Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປຶກສາຫາລື ປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຫ້ອງທົດລອງ ຢູ່ ສປປ ລາວ

Posted on 01/09/202001/09/2020 By All in LAOS No Comments on ປຶກສາຫາລື ປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຫ້ອງທົດລອງ ຢູ່ ສປປ ລາວ

ກົມມາດຕະຖານ ແລະ ວັດແທກ ໄດ້ເປີດກອງປະຊຸມປຶກສາຫາລື, ປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຫ້ອງທົດລອງ ຢູ່ ສປປ ລາວ.

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2020 ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີການຈັດກອງປະຊຸມຂື້ນເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຫ້ອງທົດລອງ ຢູ່ ສປປ ລາວ ບົນພື້ນຖານການຄົ້ນຄວ້າຂອງ ພະແນກ ຄົ້ນຄວ້າ ແລະ ພັດທະນາ ໂດຍການປະສານສົມທົບກັບສູນຮັບຮອງລະບົບ ISO ແຫ່ງຊາດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ, ໂດຍມີຈຸດປະສົງໃນການຄຸ້ມຄອງບັນດາຫ້ອງທົດລອງໃນ ສປປ ລາວ ດັ່ງນັ້ນ ຈື່ງໄດ້ມີການຄົ້ນຄວ້າເພື່ອສ້າງເປັນນິຕິກຳອອກມາເພື່ອເປັນບ່ອນອິງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງສູນດັ່ງກ່າວ.

ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 2 ໂດຍການເປັນປະທານຂອງ ທ່ານ ວຽງຄຳ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ຊຶ່ງມີຜູ້ຕາງໜ້າເຂົ້າຮ່ວມຈາກ ບັນດາຫ້ອງການ, ກົມ, ສະຖາບັນອ້ອມຂ້າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງ ແລະ ຄະນະພະແນກ, ສູນ ພາຍໃນກົມມາດຕະຖານ ແລະ ວັດແທກ ເຂົ້າຮ່ວມທັງໝົດ 30 ກວ່າຄົນ. ເພື່ອຮ່ວມກັນແລກປ່ຽນບົດຮຽນປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງສະບັບດັ່ງກ່າວ, ຊຶ່ງມີທັງໝົດ 8 ໝວດ ແລະ 34 ມາດຕາ ເພື່ອໃຫ້ມີເນື້ອໃນລະອຽດຄົບຖ້ວນສົມບູນທີ່ສຸດ ສາມາດຄວບຄຸມຂອບເຂດຂອງວຽກງານດັ່ງກ່າວ.


ພາຍຫຼັງສຳເລັດກອງປະຊຸມຄັ້ງດັ່ງກ່າວນີ້, ທາງຄະນະຮັບຜິດຊອບຈະໄດ້ພ້ອມກັນຄົ້ນຄວ້າປັບປຸງເນື້ອໃນຕາມການປະກອບຄຳເຫັນເຂົ້າຂອງທີ່ປະຊຸມທີ່ຕົກລົງເຫັນດີເປັນເອກະພາບກັນ ເພື່ອກະກຽມຜ່ານເນື້ອໃນຮ່າງຂໍ້ຕົກລົງສະບັບດັ່ງກ່າວອີກເທື່ອໜື່ງ, ໂດຍການເຊີນເອົາທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຕື່ມ. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາເຄິ່ງມື້, ຈັດຂື້ນທີ່ຫ້ອງປະຊຸມຂອງ ສະຖາບັນຄຸ້ມຄອງ ວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ຮູບພາບ ແລະ ບົດຂ່າວ: ທ ພຸດທະຈັນ ຊັບທະວີ

ຂ່າວສານບ້ານເມືອງ

Post navigation

Previous Post: ຊຽງຂວາງເກມ ກຽມພ້ອມແລ້ວ ຖ້າແຕ່ຂັ້ນເທິງອານຸມັດມື້ຈັດການແຂ່ງຂັນ
Next Post: ໂຮງງານ ອ 674 ປິດຊຸດອົບຮົມກໍ່ສ້າງນາຍຊ່າງສ້ອມແປງອາວຸດ ຊຸດທີ VI/2

Related Posts

ຄອບຄົວ ທ່ານ ຫວັງຊຸນຄາຍ ຈົກເງິນ ຊ່ວຍລັດຖະບານ 3 ຕື້ກີບ ສູ້ໄພ ໂຄວິດ ຂ່າວສານບ້ານເມືອງ
ລົດເມຖອຍຢຽບລົດຈັກ ພໍ່ແມ່ລູກ ລອດວຸດວິດ ທີ່ອັດຕະປື ຂ່າວສານບ້ານເມືອງ
ແຂວງຈໍາປາສັກສັກຢາວັກຊິນກັນພະຍາດໂຄວິດ ໄດ້ແລ້ວ 1 ໝື່ນ ກ່ວາຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ໄຟໄໝ້ ຮ້ານຂາຍເຄື່ອງກໍ່ສ້າງ ທີ່ບ້ານໂພນຕ້ອງສະຫວາດ ເສຍຫາຍໜັກ (ຊົມຄລິບ) ຂ່າວສານບ້ານເມືອງ
ສປປ ລາວ ມີຄວາມສ່ຽງສູງຈະເກີດການລະບາດພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຄົນລາວ ໄດ້ຮັບການຊ່ວຍເຫຼືອຄືນປະເທດ ຫຼັງຕິດຄ້າງຢູ່ຕ່າງປະເທດ ຍ້ອນ ໂຄວິດ-19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme