Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເດີ່ນບິນໜອງຄ້າງສໍາເລັດແລ້ວ ກວ່າ 92 ເປີເຊັນ

Posted on 31/08/202001/09/2020 By All in LAOS No Comments on ເດີ່ນບິນໜອງຄ້າງສໍາເລັດແລ້ວ ກວ່າ 92 ເປີເຊັນ

ມູນຄ່າວຽກໂຄງການກໍ່ສ້າງສະໜາມບິນໜອງຄ້າງຍັງບໍ່ພໍ 9,5 ລ້ານໂດລາ (ປະມານ 86,45 ຕື້ກີບ) ກຽມສະເໜີລັດຖະບານອະນຸມັດເພີ່ມ

ທ່ານ ສີນະຄອນ ໄຊຍະວັນສີ ຮອງຫົວໜ້າຄຸ້ມຄອງໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ລາຍງານຕໍ່ ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ, ທ່ານ ຫົງທອງ ຈັນທາຈິດ ຫົວໜ້າພະແນກການເງິນແຂວງຫົວພັນ, ຫົວໜ້າສ່ວຍສາອາກອນ ປະຈໍາແຂວງ ພ້ອມດ້ວຍຄະນະ ເນື່ອງໃນໂອກາດລົງຢ້ຽມຢາມໂຄງການກໍ່ສ້າງໃນວັນທີ 25 ສິງຫາ 2020 ວ່າ:

“ມາຮອດປັດຈຸບັນການກໍ່ສ້າງສະໜາມບິນໜອງຄ້າງປະຕິບັດສໍາເລັດ 92,34% ໃນຂະນະດຽວກັນການຈັດຕັ້ງປະຕິບັດຕົວຈິງໂຄງການດັ່ງກ່າວໄດ້ເກີດມີວຽກເພີ່ມຈໍານວນໜຶ່ງທີ່ມີບໍລິມາດເກີນຢູ່ໃນສັນຍາ, ຊຶ່ງມີຄວາມຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອຮັບປະກັນໃຫ້ມີຄວາມປອດໄພໃນການນໍາໃຊ້ສະໜາມບິນ, ຊຶ່ງຈະຕ້ອງລໍຖ້າຝ່າຍເຈົ້າຂອງໂຄງການອະນຸມັດບັນດາໜ້າວຽກ ແລະ ມູນຄ່າວຽກເພີ່ມດັ່ງກ່າວຍ້ອນສາເຫດດັ່ງກ່າວ ບວກກັບການລະບາດຂອງພະຍາດໂຄວິດ-19 ບໍລິສັດຜູ້ຮັບເໝົາກໍ່ສ້າງ, ຈຶ່ງຢຸດຕິການກໍ່ສ້າງຊົ່ວຄາວເລີ່ມແຕ່ທ້າຍເດືອນມີນາ 2020 ຈົນມາຮອດປັດຈຸບັນ.

ສາເຫດທີ່ພາໃຫ້ມີວຽກເພີ່ມໃນເວລາລົງມືຈັດຕັ້ງປະຕິບັດການສໍາຫຼວດ-ອອກແບບ ໃນເບື້ອງຕົ້ນເຫັນວ່າບໍລິສັດທີ່ປຶກສາໂຄງການໄດ້ສໍາຫຼວດເກັບກໍາຂໍ້ມູນ ໃນຂອບເຂດບໍລິເວນພື້ນທີ່ການກໍ່ສ້າງໂຄງລ່າງຂອງສະໜາມບິນເທົ່ານັ້ນ ລວມທັງການອອກແບບສໍາລັບການບິນຂຶ້ນ-ລົງຂອງເຮືອບິນໃນທິດທາງດຽວເປັນຫຼັກ, ຊຶ່ງໄລຍະນັ້ນແມ່ນມີຄວາມຫຍຸ້ງຍາກໃນການເຂົ້າຫາພື້ນທີ່ເພື່ອດໍາເນີນການສໍາຫຼວດ, ຍ້ອນພື້ນທີ່ເປັນພູສູງບໍ່ສາມາດດໍາເນີນການສໍາຫຼວດ ເກັບກູ້ລະເບີດບໍ່ທັນແຕກ.

ພາຍຫຼັງໄດ້ດໍາເນີນການກໍ່ສ້າງມາໄດ້ໄລຍະໜຶ່ງແລ້ວ ຈຶ່ງໄດ້ມີການປະເມີນຄວາມສ່ຽງໃນການບໍລິການສະ ໜາມບິນໃນອານາຄົດ, ຈຶ່ງມີຄວາມຈໍາເປັນຕັດພູຢູ່ຕາມແລວທາງຂຶ້ນ-ລົງຂອງເຮືອບິນທັງສອງເບື້ອງທີ່ເປັນອຸປະສັກແກ່ການປະຕິບັດການບິນ, ເພື່ອເຮັດໃຫ້ສະໜາມບິນຂຶ້ນ-ລົງ ໄດ້ທັງສອງທິດທາງຕາມມາດຕະຖານສະໜາມບິນ Code 3C ຂອງອົງການການບິນພົນລະເຮືອນສາກົນ.

ຜ່ານການກວດສອບພາກສະໜາມຕົວຈິງບັນດາໜ້າວຽກ ແລະ ມູນຄ່າເພີ່ມແມ່ນມີຄວາມຈິງ, ມີແບບແຕ້ມເຕັກນິກກໍ່ສ້າງລະອຽດຖືກຕ້ອງເໝາະສົມຕາມການຄິດໄລ່ຂອງບໍລິສັດທີ່ປຶກສາໂຄງການ ແລະ ຮັບຮອງຈາກຫົວໜ້າໂຄງການ, ຈໍານວນບໍລິມາດຕັດດິນທີ່ເປັນວຽກເພີ່ມທັງໝົດ 4.795.230 ແມັດກ້ອນຕົກເປັນມູນຄ່າ 13.479.206 ໂດລາສະຫະລັດ ແລະ ວຽກເພີ່ມຕິດຕັ້ງດອກໄຟຟັງລົງໜ້າທາງແລ່ນຂຶ້ນ-ລົງຕົກເປັນມູນຄ່າ 6.017 ໂດລາສະຫະລັດ, ກໍ່ສ້າງລະບົບນໍ້າປະປາຕົກເປັນມູນຄ່າ 13,38 ຕື້ກີບ ຫຼື ປະມານ 1.500.000 ໂດລາສະຫະລັດ ຊຶ່ງລວມບັນດາໜ້າວຽກດັ່ງກ່າວມູນຄ່າທັງໝົດ 14.985.233 ໂດລາສະຫະລັດ.

ນອກຈາກນັ້ນ, ກໍ່ຍັງມີເງິນຄັງແຮໂຄງການລວມກັບໜ້າວຽກທີ່ບໍ່ໄດ້ຈັດຕັ້ງປະຕິບັດແມ່ນຍັງມີຈໍານວນ 5.027.074 ໂດລາສະຫະລັດ. ສະນັ້ນ, ເມື່ອຫັກລົບແລ້ວຍັງເຫັນວ່າມູນຄ່າວຽກທັງໝົດຂອງໂຄງການກໍ່ສ້າງສະໜາມບິນໜອງຄ້າງແມ່ນຍັງບໍ່ພຽງພໍຈໍານວນ 9.535.424 ໂດລາສະຫະລັດ. ຕໍ່ກັບຄວາມຕ້ອງການທາງດ້ານງົບປະມານຜູ້ຮັບຜິດຊອບໂຄງການຈຶ່ງສະເໜີລັດຖະບານພິຈາລະນາ ແລະ ອະນຸມັດມູນຄ່າເພີ່ມທີ່ບໍ່ພຽງພໍ ຈໍານວນ 9.535.424 ໂດລາສະຫະລັດ ແລະ ທັງຊຸກຍູ້ໃຫ້ບໍລິສັດ ທາໂກ ສືບຕໍ່ສະໜອງທຶນໃຫ້ບໍລິສັດ ຮຸ້ນສ່ວນ ຮວ່າງແອງ ຢາລາຍ ເພື່ອໃຫ້ມີງົບປະມານສືບຕໍ່ປະຕິບັດໂຄງການດັ່ງກ່າວ.

ພາບ-ຂ່າວ: ອາພັດສະລາ ຈັນທະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ສານຂອງທ່ານນາຍົກ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 2020-2021
Next Post: ລາວ ໂທລະຄົມ 5G ຂອງແທ້ດ້ານເຕັກໂນໂລຊີ Lao Telecom Real Technology Real 5G

Related Posts

ປກສ ເມືອງຫົວເມືອງ ທໍ າ ລ າ ຍ ອ າ ວຸ ດ ລ່ າ ເ ນື້ ອ ແລະ ຈັກສະຕີນ ຂ່າວສານບ້ານເມືອງ
ບໍ່ຮອດອາທິດລາຄາຄໍາໄດ້ປັບຂຶ້ນແບບກະໂດດສູງສຸດໃນຮອບ 7 ປີ ຂ່າວສານບ້ານເມືອງ
ກະບະປະທະລົດຈັກ ເສຍຊີວິດ 1 ສາຫັດ 1 ທາງເມືອງມະຫາໄຊ ຂ່າວສານບ້ານເມືອງ
ອອກມາແລ້ວ ຂໍ້ຕົກລົງ ວ່າດ້ວຍ ການແບ່ງຕົວເລກ ລັດຖະກອນໃໝ່ ປະຈໍາປີ 2022 ຂ່າວສານບ້ານເມືອງ
ມະຫາກໍາບຸນຊ້າງ ໄຊຍະບູລີ 13-20 ກຸມພາ 2023 ຂ່າວສານບ້ານເມືອງ
ລັດວິສາຫະກິດໄຟຟ້າລາວ ສະເໜີຈະຫຼຸດຄ່າໄຟຟ້າ 3% ຂອງມູນຄ່າໃບບິນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme