Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງບໍ່ແກ້ວ ແຈ້ງການອີກຄັ້ງກວດສອບປ້າຍໂຄສະນາ ພາຍໃນແຂວງໃຫ້ຖືກຕ້ອງລະບຽບການຝ່າຝືນປັບໃໝລົງໂທດ

Posted on 02/09/202002/09/2020 By All in LAOS No Comments on ແຂວງບໍ່ແກ້ວ ແຈ້ງການອີກຄັ້ງກວດສອບປ້າຍໂຄສະນາ ພາຍໃນແຂວງໃຫ້ຖືກຕ້ອງລະບຽບການຝ່າຝືນປັບໃໝລົງໂທດ

ບໍ່ແກ້ວເຂັ້ມງວດ! ປ້າຍໂຄສະນາຕ່າງໆ ຕ້ອງສອດຄ່ອງຕາມລະບຽບກົດຫມາຍ ແລະ ເອກະລັກທາງດ້ານວັດທະນະທໍາຂອງຊາດ

ເນື່ອງຈາກປັດຈຸບັນໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະການຕິດຕັ້ງປ້າຍໂຄສະນາປະເພດຕ່າງໆທີ່ບໍ່ ຖືກຕ້ອງ ກາຍເປັນຫາງສຽງສັງຄົມ ເຊັ່ນ: ດ້ານເນື້ອໃນປ້າຍ, ຮູບພາບປະກອບ, ຮູບແບບການຕົບແຕ່ງໂຄສະນາ, ພາສາ ຫຼື ຕົວຫນັງສື, ສະຖານທີ່ຕັ້ງປ້າຍໂຄສະນາ ຈໍານວນຫນຶ່ງບໍ່ທັນຖືກຕ້ອງ ສອດຄ່ອງຕາມລະບຽບກົດຫມາຍກໍານົດ ເຊິ່ງສົ່ງຜົນກະທົບຕໍ່ຄວາມເປັນເອກະລັກທາງດ້ານວັດທະນະທໍາຂອງຊາດພ້ອມທັງບໍ່ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ເພື່ອເຮັດໃຫ້ທຸກພາກສ່ວນດໍາເນີນການໂຄສະນາຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດຫມາຍ ຕາມກົ້ນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງຂອງລັດ ໃຫ້ທຸກພາກສ່ວນເປັນເຈົ້າການປະຕິບັດ ກົດຫມາຍວ່າດ້ວຍປ້າຍຢ່າງເຂັ້ມງວດ, ປະກອບສ່ວນຢ່າງຕັ້ງຫນ້າໃນການແກ້ໄຂປະກົດການຫຍໍ້ທໍ້ໃຫ້ຫມົດໄປ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຈບງາມ ຮັກສາໄດ້ມູນເຊື້ອ ແລະ ເອກະລັກທາງດ້ານວັດທະນະທໍາຂອງຊາດ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຈື່ງໄດ້ແຈ້ງມາຍັງທຸກພາກສ່ວນຊາບດັ່ງນີ້:

1. ຫ້າມທຸກພາກສ່ວນນໍາເຂົ້າ, ຈັດພິມ ແລະ ຕິດຕັ້ງປ້າຍໂຄສະນາທຸກປະເພດ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແຫນງການ ກ່ຽວຂ້ອງໂດຍເດັດຂາດ. ໃນກໍລະນີມີຈຸດປະສົງຢາກນໍາເຂົ້າ, ຈັດພິມ ແລະ ຕິດຕັ້ງປ້າຍໂຄສະນາຈະຕ້ອງປະຕິ ບັດຕາມ ຂັ້ນຕອນ ດັ່ງຕໍ່ໄປນີ້:

1.1. ການນໍາເຂົ້າປ້າຍທຸກປະເພດເພື່ອຈຸດປະສົງນໍາໃຊ້ທາງລັດຖະການ ຫຼື ການດໍາເນີນທຸລະກິດ ແລະ ອື່ນໆຕ້ອງຍື່ນ ຄໍາຮ້ອງຂໍຜ່ານເນື້ອໃນ ຮູບແບບ ຮູບພາບຕ່າງໆນໍາພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ( ຂະແຫນງ ວັດທະນະທໍາ ) ກວດກາ ຢັ້ງຢືນຖືກຕ້ອງ ຈຶ່ງສາມາດ ນໍາເຂົ້າ, ຈັດພິມໄດ້.

1.2, ທຸກພາກສ່ວນທີ່ມີຈຸດປະສົງຂໍອະນຸຍາດອອກປ້າຍ (ອະນຸຍາດເນື້ອໃນປ້າຍ) ຕ້ອງໄດ້ຍື່ນຄໍາຮ້ອງ ພ້ອມດ້ວຍ ເນື້ອໃນ, ຮູບພາບ, ຮູບແບບຂອງປ້າຍ ແລະ ເອກະສານກ່ຽວຂ້ອງ ນໍາພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວແຂວງ; ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ; ເພື່ອກວດຜ່ານ ແລະ ພິຈາລະນາອະນຸຍາດພາຍໃນ 8 ວັນລັດຖະການ, ພາຍຫຼັງໄດ້ຮັບອະນຸຍາດຈຶ່ງສາມາດນໍາເນື້ອໃນນ້ໍາບໄປຈັດພິມໄດ້ ໂດຍຂະຫນາດຕ້ອງ ສົມສ່ວນກັບເນື້ອໃນຂອງປ້າຍ ແລະ ມີຄວາມເຫມາະສົມກັບສະຖານທີ່ຕິດຕັ້ງປ້າຍ, ບໍ່ສ້າງຜົນກະທົບຕໍ່ທິວທັດ ທໍາມະ ຊາດ ແລະ ສິ່ງແວດລ້ອມອ້ອມຂ້າງ ຫຼື ເປັນອຸປະສັກກີດຂວາງໃນການສັນຈອນ.

1.3. ທຸກພາກສ່ວນທີ່ມີຈຸດປະສົງຂໍຕິດຕັ້ງປ້າຍທຸກປະເພດ ພາຍຫຼັງໄດ້ຮັບອະນຸຍາດຜ່ານເນື້ອໃນຈາກພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກສາທາລະນະສຸກແຂວງ, ພະແນກອຸສາຫະກໍາ ແລະ ການຄ້າແຂວງແລ້ວ ຕ້ອງໄດ້ຍື່ນຄໍາຮ້ອງຂໍອະນຸຍາດຕິດຕັ້ງປ້າຍນໍາພະແນກໂຍທາທິການ ແລະ ຂົນສົ່ງ, ໃນການຕິດຕັ້ງ ປ້າຍ ຕ້ອງຕິດຕັ້ງໃນສະຖານທີ່ເຫມາະສົມ ຖືກຕ້ອງຕາມມາດຕະຖານ ເຕັກນິກ, ໂຄງສ້າງຕ້ອງຮັບປະກັນຄວາມປອດໄພຕໍ່ ຊີວິດ ຊັບສິນ ແລະ ສັງຄົມ.

2. ຫ້າມພາກສ່ວນຕ່າງໆ ຫຼື ບຸກຄົນ ແຕ້ມຮູບ, ພົ່ນສີ, ຂີດຂຽນ ຫຼື ຈັດພິມປ້າຍໄວນິວ ໂປສເຕີໂຄສະນາ ກາຫມາຍ ໂລໂກຕ່າງໆ ທີ່ບໍ່ຜ່ານການກວດກາ ແລະ ບໍ່ໄດ້ຮັບອະນຸຍາດດ້ານເນື້ອໃນ ໃສ່ຮົ້ວ, ກໍາແພງ, ຝາອາຄານ, ເສົາໄຟຟ້າ, ຕົ້ນໄມ້ຕາມແຄມທາງ ສະຖານທີ່ຕ່າງໆຢ່າງເດັດຂາດ

3. ສໍາລັບປ້າຍຄໍາຂັວນ, ຮູບແຕ້ມ, ຮູບຖ່າຍ ທີ່ໄດ້ຮັບອະນຸຍາດ ແລະ ຕິດຕັ້ງຂ້າມທາງ, ຕິດຕັ້ງຕາມສະຖານທີ່ ຕ່າງໆ ເພື່ອສະເຫຼີມສະຫຼອງ, ປຸກລະດົມຂະບວນການ, ເທດສະການ, ງານບຸນ, ກອງປະຊຸມ, ການຢ້ຽມຢາມທາງ ລັດຖະການນັ້ນ ພາຍຫຼັງສໍາເລັດງານດັ່ງກ່າວແລ້ວ ຫຼື ປ້າຍຫາກມີການຈີກຂາດ ທຸກພາກສ່ວນ, ເຈົ້າຂອງປ້າຍຕ້ອງເປັນ ເຈົ້າການເກັບກູ້ໃຫ້ສໍາເລັດພາຍໃນເວລາ 7 ວັນ. ສະເພາະປ້າຍໂຄສະນາຜະລິດຕະພັນສິນຄ້າ ແລະ ການບໍລິການ ສາມາດນໍາໃຊ້ໄດ້ຈົນສິ້ນສຸດສັນຍາ ຫາກມີການປ່ຽນແປງເນື້ອໃນ ແລະ ສະຖານທີ່ຈຶ່ງຂໍອະນຸຍາດນໍາຂະແຫນງການ ກ່ຽວຂ້ອງຄືນໃຫມ່.

4. ມອບໃຫ້ຂະແຫນງວັດທະນະທໍາ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ 5 ເມືອງ ເປັນເຈົ້າ ການໃນການຄຸ້ມຄອງ

5. ໃນກໍລະນີຂະແຫນງການຄຸ້ມຄອງ, ກວດກາ ຫາກພົບເຫັນການລະເມີດ ຫຼື ການຕິດຕັ້ງປ້າຍທຸກປະເພດບໍ່ມີຄວາມ ເປັນລະບຽບຮຽບຮ້ອຍ, ມີເນື້ອໃນບໍ່ຖືກຕ້ອງ ແມ່ນຈະໄດ້ແນະນໍາພາກສ່ວນເຈົ້າຂອງຮັບຜິດຊອບ ພ້ອມທັງເຮັດບົດບັນ ທຶກໃນການປັບປຸງ-ຮື້ຖອນຕາມລະບຽບການ ພາຍໃນ 7 ວັນ, ຫາກບໍ່ປະຕິບັດແມ່ນຈະໄດ້ປະຕິບັດມາດຕະການຕາມ ລະບຽບ ກົດຫມາຍ ພ້ອມທັງຄິດໄລ່ຄ່າເສຍຫາຍໃນການຮື້ຖອນ

6. ສໍາລັບປ້າຍທີ່ຖືກຕ້ອງ ແລະ ໄດ້ຮັບອະນຸຍາດໃນການຕິດຕິດຕັ້ງ ກໍລະນີຫມົດກໍານົດເວລາອະນຸຍາດຕ້ອງໄດ້ຍື່ນ ຄໍາຮ້ອງຂໍຕໍ່ໃບອະນຸຍາດໃຫມ່ ຖ້າບໍ່ດັ່ງນັ້ນກໍ່ຈະໄດ້ເຮັດບົດບັນທຶກກໍານົດເວລາກູ້ປົ້າຍອອກ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ພະແນກຕໍາຫຼວດ ປກສ ນະຄອນໄກສອນ ພົມວິຫານ ສຶກສາອົບຮົມຜູ້ຂາຍຫວຍເຖື່ອນ ແລະ ຮ້ານເກມອອນລາຍ
Next Post: ປກສ ເມືອງນາຊາຍທອງ ມອບລົດຈັກທີ່ເກັບກູ້ຄືນ ມາໄດ້ໃຫ້ເຈົ້າຂອງເດີມ

Related Posts

ຈັບສອງຜົວເມຍລາຍໃຫຍ່ 6.608.000 ເມັດ ທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ໂຄວິດ-19 ລະບາດເກົາຫຼີໃຕ້ງັດມາດຕະການ ຂາຍໜ້າກາກອະນາໄມຕາມເລກທ້າຍປີເກີດ ຂ່າວສານບ້ານເມືອງ
ດ່ວນ! ສປປ ລາວ ກວດພົບການຕິດເຊື້ອໃໝ່ +16 ຄົນ ເ ສ ຍ ຊີ ວິ ດເພີ່ມ +1 ຄົນ ຂ່າວສານບ້ານເມືອງ
ເຕືອນໄພ! ກຽມຮັບມືຝົນຕົກໜັກພ້ອມລົມພັດແຮງ 8-9 ກຸມພານີ້ ຂ່າວສານບ້ານເມືອງ
ແຂວງ ຄໍາມ່ວນ ກວດພົບລະເບີດໃຫຍ່ MK7 ເຊິ່ງຢູ່ຫ່າງຈາກຖະໜົນຫຼັກທີ່ຈະໄປຫວຽດນາມພຽງແຕ່ 100 ແມັດ ຂ່າວສານບ້ານເມືອງ
ຈັບໄດ້ 1 ຍັງໜີ 1 ສອງສ່ຽວກໍ່ເຫດປຸ້ນຊິງຊັບ ທີ່ ນະຄອນ ໄກສອນພົມວິຫານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme