Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະແນກຕໍາຫຼວດ ປກສ ນະຄອນໄກສອນ ພົມວິຫານ ສຶກສາອົບຮົມຜູ້ຂາຍຫວຍເຖື່ອນ ແລະ ຮ້ານເກມອອນລາຍ

Posted on 02/09/202002/09/2020 By News No Comments on ພະແນກຕໍາຫຼວດ ປກສ ນະຄອນໄກສອນ ພົມວິຫານ ສຶກສາອົບຮົມຜູ້ຂາຍຫວຍເຖື່ອນ ແລະ ຮ້ານເກມອອນລາຍ

ໃນວັນທີ 29ສິງຫາ2020, ພະແນກຕໍາຫຼວດ, ໜ່ວຍງານງານສືບສວນ-ສອບສວນ ຄະດີອາຍາ ເສດຖະກິດ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ສຶກສາອົບຮົບຜູ້ຂາຍ ເລກເຖື່ອນ ຈໍານວນ 11 ຄົນ ຍິງ 6 ຄົນ ແລະ ຮ້ານເກມອອນລາຍຈຳນວນ 40ຮ້ານ

ທ່ານ ພັທ ຄຳພູນ ຊອມບຸຜາ ຫົວໜ້າພະແນກຕຳຫຼວດ ປກສ ນະຄອນໄກສອນ ພົມວິຫານກ່າວວ່າ: ປັດຈຸບັນ, ມີກຸ່ມຄົນຈໍານວນຫນຶ່ງພາກັນລັກລອບເຄື່ອນໄຫວຂາຍເລກ/ຫວຍເຖື່ອນ ເພື່ອໃຫ້ຄົນຊ່ຽງໂຊກ ແລະ ຕູ້ເກມອອນລາຍ ເຊິ່ງເປັນການພະນັນອີກຮູບການຫນຶ່ງໂດຍອິງໃສ່ຄຳສັ່ງແນະນຳຂອງລັດຖະມົນຕີກະຊວງການເງິນວ່າດ້ວຍການຄຸ້ມຄອງກິດຈະການຫວຍສະບັບເລກທີ 1332/ກງ, ລົງວັນທີ່ 17/6/2009 ແລະ ແຈ້ງການຂອງຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເລື່ອງການອະນຸມັດໃຫ້ສ້າງຕູ້ເກມ ສະບັບເລກທີ່ 157/ຫກ, ລົງວັນທີ 24/4/2017 ເຊິ່ງຈະໄດ້ນຳຜູ້ກະທຳຜິດມາສຶກສາອົບຮົມ-ກ່າວເຕືອນຫາກບຸກຄົນ, ນິຕິບຸກຄົນຍັງສືບຕໍ່ກະທຳຜິດຈະຖືກນຳໃຊ້ມາດຕະການທາງດ້ານກົດໝາຍຢ່າງເດັດຂາດຕາມມາດຕາ 141 ການຫຼິ້ນການພະນັນທີ່ຕ້ອງຫ້າມໄດ້ລະບຸໄວ້ວ່າ: ບຸກຄົນໃດຫາກມີການຫຼີ້ນການພະນັນທີ່ຕ້ອງຫ້າມຈະຖືກປັບໃຫມແຕ່ 5.000.000 ກີບ ຫາ 10.000.000 ກີບ. ບຸກຄົນໃດຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫຼື ເປັນເຈົ້າມື ຫຼື ເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ເດືອນ ຫາ 2 ປີ ຫຼືດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃຫມແຕ່ 5.000.000 ກີບ ຫາ 15.000.000ກີບ.

Image may contain: 3 people, people sitting, child and indoor

ພັທ ບຸນຖະຫມອມ ໄຊປັນຍາ ໄດ້ຮຽກຮ້ອງໃຫ້ຜູ້ ຂາຍຫວຍເຖື່ອນ ແລະ ຕູ້ເກມອອນລາຍ ຈົ່ງຢຸດເຊົາການກະເຄື່ອນໄຫວດັ່ງກ່າວ ເພາະການກະທໍາຜິດດັ່ງກ່າວນອກຈາກຜິດຕໍ່ລະບຽບກົດຫມາຍແລ້ວ ຍັງເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບ ຮຽບຮ້ອຍ; ພ້ອມດຽວກັນນັ້ນ, ຍັງຮຽກຮ້ອງໃຫ້ພໍ່-ແມ່ ປະຊາຊົນພາຍໃນແຂວງສະຫວັນນະເຂດ ຈົ່ງພາກັນຊອກຢູ່ຫາກິນ, ປະກອບອາຊີບທີ່ສຸດຈະລິດ ຖືກຕ້ອງຕາມ ລະບຽບກົດຫມາຍ.

Image may contain: 4 people, indoor
ຂ່າວສານບ້ານເມືອງ

Post navigation

Previous Post: ອພສ ນະຄອນຫຼວງວຽງຈັນ ມີແຈ້ງການກ່ຽວກັບວັດບ້ານໜອງພະຍາ ສາເຫດປະຕູວັດຖືກປິດລ້ອມ
Next Post: ແຂວງບໍ່ແກ້ວ ແຈ້ງການອີກຄັ້ງກວດສອບປ້າຍໂຄສະນາ ພາຍໃນແຂວງໃຫ້ຖືກຕ້ອງລະບຽບການຝ່າຝືນປັບໃໝລົງໂທດ

Related Posts

ເຮືອຈັກໂຄມໄມ້ທີ່ກາງແມ່ນໍ້າຂອງ ຄົນຕົກນໍ້າ ເຮືອປິ່ນອ້ອມໄປມາ (ມີຄລິບ) ຂ່າວສານບ້ານເມືອງ
ແຂວງວຽງຈັນຮັບແຮງງານລາວທີ່ເປັນພົນລະເມືອງແຂວງວຽງຈັນ 39 ຄົນຈາກສູນກັກຕົວຫລັກ27. ຂ່າວສານບ້ານເມືອງ
ເ ຫຼົ້ າ ຂ າ ວ ເມືອງຄົງເຊໂດນເຊັນສັນຍາ ສະໜອງ ເ ຫຼົ້ າ ຂ າວ ໄປຈຳໜ່າຍຢູ່ ສປ ຈີນ ຂ່າວສານບ້ານເມືອງ
ມສ ລະນຶກວັນຄ້າຍວັນເກີດ ປະທານ ສຸພານຸວົງ ແລະ ຈັດພິທີປ່ອຍປາ ຂ່າວສານບ້ານເມືອງ
5 ບ້ານເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຄວບຄຸມເປັນເຂດແດງ ຂ່າວສານບ້ານເມືອງ
ມອບ – ຮັບ ຫົວໜ້າການເມືອງ – ຫົວໜ້າການທະຫານ ກອງບັນຊາການ ທະຫານແຂວງຫຼວງພະບາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme