ນະຄອນຫຼວງວຽງຈັນ: ລາຍງານຈາກ 1623 ໃຫ້ຮູ້ວ່າ ວັນທີ 29 ສິງຫາ 2020ເວລາ 22:21 ໂມງ.
ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດຈັກ. ຈຸດເກີດເຫດແມ່ນເສັ້ນທາງບ້ານສາຍນ້ຳເງິນ.ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ:

ຜູ່ທີ1: ເປັນເພດຊາຍ ອາຍຸ 25-30ປີ ປີ ອາຊີບປະຊາຊົນ ບ້ານຫ້ວຍຫົງ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ອາການເບື້ອງຕົ້ນແມ່ນ: ບາດແຜເປີດໃຫຍ່ຢູ່ຫນ້າຜາກ,ືບາດແຜເປີດໃຫຍ່ຢູ່ຄໍ (ບໍ່ມີສະຕິ). ໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານຂັ້ນເບື້ອງຕົ້ນໃຫ້ຄົນເຈັບແລະໄດ້ນຳສົ່ງຄົນເຈັບໄປໂຮງຫມໍ 150 ຕຽງ

ຜູ່ທີ2: ເປັນເພດຊາຍ ອາຍຸປະມານ 25-30ປີ (ບໍ່ຮູ້ຂໍ້ມູນແລະປະກາດຕາມຫາຍາດພີ່ນ້ອງ) ອາການເບື້ອງຕົ້ນແມ່ນກະໂຫລກຫນ້າຍຸບ (ເສຍຊີວິດຄາທີ່).ຜູ້ຝ່ເສຍຊີວິດແມ່ນຝາກໄວ້ໂຮງເຢັນມູນນິທິຈີນ.

ສ່ວນສາເຫດຂອງອຸບັດຕິເຫດ ເຈົ້າໜ້າທີ່ກ່ຽວຂ້ອງຈະເຮັດການກວດສອບຕາມຊັ້ນຕອນກົດໝາຍຕໍ່ໄປ.

ບາດເຈັບສຸກເສີນແຈ້ງທີ່ເບີ1623ຕະຫຼອດ24ຊົ່ວໂມງ.

.

.

.
