Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມລາຍງານຄວາມຄືບໜ້າ ການກໍ່ສ້າງອາຄານປະທານສົງ

Posted on 02/09/202002/09/2020 By All in LAOS No Comments on ກອງປະຊຸມລາຍງານຄວາມຄືບໜ້າ ການກໍ່ສ້າງອາຄານປະທານສົງ

ອພສ: ວັນທີ 31 ສິງຫາ 2020 ໄດ້ໄຂກອງປະຊຸມ ຄະນະກັມມະການ ໂຄງການກໍ່ສ້າງອາຄານສຳນັກງານ ທັງ 3 ຫຼັງ ຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຄັ້ງທີ 5 ຂຶ້ນ ທີ່ ຫ້ອງປະຊຸມ ສູນກາງ ອພສ ຫໍທັມມະສະພາ ຊັ້ນ 2 ວັດພຣະທາດຫຼວງເໜືອ

ເຊິ່ງເມດຕາເປັນປະທານ ໂດຍ ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮັກສາການປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ພ້ອມດ້ວຍພຣະຫຼັກແກ້ວ ຮອງປະທານສູນກາງ ອພສ ພຣະຍອດຄຳ ພຣະຫຼັກຄຳ ພຣະຄຣູ ແລະຄູບາອາຈານທັງຫຼາຍ ເຂົ້າຮ່ວມ ພາຍນອກມີ ທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ເປັນປະທານ ພ້ອມດ້ວຍທ່ານຮອງເຈົ້າຄອງນະຄອນຫຼວງ ທ່ານປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໃນນາມຜູ້ປະຈຳການໂຄງການກໍ່ສ້າງດັ່ງກ່າວ ແລະພາກສ່ວນທີ່ກ່ຽວຂ້ອງ ໃນນັ້ນ ຍັງມີຄອບຄົວການນຳຂັ້ນສູງຂອງພັກລັດ ເຂົ້າຮ່ວມ.

ການສ້າງອາຄານ ທັງ 3 ຫຼັງ ຂອງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແມ່ນໄດ້ດຳເນີນການກໍ່ສ້າງໄປເທື່ອລະຫຼັງ ໂດຍເລີ່ມຕົ້ນຈາກ ການກໍ່ສ້າງພຣະສຸຄັນທະກຸຕີ ຄື ອາຄານກຸຕີອົງພຣະປະມຸກສົງກ່ອນ ແລ້ວຈຶ່ງສ້າງ ອາຄານສຳນັກງານໃຫຍ່ ຂອງອົງການພຸດທະສາສະໜາ ແລະ ອາຄານຫໍປະຊຸມໃຫຍ່.

ອາຄານກຸຕີອົງພຣະປະມຸກສົງ ສນກາງ ອພສ ລາຄາທັງໝົດ 22 ຕື້ 300 ລ້ານກວ່າກີບ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຜ່ານບົດສະຫຼຸບລາຍງານການກໍ່ສ້າງ ອາຄານກຸຕີອົງພຣະປະມຸກສົງ (ພຣະສຸຄັນທະກຸຕີ) ນັບຕັ້ງແຕ່ເລີ່ມລົງມືກໍ່ສ້າງ ໃນເດືອນພະຈິກ 2018 ເປັນຕົ້ນມາ ເຖິງປັດຈຸບັນ ແມ່ນໄດ້ 67% ແລ້ວ ເຊິ່ງທາງບໍລິສັດໄດ້ລົງທຶນສ້າງໄປກ່ອນແລ້ວ 15 ຕື້ 500 ລ້ານກວ່າກີບແລ້ວ ແລະໃຫ້ເຈົ້າຂອງໂຄງການ ຄື ສູນກາງ ອພສ ໄດ້ຈ່າຍຊຳຮະໄປຕາມລຳດັບ ຕາມປັດໄຈໄທຍະທານ ທີ່ອອກຕົນຍາດໂຍມ ພຣະສົງ ພຸດທະສາສະນິກະຊົນທັງຫຼາຍ ຮ່ວມໂມທະນາ ເຊິ່ງປັດຈຸບັນ ເຈົ້າຂອງໂຄງການ ຄື ອພສ ໄດ້ຈ່າຍຊຳຮະໄປແລ້ວພຽງແຕ່ 5 ຕື້ 200 ລ້ານກວ່າກີບ ຈຶ່ງຍັງເຫຼືອປັດໄຈໄທຍະທານ ທີ່ຈະຕ້ອງໄດ້ນຳມາຈ່າຍຊຳຮະການກໍ່ສ້າງອີກ 10 ກວ່າຕື້ກີບ.

ແລະກອງປະຊຸມຍັງໄດ້ ປຶກສາຫາລື ຄົ້ນຄວ້າ ຮ່ວມກັນອອກຄຳຄິດຄຳເຫັນ ໃນການຊອກທຶນປັດໄຈ ມາສ້າງ ອາຄານກຸຕີ ອົງພຣະປະມຸກສົງດັ່ງກ່າວ ໂດຍອາໄສ ແຮງສັດທາ ຂອງອອກຕົນຍາດໂຍມ ພຸດທະສາສະນິກະຊົນ ທັງພາຍໃນແລະຕ່າງປະເທດ

ສາທຸ ສາທຸ ສາທຸ

ຂ່າວສານບ້ານເມືອງ

Post navigation

Previous Post: ອຸດົມໄຊ ລົງວິໄນພະນັກງານທະຫານຈໍານວນໜຶ່ງ ທີ່ເຮັດຜິດຕໍ່ຈັນຍາບັນ ຕໍ່ລະບຽບຂອງກອງທັບ ແລະ ກົດໝາຍຂອງລັດ
Next Post: ອພສ ນະຄອນຫຼວງວຽງຈັນ ມີແຈ້ງການກ່ຽວກັບວັດບ້ານໜອງພະຍາ ສາເຫດປະຕູວັດຖືກປິດລ້ອມ

Related Posts

ປກສ ເມືອງຫ້ວຍຊາຍ ຢ ໄ ອ ສ໌ນ້ຳໜັກ 420 ກິໂລກຼາມ ຂ່າວສານບ້ານເມືອງ
ລົດເລັກຊັດຕໍາຮາວສົ້ນຂົວນໍ້າເຄັມຄົນຕິດພາຍໃນລົດ ຂ່າວສານບ້ານເມືອງ
ສໍ້ໂກງຕົ້ມຕຸນຊັບຄົນອື່ນຍ້ອນຕິດການພະນັນອອນລາຍແລະຫຼິ້ນກິນຟູມເຟືອຍ ຂ່າວສານບ້ານເມືອງ
ເຈັບໜັກ 1 ຄົນ ເຫດລົດຈັກເສຍຫລັກຕົກຄອງ ເຂດ ບ້ານດອນນົກຄຸ້ມ ຂ່າວສານບ້ານເມືອງ
ມາຮອດບ້ານຮອດເຮືອນແລ້ວເດີ ພໍ່ຕູ້ພວງ ຂໍໃຫ້ສູ່ສຸຄະຕິ ຂ່າວສານບ້ານເມືອງ
ກອງພັນໃຫຍ່ 11 ນຳພາທະຫານໃໝ່ເຄື່ອນທັບອົບຮົມ-ຫັດແອບຍິງລູກປືນແທ້. ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme