Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າໜ້າທີ່ສະເພາະກິດທີ່ເອົາໃຈໃສ່ໃນການລົງກວດກາບັນດາຮ້ານເຫຼົ້າ-ເບຍ​ ຢູ່ໃນຂອບເຂດແຂວງວຽງຈັນ

Posted on 01/09/202001/09/2020 By News No Comments on ເຈົ້າໜ້າທີ່ສະເພາະກິດທີ່ເອົາໃຈໃສ່ໃນການລົງກວດກາບັນດາຮ້ານເຫຼົ້າ-ເບຍ​ ຢູ່ໃນຂອບເຂດແຂວງວຽງຈັນ

ເຈົ້າແຂວງແຂວງວຽງຈັນໄດ້ອອກຄໍາສັ່ງ: ປິດກິດຈະການຂອງຮ້ານອາຫານ ຄຣາດຊິກ (ຮ້ານຟຸ່ຍ)ຢູ່ບ້ານນາຍາງເມືອງໂພນໂຮງແຂວງວຽງຈັນຢ່າງຖາວອນ ເນື່ອງຈາກວ່າຮ້ານດັ່ງກ່າວເຄື່ອນໄຫວບໍ່ສອດຄ່ອງກັບລະບຽບການ ຂອງຂະແໜງການທີ່ກ່ຽວຂ້ອງ,ມອບໃຫ້ພະແນກຖວທ, ເມືອງໂພນໂຮງ, ເຈົ້າໜ້າທີ່ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຕາມຄໍາສັ່ງນີ້ຢ່າງເຂັ້ມງວດ

Image may contain: 5 people, people standing, sky, tree and outdoor

ຕາມແຈ້ງຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 806/ຫສນຍ ລົງວັນທີ 29 ກໍລະກົດ 2020 ແລະ ສະບັບເລກທີ 838/ຫສນຍ ລົງວັນທີ 07 ສິງຫາ 2020 ເຫັນດີໃຫ້ສືບຕໍ່ປະຕິບັດມາດຕະການຜ່ອນຜັນ,ການປ້ອງກັນ,ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂພະຍາດCOVID-19 ຄືກັນກັບບັນດາມາດຕະການທີ່ໄດ້ປະຕິບັດໃນເດືອນສິງຫາ 2020 ທີ່ຜ່ານມາດັ່ງນີ້:

No photo description available.

1. ສືບຕໍ່ປິດບັນດາກິດຈະການຮ້ານບັນເທິງ,ຮ້ານຄາລາໂອເກະ ແລະ ຮ້ານເກມ ໃຫ້ພາກສ່ວນທີ່ກ່ຽວຂ້ອງບົງຕິດຕາມກວດກາຖ້າລະເມີດໃຫ້ມີການກ່າວເຕືອນ ຖ້າຍັງຝ່າຝືນໃຫ້ຖອນໃບອະນຸຍາດຊົ່ວຄາວ

2. ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖີ່ນ ສຳລັບການເຂົ້າອອດຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ,ຍົກເວັ້ນບາງດ່ານທີ່ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກໄດ້.ສ່ວນດ່ານສາກົນແມ່ນໃຫ້ຄົນລາວ ແລະ ຕ່າງປະເທດທີ່ມີຄວາມຈຳເປັນຮີບດ່ວນ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.ສຳລັບຂົນສົ່ງສິນຄ້າແມ່ນສາມາດເຂົ້າ-ອອກປົກກະຕິໄດ້

3. ສືບຕໍ່ໂຈະອອກວິຊ່າທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບຜູ້ທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ-19

4. ສືບຕໍ່ໂຈະຍົນເຊົ່າເໝົາລໍາລະຫວ່າງປະເທດ ແລະ ໃຫ້ຄະນະສະເພາະກິດສົມທົບກັບກົມການບິນພົນລະເຮືອນ ອອກມາດຕະການໃໝ່ໃຫ້ລະອຽດ ແລະ ຮັດກຸມ ແລ້ວສະເໜີຕໍ່ລັດຖະບານເພື່ອອະນຸມັດ

— ເຫັນດີໃຫ້ເອົາເວລາ 23:00 ໂມງເປັນເວລາປິດຮ້ານອາຫານ ໂດຍໃຫ້ປະຕິບັດເປັນເອກະພາບທົ່ວປະເທດ

— ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບອົງການປົກຄອງທ້ອງຖິ່ນ ເຂັ້ມງວມ ຕິດຕາມ ແລະ ກວດກາ ຜູ້ທີ່ລັກລອບເຂົ້າເມືອງ ທີ່ບໍ່ຜ່ານຊາຍແດນ ມາຈໍາກັດບໍລິເວນ ແລະ ກວດຫາເຊື້ອພະຍາດໂຄວິດ-19

Image may contain: table
ຂ່າວສານບ້ານເມືອງ

Post navigation

Previous Post: ຊາຍປິດຊີບຕົນເອງແຂວນຄໍຂ້າງປ່ອງຢ້ຽມ ເຂດບ້ານໂຊກໃຫຍ່
Next Post: ວາງສະແດງຮູບພາບ ເພື່ອສະເຫລີມສະຫລອງວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 75 ປີ

Related Posts

ພົບແລ້ວສົບເດັກນ້ອຍຈົມນໍ້າ ທີ່ບ້ານປາກຊາບໃຫມ່ ເມືອງໄຊທານີ ຂ່າວສານບ້ານເມືອງ
ປກສ ນະຄອນຫຼວງ ເຕືອນ ໂຮງງານໃດຍັງເປີດ ຕ້ອງຮັບຜິດຊອບກັບການກະທຳຂອງຕົນເອງ ຂ່າວສານບ້ານເມືອງ
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ຊີ້ນໍາວຽກງານຕ້ານ ຢູ່ເມືອງປາກງື່ມ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາຍງານວັນທີ 1 ເມສາ 2020 ມີຜູ່ຕິດເຊື້ອເພີ່ມ 1 ຄົນ ລວມ 10 ຂ່າວສານບ້ານເມືອງ
ທະຫານຊາຍແດນເມືອງ ສີສັດຕະນາກ ຈັດຕັ້ງກຳລັງຢ່າງເຂັ້ມງວດ ໃນການປ້ອງກັນເວນຍາມ ຂ່າວສານບ້ານເມືອງ
ກັກໂຕແກ້ງປອມແປງເອກະສານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme