຮອງຫົວໜ້າພະແນກເສນາທິການ ແລະ ສະຫາຍ ນາງ ດາວອນ ສຸທິໄຊ ເປັນຮອງຫົວໜ້າພະແນກບໍລິຫານ. ແຕ່ງຕັ້ງສະຫາຍ ພັນຕີ ວັນໄຊ ຜາລີວັນ ເປັນຮອງຫົວໜ້າພະແນກການເມືອງກອງບັນຊາການທະຫານເມືອງວຽງຄໍາ, ສະຫາຍ ຮ້ອຍເອກ ຊາຍຄໍາ ພົມມະສິດ ເປັນຮອງຫົວໜ້າພະແນກບໍລິຫານກອງບັນຊາການທະຫານເມືອງໂພນທອງ, ສະຫາຍ ຮ້ອຍໂທ ບຸນຖົມ ໂພທິປັນຍາ ເປັນຫົວໜ້າພະແນກບໍລິຫານຢູ່ກອງບັນຊາການທະຫານເມືອງປາກອູ, ສະຫາຍ ພັນຕີ ຄໍາສຸກ ສີທາລາດ ເປັນຮອງຫົວໜ້າພະແນກການເມືອງ, ສະຫາຍ ຮ້ອຍໂທ ສິງທີ ວິໄລທອງ ເປັນຮອງຫົວໜ້າພະແນກບໍລິຫານ ແລະ ແຕ່ງຕັ້ງ ສະຫາຍ ຮ້ອຍຕີ ຄອນສະຫວັນ ພົມສະຫວັດ ເປັນຮອງຫົວໜ້າພະແນກບໍລິຫານຢູ່ກອງບັນຊາການທະຫານເມືອງໂພນໄຊ. ພິທີຍັງໄດ້ມອບບັດສະມາຊິກພັກສົມບູນຈໍານວນ 127 ບັດໂດຍແມ່ນຄະນະພັກກອງບັນຊາການຜັດປ່ຽນກັນຂື້ນມອບ ແລະ ປະດັບຢ່າງສົມກຽດ.

Image may contain: 7 people, people standing

ຕອນທ້າຍພິທີ ສະຫາຍ ພັນເອກ ແປ້ນຄໍາ ບຸດຈັນແພງ ໄດ້ມີຄໍາເຫັນຮຽກຮ້ອງມາຍັງພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ແລະ ຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນປະຕິວັດ, ເປັນແບບຢ່າງນໍາໜ້າປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ເພີ່ມທະວີຮັດແໜ້ນຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜນແໜ້ນໜາ, ປັບປຸງວິທີເຮັດວຽກໃຫ້ມີຄວາມກ້າວໜ້າ ແລະ ເຮັດສໍາເລັດໜ້າທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ສຶກສາອົບຮົມການເມືອງ ນໍາພາແນວຄິດໃຫ້ພະນັກງານ – ນັກຮົບ ມີຄວາມຕື່ນຕົວຕ້ານສະກັດກັ້ນບັນຫາປາກົດການຫຍໍ້ທໍ້ໃນສັງຄົມກົມກອງ, ອອກແຮງສ້າງຂະບວນການຜົນງານຂໍ່ານັບຮັບຕ້ອນວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບໃຫ້ຟົດຟື້ນກ້ວາງຂວາງ.

Image may contain: 4 people, people standing and indoor


ຂ່າວ: ສົມພອນ ສຸວັນທອນ

ຂ່າວສານບ້ານເມືອງ

Post navigation

Previous Post: ເມຍແລະລູກນ້ອຍຕ້ອງສູນເສຍພໍ່ ເຫດລົດປີ້ນໄຟໄໝ້ດັບຄາລົດທີ່ບໍ່ແກ້ວ
Next Post: ສະຫຼົດ ຊາຍໜຸ່ມຈົມນໍ້າເສຍຊີວິດສອງຄົນທີ່ບ້ານຫາດສ້ຽວ

Related Posts

ສປປ ລາວ: ທະນາຄານໂລກ ສະໜອງທຶນເພີ່ມ 5 ລ້ານໂດລາ ເພື່ອການຄຸ້ມຄອງປ່າໄມ້ແບບຍືນນານ ຂ່າວສານບ້ານເມືອງ
ມ້ າ ງ ເປົ້າໝາຍ ຢ າ ເ ສ ບ ຕິ ດ ກັ ກຕົ ວຜູ້ ຖື ກ ຫ າ ໄດ້ 1 ຄົນ ຊັດທອດອີກ 2 ຂ່າວສານບ້ານເມືອງ
ທະນາຄານໂລກ ສະໜອງທຶນ 50 ລ້ານໂດລາ ແກ່ ສປປ ລາວ ເພື່ອຟື້ນຟູ ຫຼັງໄພພິບັດ ຂ່າວສານບ້ານເມືອງ
ເລືອກສະຫາຍ ດຣ. ບຸນແຝງ ພູມມະໄລສິດ ເປັນເລຂາ ຄະນະບໍລິຫານງານພັກກະຊວງສາທາລະນະສຸກ ສະໄໝທີ IV ຂ່າວສານບ້ານເມືອງ
ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ ຂຶ້ນຊັ້ນ ພັອ ຈຳນວນ 35 ທ່ານ ຂ່າວສານບ້ານເມືອງ
ພະນັກງານ ແລະ ປະຊາຊົນ ຮ່ວມກັນອະນາໄມ-ທາສີແຄມຂັ້ນໄດຂຶ້ນແຫຼ່ງທ່ອງທ່ຽວຖໍ້າຕິ່ງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme