ບໍລິຄຳໄຊ: ຕອນເຊົ້າ ວັນທີ 31 ສິງຫາ 2020 ນີ້, ພະແນກຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ ສົມທົບກັບ ດ່ານຕມ ສາກົນປາກຊັນ ຈັດພິທີມອບ-ຮັບ ຜູ່ຖືກຫາ ກັບຄືນປະເທດຊື່ ທ້າວ ມາລຸດ ສິດທິຍາ ອາຍຸ 38 ປີ, ອາຊິບ ຊາວນາ,ປະຈຸບັນຢູ່ບ້ານ ໂພນແພງ, ເມືອງ ວານອນ ແຂວງ ສະກົນນະຄອນ, ເປັນຄົນເຊື້ອຊາດ-ສັນຊາດ ໄທ, ກັບຄືນປະເທດ

ໃນຂໍ້ຫາລັກສ້າງຄອບຄົວກັບຄົນລາວທີ່ຜິດຕໍ່ດໍາລັດ ເລກທີ 198/ນຍ ລົງວັນທີ 19 ທັນວາ 1994 ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ ເພື່ອມອບໃຫ້ເຈົ້າໜ້າທີ່ດ່ານ ຕມ ສາກົນບືງການ ນໍາຕົວຜູ້ກ່ຽວໄປສືກສາອົບຮົມ ແລະ ປະກອບເອກະສານຂໍແຕ່ງດອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດ.

.

.

.

.
