Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊຽງຂວາງເກມ ກຽມພ້ອມແລ້ວ ຖ້າແຕ່ຂັ້ນເທິງອານຸມັດມື້ຈັດການແຂ່ງຂັນ

Posted on 31/08/202031/08/2020 By All in LAOS No Comments on ຊຽງຂວາງເກມ ກຽມພ້ອມແລ້ວ ຖ້າແຕ່ຂັ້ນເທິງອານຸມັດມື້ຈັດການແຂ່ງຂັນ

ແຂວງຊຽງຂວາງ ມີຄວາມພ້ອມຮອບດ້ານຈະຈັດການແຂ່ງຂັນກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ໂດຍສະເພາະ ທາງດ້ານເນື້ອໃນ, ນິຕິກຳ ແລະ ເອກະສານຕ່າງໆຂອງທຸກກຳມະການ ແລະ ອະນຸກຳມະການ ເພື່ອຮັບໃຊ້ການຈັດງານ ເຊັ່ນດຽວກັບພື້ນຖານໂຄງລ່າງສະໜາມ ແລະ ທີ່ພັກ 100% ເຫຼືອພຽງລໍຖ້າທາງລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກີລາ ອະນຸມັດວັນເວລາເປີດຢ່າງເປັນທາງການເທົ່ານັ້ນ.

ທ່ານ ບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ ໃນນາມກອງເລຂາຜູ້ປະຈຳການຈັດມະຫາກຳກີລາແຫ່ງຊາດ ຄັ້ງທີ XI ໃຫ້ສຳພາດ ເນື່ອງໃນໂອກາດເປີດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາທົ່ວປະເທດ ປະຈຳສົກຮຽນ 2019-2020 ທີ່ມີຂຶ້ນລະຫວ່າງວັນທີ 27-28 ສິງຫາ 2020 ວ່າ:

ສຳລັບວຽກທີ່ໄດ້ຈັດຕັ້ງປະຕິບັດສຳເລັດໄປແລ້ວ ແຕ່ລະກຳມະການ, ອະນຸກຳມະການ ທີ່ຮັບຜິດຊອບແຕ່ລະວຽກແມ່ນໄດ້ເຂົ້າປະຈຳການມາແຕ່ວັນທີ 13 ມັງກອນ ຫາ ວັນທີ 17 ມີນາ 2020 ເຫັນວ່າມີຄວາມພ້ອມຖ້າງານບໍ່ເລື່ອນສາມາດຂັບເຄື່ອນກີລາຄັ້ງນີ້ໄປດ້ວຍດີ, ທາງດ້ານເນື້ອໃນ, ນິຕິກຳ, ເອກະສານຕ່າງໆຂອງທຸກກຳມະການເພື່ອຮັບໃຊ້ການຈັດງານຄັ້ງນີ້ແມ່ນ ກະກຽມສຳເລັດ 100%.

ດ້ານພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ການສ້ອມແປງສະຖານທີ່ພັກຂອງນັກກີລາ ແລະ ຄູຝຶກແມ່ນສຳເລັດ 100%; ກໍ່ສ້າງເສັ້ນທາງ; ລະບົບໄຟຟ້າ; ໄຟເຍືອງທາງ; ລະບົບນ້ຳ ສຳເລັດ 100% ໂດຍສະເພາະສະໜາມກີລາທົ່ງໄຫຫີນ ( ສະໜາມເປີດ-ປິດ ) ໄດ້ມີການມອບ-ຮັບຊົ່ວຄາວແລ້ວ ແລະ ກຳມະການ ການແພດ ສຳເລັດການຈັດຊື້ອຸປະກອນ ແລະ ຢາຮັບໃຊ້ສຳເລັດ 100% .

ທ່ານຍັງໄດ້ກ່າວອີກວ່າ: ດ້ານງົບປະມານບໍລິຫານຈັດງານຮັບໃຊ້ 11 ກຳມະການ ແລະ 43 ອະນຸກຳມະການ ທີ່ລັດຖະບານອະນຸມັດທັງໝົດ ຈຳນວນ 47 ຕື້ກວ່າກີບ, ກະຊວງການເງິນ ແລະ ກະຊວງສຶກສາ ໄດ້ໂອນມາໃຫ້ຄັງເງິນແຫ່ງຊາດປະຈຳແຂວງຊຽງຂວາງທັງໝົດແລ້ວ, ການໃຊ້ຈ່າຍຜ່ານມາທີ່ມີຂໍ້ຕົກລົງອະນຸມັດຈ່າຍຈາກເຈົ້າແຂວງ, ປະທານຈັດງານຈຳນວນ 25,5 ຕື້ກວ່າກີບ ກວມ 54,05%.

ສຳລັບໃນຕອນທ້າຍ ທ່ານຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ ກໍຍັງສະເໜີຈັດກອງປະຊຸມຮ່ວມກັບຄະນະລະດັບຊາດ ເພື່ອກຳນົດວັນເວລາຈັດງານມະຫາກຳກີລາແຫ່ງຊາດ ຄັ້ງທີ XI ສະເໜີຕໍ່ລັດຖະບານໃນເວລາອັນຄວນ ຄາດວ່າຈະມີແຈ້ງການທາງການໃນໄວໆນີ້.

Cr: Media Laos

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ບໍລິຄຳໄຊ ສົ່ງຜູ່ຖືກຫາຄົນໄທ ມາລັກແຕ່ງງານຢູ່ ສປປ ລາວ ກັບຄືນປະເທດ
Next Post: ປຶກສາຫາລື ປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຫ້ອງທົດລອງ ຢູ່ ສປປ ລາວ

Related Posts

ສ້າງຂະບວນການແກ້ໄຂຄວາມທຸກຍາກ ແລະ ໂພຊະນາການ ບ້ານໂພນໄຊ ທີ່ເມືອງຫຼາ ຂ່າວສານບ້ານເມືອງ
ໄຊຍະບູລີ ຈູ ດ ທໍ າ ລ າ ຍ ຢ າ ເ ສ ບ ຕິ ດ ຈໍານວນຫຼາຍ ຂ່າວສານບ້ານເມືອງ
ເລີ່ມແລ້ວງານເທດສະການອາຫານລາວປະຈໍາປີ 2021 ຂ່າວສານບ້ານເມືອງ
ແຈ້ງການ! ເລື່ອງການຄັດເລືອກ ແລະ ນໍາສະເໜີຂໍເອົາລູກຫຼານ ເຂົ້າເປັນທະຫານໃໝ່ ປະຈໍາປີ 2021 ຂ່າວສານບ້ານເມືອງ
ແຈ້ງປັບຂຶ້ນລາຄານ້ຳມັນທົ່ວປະເທດເລີ່ມ 5 ກຸມພາເປັນຕົ້ນໄປ ຂ່າວສານບ້ານເມືອງ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ72ປີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme