Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ສາລະວັນ ຈັບສອງຜົວເມຍຄົນຫວຽດນາມ ທີ່ເຄື່ອນໄຫວຂາຍເລກເຖື່ອນ

Posted on 31/08/202031/08/2020 By All in LAOS No Comments on ປກສ ສາລະວັນ ຈັບສອງຜົວເມຍຄົນຫວຽດນາມ ທີ່ເຄື່ອນໄຫວຂາຍເລກເຖື່ອນ

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງສາລະວັນ ໄດ້ສຶກສາອົບຮົມ ຜົວ-ເມຍຊາວຫວຽດນາມ ທີ່ເຄື່ອນໄຫວຂາຍເລກເຖື່ອນ ( ເລກໄທ-ຫວຽດນາມ) ຢູ່ແຂວງສາລະວັນ ໃນວັນທີ 18 ສິງຫາ 2020.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%

ຮອ ອໍາພອນ ພົມມະຫາໄຊ ຫົວໜ້າພະແນກສືບສວນ-ສອບສວນຄະດີອາຍາ ປກສ ແຂວງສາລະວັນ ໃຫ້ຮູ້ວ່າ: ໄດ້ກັກຕົວ ທ້າວ ຫງຽນດ້າຍກິວ ອາຍຸ 40 ປີ ແລະ ນາງ ເລຮົງຢຸງ ອາຍຸ 38 ປີ ສັນຊາດຫວຽດນາມ ເປັນຜົວ-ເມຍ ພັກເຊົາຢູ່ບ້ານຫຼັກ 2 ເມືອງ ແລະ ແຂວງສາລະວັນ ໃຫ້ຂໍ້ຫາຂາຍເລກເຖື່ອນ ( ຫວຽດນາມ ແລະ ໄທ ) ມາແຕ່ປີ 2018; ເຊິ່ງການກະທໍາດັ່ງກ່າວຂອງພວກກ່ຽວ ແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ມາດຕາ 141 ຂອງປະມວນກົດກົດໜາຍອາຍາ ສະບັບປັບປຸງປີ 2017 ການຄ້າຂາຍເລກເຖື່ອນ.

ເຈົ້າໜ້າທີ່ ໄດ້ສຶກສາອົບຮົມ ໃຫ້ພວກກ່ຽວປ່ຽນແປງພຶດຕິກຳທີ່ຜິດຕໍ່ລະບຽບກົດໝາຍ ແລ້ວຫັນມາປະກອບອາຊີບທີ່ຖືກຕ້ອງ.

ໃນກໍລະນີທີ່ພົບເຫັນການກະທໍາຜິດໃນຄັ້ງຕໍ່ໄປແມ່ນຈະຖືກດໍາເນີນຄະດີຕາມລະບຽບກົດໝາຍໂດຍບໍ່ມີການຍົກເວັ້ນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊ່ວຍແດ່ ໂຈນລັກລົດຈັກ ກ້ອງວົງຈອນບັນທຶກໄດ້
Next Post: ລົງດາບ ຮ້ານເກມອ່ອນລາຍ ແລະ ຜູ່ຂາຍເລກເຖື່ອນ ທີ່ ນະຄອນ ໄກສອນພົມວິຫານ

Related Posts

ພົບອີກແລ້ວ!!! ເຄື່ອງໃນໝູປົນເປື້ອນສານພິດ ເຈົ້າໜ້າທີ່ທໍາລາຍຖິ້ມເປັນຈໍານວນຫຼາຍ ຂ່າວສານບ້ານເມືອງ
ໝາກຜົນຂອງກອງປະຊຸມ
ລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ຈັດຂື້ນຢູ່ສປປ ລາວ
ຂ່າວສານບ້ານເມືອງ
ຂ່າວດ່ວນ! ມື້ນີ້ ລາວເຮົາພົບຜູ້ຕິດເຊື້ອໂຄວິດເພີ່ມມື້ນີ້ +68ຄົນ ຂ່າວສານບ້ານເມືອງ
ຊາວພຸດຈຳນວນຫຼາຍ ເດີນທາງໄປທຳບຸນທີ່ ເມືອງລັບແລ ບ້ານນາກະຕຶບ ເມືອງຫີນບູນ ຂ່າວສານບ້ານເມືອງ
ກອງປະຊຸມໃຫຍ່ຄັ້ງທີ VIII ອົງການພຸດທະສາສະໜາສໍາພັນລາວແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ສະພາຮັບຮອງ ທ່ານ ສອນໄຊ ສີພັນດອນ ໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ຜູ້ໃໝ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme