Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ວາງສະແດງຮູບພາບ ເພື່ອສະເຫລີມສະຫລອງວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 75 ປີ

Posted on 01/09/202001/09/2020 By All in LAOS No Comments on ວາງສະແດງຮູບພາບ ເພື່ອສະເຫລີມສະຫລອງວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 75 ປີ

ນະຄອນຫຼວງວຽງຈັນ: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານເອກອັກ ຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຈັດພິທີໄຂງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ສາຍພົວພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ” ຢູ່ຫໍວັດທະນະທຳແຫ່ງແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 1 ກັນຍາ 2020

ໂດຍມີ ທ່ານກິແກ້ວ ໄຂຄຳພິທູນ, ເລຂາທິການສູນກາງພັກ ປະຊາຊົນປະຕິວັດລາວ, ລັດ ຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ພ້ອມດ້ວຍແຂກຮັບເຊີນຂອງລາວ ແລະ ຫວຽດນາມ ເຂົ້າຮ່ວມ. ທ່ານ ບົວເງິນ ຊາພູວົງ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຮອງປະທານສະມາຄົມມິດຕະພາບລາວ-ຫວຽດນາມ ໃຫ້ຮູ້ວ່າ:

ຈຸດປະສົງການຈັດງານວາງສະແດງຮູບພາບເທື່ອນີ້ ແມ່ນເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າງາມຂອງການພົວພັນຮ່ວມມືລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ແລະ ໄດ້ຖືກປະທານ ໂຮຈິມິນ ທີ່ຍີ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໄດ້ຍົກລະດັບ ເປັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດເຮົາ; ໄດ້ຮັບການທົບສອບໃນແປວໄຟຂອງພາລະກິດປະຕິິວັດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ການພົວພັນດັ່ງກ່າວ ກາຍເປັນມູນເຊື້້ອທີ່ຫາຍາກ, ກາຍເປັນປັດໃຈຮັບປະກັນໄຊຊະນະ ພາລະກິດປະຕິວັດ ແລະ ກາຍເປັນກົດເກນແຫ່ງການຄົງຕົວຂອງສອງປະເທດລາວ-ຫວຽດ ນາມ.

ຖືໂອກາດນີ້ ສຶກສາອົບຮົມຄົນລຸ່ນໝຸ່ມໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງປະຫວັດ ສາດຂອງການພົວພັນຮ່ວມມືລາວ-ຫວຽດນາມ, ໃຫ້ເປັນຜູ້ສືບທອດທີ່ຈົ່ງຮັກພັກດີ, ປົກປັກຮັກສາ ແລະ ເສີມຂະຫຍາຍການພົວພັນຮ່ວມມືດັ່ງກ່າວໃຫ້ຢືນໝັ້ນຍາວນານ ແລະ ແຕກດອກອອກຜົນຢິ່ງຂື້ນ.

ສໍາລັບຮູບພາບທີ່ນໍາມາວາງສະແດງຄັ້ງນີ້ ມີຈໍານວນ 130 ຮູບພາບ ທີ່ສະທ້ອນໃຫ້ເຫັນຢ່າງສັງເຂບມູນເຊື້ອອັນສະຫງ່າອົງອາດແຫ່ງການຮ່ວມສໍາພັນສູ້ຮົບຂອງສອງຊາດໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄື ໃນພາລະກິດການປົກປັກ ແລະ ສ້າງສາພັດທະນາຂອງສອງປະເທດໃນປັດຈຸບັນ; ສະແດງໃຫ້ເຫັນປະສິດທິພາບອັນໂດດເດັ່ນຂອງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ – ສອງລັດ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ ທີ່ພວມຄຽງບ່າຄຽງໄລ່ກ້າວຂື້້ນສູ່ຈຸດໝາຍທີ່ໄດ້ວາງໄວ້ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ, ຄວາມວັດທະນາຖາວອນຂອງປະເທດ ຊາດ.

ງານວາງສະແດງຄັ້ງນີ້ ແມ່ນດໍາເນີນເປັນເວລາ 3 ວັນ ຄື ລະຫວ່າງວັນທີ 1-3 ກັນຍາ 2020 ໂດຍຈະໄດ້ເຊື້ອເຊີນມວນຊົນ ລາວ-ຫວຽດນາມ ສະເພາະບັນດານັກ ຮຽນ-ນັກສຶກສາ, ຊາວໜຸ່ມ, ກ້ອນກໍາລັງ ປກສ-ປກຊ ຈໍານວນຫຼວງຫຼາຍເຂົ້າຢ້ຽມຊົມຮູບພາບວາງສະແດງ. ນີ້ກໍ່ແມ່ນເປັນໜື່ງໃນບັນດາກິດຈະກໍາທີ່ສໍາຄັນຈັດຂື້້ນເພື່ອເປັນການອຸທິດ ແລະ ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ ( 2 ກັນຍາ 1945 – 2 ກັນຍາ 2020)

ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຕາລີເຊຍ ລໍມີໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າໜ້າທີ່ສະເພາະກິດທີ່ເອົາໃຈໃສ່ໃນການລົງກວດກາບັນດາຮ້ານເຫຼົ້າ-ເບຍ​ ຢູ່ໃນຂອບເຂດແຂວງວຽງຈັນ
Next Post: ວັນເພັງຂຶ້ນ 15 ຄໍ່າ ເດືອນ 10 ບຸນຫໍ່ເຂົ້າສະຫຼາກ

Related Posts

ທ່າທາຍ ລັ ກ ຕັດສາຍໄຟແຮງສູງທາງລົດໄຟຖືກໄຟຟ້າ ຊ໋ ອ ດ ຂ່າວສານບ້ານເມືອງ
ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ມ້າງຄະດີ ຊິ ງ ຊັ ບ ຂ່າວສານບ້ານເມືອງ
ເຈົ້າເມືອງອາດສະພອນ ລົງຊີ້ນຳການສ້າງຂະບວນການສ້ອມແປງຂົວຂ້ວາມຫ້ວຍພະນອມ ຂ່າວສານບ້ານເມືອງ
ສາວ ອາຍຸ 25 ປີ ເລີ່ມ ຈ າ ກ ເ ສ ບ ແລ້ວຫັນໄປເ ປັ ນ ຜູ້ ຂ າ ຍ ສຸດທ້າຍ ຖື ກ ຈັ ບ ດໍ າ ເ ນີ ນ ຄ ະ ດີ ຕາມກົດໝາຍ ຂ່າວສານບ້ານເມືອງ
ກະຊວງ ຖວທ ປະກາດໃຫ້ພະນັກງານ
ການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ
ຂ່າວສານບ້ານເມືອງ
ອີຢູ່ ແລະ ລາວ ປຶກສາຫາລືກການສະໜັບສະໜູນງົບປະມານໃຫ້ແກ່ວຽກງານການສຶກສາແລະໂພຊະນາການ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme