Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຮງງານ ອ 674 ປິດຊຸດອົບຮົມກໍ່ສ້າງນາຍຊ່າງສ້ອມແປງອາວຸດ ຊຸດທີ VI/2

Posted on 01/09/202001/09/2020 By News No Comments on ໂຮງງານ ອ 674 ປິດຊຸດອົບຮົມກໍ່ສ້າງນາຍຊ່າງສ້ອມແປງອາວຸດ ຊຸດທີ VI/2

ໂຮງງານ ອ.674 ໄດ້ຈັດຕັ້ງ ພິທີປິດຊຸດອົບຮົມນາຍຊ່າງສ້ອມແປງອາວຸດ ຊຸດທີ VI/2 ໃນວັນທີ 26 ສິງຫາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານກຳມະການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມຄຸ້ມຄອງອາວຸດ-ກະສູນ, ຄະນະອຳນວຍການວິທະຍາຄານເຕັກນິກການທະຫານ, ມີພະແນກອົບຮົມ ກົມເສນາເຕັກນິກ, ຄະນະພັກ-ຄະນະ ອຳນວຍການໂຮງງານ ອ 674, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງບັນດາພະແນກການທີ່ກ່ຽວຂ້ອງພ້ອມດ້ວຍຄູ-ອາຈານຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ.

Image may contain: 1 person, standing and indoor

ໃນພິທີສະຫາຍ ພັນໂທ ບຸນທະ ໜອມ ສາຍຄຳຈັນອຳນວຍການໂຮງງານ ອ.674 ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການເຝິກອົບຮົມ, ກໍ່ສ້າງນາຍຊ່າງສ້ອມແປງອາວຸດ ຊຸດອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມອົບຮົມທັງໝົດ 53 ສະຫາຍ, ບົດຮຽນທີ່ນຳມາອົບຮົມປະກອບມີພາກການເມືອງ 14 ຊົ່ວໂມງ, ການທະຫານ 42 ຊົ່ວໂມງ, ວິຊາ ເຕັກໂນໂລຊີ ແລະ ໂລຫະສາດ 84 ຊົ່ວໂມງ, ວິຊາສະເພາະເຕັກນິກສ້ອມແປງປືນທະຫານຮາບ 21 ຊົ່ວໂມງ, ວິຊາສະເພາະເຕັກນິກສ້ອມແປງປືນປ້ອງກັນອາກາດ 21 ຊົ່ວໂມງ, ວິຊາສະເພາະເຕັກນິກສ້ອມແປງປືນໃຫຍ່ໜ້າດິນ 665 ຊົ່ວໂມງ. ໃນນີ້ມີທິດສະດີການປະກອບສ້າງ, ທິດສະດີສ້ອມແປງ ແລະ ພາກປະຕິບັດຕົວຈິງ, ຜ່ານການຈັດຕັ້ງສອບເສັງຕົວຈິ່ງສາມາດຄັດເລືອກໄດ້ນັກຮຽນປະເພດດີເລີດ 5 ສະຫາຍ, ປະເພດດີຫຼາຍ 15 ສະຫາຍ , ປະເພດ ດີ 22 ສະຫາຍ ແລະ ດີພໍໃຊ້ 8 ສະຫາຍ , ໃນພິທີຍັງໄດ້ປະກາດເລື່ອນຊັ້ນໃຫ້ນັກເຝິກອົບຮົມຄື: ເລື່ອນຊັ້ນສິບໂທຂຶ້ນຊັ້ນ ສິບເອກຈຳນວນ13 ສະຫາຍ, ສິບຕີຂຶ້ນສິບເອກຈຳນວນ 19 ສະຫາຍ ພ້ອມທັງມອບປະກາສະນີຍະບັດໃຫ້ນັກຮຽນທີ່ຮຽນຈົບອີກດ້ວຍ. ໃນໂອກາດເຂົ້າຮ່ວມພິທີ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານໄດ້ໃຫ້ກຽດໂອ້ລົມກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຄະນະພັກ-ຄະນະບັນຊາ, ພະນັກ ງານ-ຄູອາຈານ ແລະ ນັກເຝິກອົບຮົມ, ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ພ້ອມທັງຮຽກຮ້ອງ ໃຫ້ນັກເຝິກອົບຮົມຈົ່ງພ້ອມກັນນຳເອົາບົດຮຽນໄປປະຕິບັດເຂົ້າໃນວຽກງານຕົວຈິງແນໃສ່ສ້ອມແປງໃຫ້ມີຄຸນນະພາບ, ມີຄວາມປອດໄພ ແລະ ຮູ້ແກ້ໄຂກໍລະນີມີຂໍ້ຜິດພາດ, ສ້ອມແປງໃຫ້ເກັ່ງ, ສ້ອມແປງອາວຸດໃຫ້ໄດ້ຫຼາຍຊະນິດກາຍເປັນນັກສ້ອມແປງທີ່ມີສີມືດີຂອງກອງທັບ, ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໂດຍ: ຄອນພູພະ

ຂ່າວສານບ້ານເມືອງ

Post navigation

Previous Post: ປຶກສາຫາລື ປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຫ້ອງທົດລອງ ຢູ່ ສປປ ລາວ
Next Post: ຊາຍປິດຊີບຕົນເອງແຂວນຄໍຂ້າງປ່ອງຢ້ຽມ ເຂດບ້ານໂຊກໃຫຍ່

Related Posts

ນະຄອນຫລວງວຽງຈັນ ຄາດວ່າຈະນໍາໃຊ້ງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານໍ້າຖ້ວມຂັງ ຂ່າວສານບ້ານເມືອງ
ພິທີເປີດນໍາໃຊ້ຂົວນໍ້າພະນາຍ 3 ບ້ານເກິນກາງເມືອງທຸລະຄົມແຂວງວຽງຈັນ ຂ່າວສານບ້ານເມືອງ
ຫໍໂຮງ…! ທີ່ເຮັດດ້ວຍໄມ້ສັກຄຸນນະພາບດີທັງໝົດ”ຫໍໄຊ” ຂ່າວສານບ້ານເມືອງ
ແຈ້ງຄືນແລ້ວ! ກ່ຽວກັບການບໍລິການສັກວັກຊີນ ໂ ຄ ວິ ດ ຢູ່ນະຄອນຫຼວງພະບາງ ຂ່າວສານບ້ານເມືອງ
ເລັ່ງຄົ້ນຫາ ດອກຟ້າ ເພັດໂພນທອງ ຂຽນຈົດໝາຍອໍາລາ ກ່ອນໄປໂດດຂົວນໍ້າຂອງທີ່ປາກເຊ ຂ່າວສານບ້ານເມືອງ
ແຂວງຈໍາປາສັກຈະເລີ່ມສັກວັກຊິນກັນພະຍາດໂຄວິດໃຫ້ແກ່ປະຊາຊົນ ເລີ່ມວັນທີ 27 ກໍລະກົດ 2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme