ພັຕ ສູນເພັງ ສຸທຳມະວົງ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງນາຊາຍທອງໄດ້ມອບລົດຈັກ ຍີ່ຫໍ້ຮອນດ້າເວບ 100 ສີຟ້າດໍາ ປ້າຍທະບຽນ ຕກ 1675 ກຳແພງນະຄອນ ທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກໄປໃຫ້ທ້າວ ປໍຢາ ອາຍຸ 25 ປີ ອາຊີບກຳມະກອນ ບ້ານໂພນຄຳ ເມືອງໂພນໂຮງ ແຂວງວຽງ ເຈົ້າຂອງລົດຈັກ ໃນວັນທີ 27 ສິງຫາ 2020 ທີ່ເດີ່ນກອງບັນຊາການ ປກສ ເມືອງນາຊາຍທອງ.

ທ້າວ ຊ້າກຶ້ ອາຍຸ 27 ປີ ອາຊີກຳມະກອນ ບ້ານໂພນຄຳ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 17 ສິງຫາ 2020, ຕົນໄດ້ມາຢືມລົດຈັກ ທ້າວ ປໍຢາ ໄປຮ່ວມພິທີທາງສາສະໜ້າຢູ່ບ້ານໂພນຄຳໃຕ້ ເມືອງໂພນໂຮງ ແຂວງວຽງຈັນ ພາຍຫຼັງສຳເລັດພິທີຕົນເອງຈື່ງໄດ້ຂີ່ລົດຈັກກັບມາບ່ອນເຮັດວຽກຢູ່ບ້ານສົງເປືອຍໃຕ້ ເມືອງນາຊາຍທອງ ພໍມາຮອດຕໍ່ໜ້າວັດບ້ານນາງ່າ ເມືອງນາຊາຍທອງ ໄດ້ເກີດອຸບັດຕິເຫດ ມີຊາຍຄົນໜື່ງຂັບຂີ່ລົດຈັກມາຕັດໜ້າເຮັດໃຫ້ຕົນເອງໄດ້ຮັບບາດເຈັບ. ຫຼັງຕົກລົງກັບຄູ່ກໍລະນີແລ້ວ, ຕົນຈື່ງເອົາລົດຈັກປະໄວ້ຢູ່ໜ້າເຮືອນຂອງຊາຍຄົນນັ້ນ ແລ້ວໄປລ້າງບາດຢູ່ສຸກສາລາ. ພາຍຫຼັງກັບມາແຕ່ສຸກສາລາກໍ່ບໍ່ເຫັນລົດຈັກຄັນດັ່ງກ່າວຈຶື່ງໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ.

ພັຕ ສູນເພັງ ສຸທຳມະວົງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍ ເວລາ 01:00 ໂມງຂອງວັນທີ 17 ສິງຫາ 2020, ຈື່ງໄດ້ແຕ່ງຕັ້ງໜ່ວຍສະເພາະກິດລົງເກັບກຳຂໍ້ມູນ ແລະ ກຳນົດເປົ້າໝາຍ ມາຮອດເວລາ 14:00 ໂມງຂອງວັນດຽວກັນ ຈື່ງສາມາດເກັບກູ້ຂອງກາງຄືນໄດ້ ຢູ່ເຮືອນຂອງເປົ້າໝາຍ ບ້ານເຕົາຖ່ານ ເມືອງໂພນໂຮງ ແຂວງວຽງຈັນ ສ່ວນຜູ້ຖືກຫາແມ່ນໄດ້ເອົາຕົວລົບໜີໄປ. ມາຮອດວັນທີ 27 ສິງຫາ 2020, ຈື່ງໄດ້ນຳລົດຄັນດັ່ງກ່າວມາມອບຄືນໃຫ້ເຈົ້າຂອງເດີມ ປັດຈຸບັນ ຄະດີລາຍນີ້ ເຈົ້າໜ້າທີ່ພວມເລັ່ງຕິດຕາມນຳຕົວເປົ້າໝາຍກະທຳຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ
