Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທະຫານແຂວງອຸດົມໄຊ ສະຫຼຸບວຽກງານປ້ອງກັນພາຍໃນ 5 ປີ

Posted on 30/08/202030/08/2020 By All in LAOS No Comments on ທະຫານແຂວງອຸດົມໄຊ ສະຫຼຸບວຽກງານປ້ອງກັນພາຍໃນ 5 ປີ

ກອງທັບ: ກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານປ້ອງກັນ ພາຍໃນ 5 ປີ 2016-2020 ແລະ ວາງທິດທາງແຜນການ 5 ປີ 2021-2025 ໄດ້ໄຂຂຶ້ນໃນວັນ ທີ 25 ສິງຫາ 2020 ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ຄຳຍີນ ແສງສຸລີ ກຳມະ ການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນ ຊາການ,

ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພັນໂທ ວັນດີ ກິມມະ ແສນ ຮອງຫົວໜ້າກົມປ້ອງກັນ ພາຍໃນ, ມີຄະນະພັກ-ຄະນະບັນ ຊາອົງການ 5 ຫ້ອງ, ກອງບັນຊາ ການທະຫານເມືອງ 7 ເມືອງ, ກອງພັນນ້ອຍ 414, ໂຮງຮຽນ, ໂຮງໝໍກອງຮ້ອຍເອກະລາດ, ແຂກເຊີນຈາກກອງພົນທີ 3, ປກສ ແຂວງ ແລະ ຜູ້ເຮັດວຽກງານປ້ອງກັນພາຍໃນເຂົ້າຮ່ວມ. ສະຫາຍ ພັນໂທ ແກ້ວວິເສດ ລູກສອນນ້ອຍ ຄະນະພັກກອງ ບັນຊາການ ຮອງຫົວໜ້າຫ້ອງ ການເມືອງກອງບັນຊາການທະ ຫານແຂວງອຸດົມໄຊ ໄດ້ຂຶ້ນຜ່ານ ບົດສະຫຼຸບຕີລາຄາຄືນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານປ້ອງ ກັນພາຍໃນ ໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ,

ເຊິ່ງຄະນະພັກ-ຄະນະບັນ ຊາ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດເປັນ ກົກ, ລົງໃກ້ຊິດຕິດແທດຊີ້ນຳ-ນຳພາພະແນກການທີ່ກ່ຽວຂ້ອງ ລົງເຄື່ອນໄຫວວຽກງານຫັນລົງ ກໍ່ສ້າງຮາກຖານສົມທົບກັບຄະ ນະພັກ-ຄະນະບັນຊາແຕ່ລະກົມ ກອງ, ກວດກາເກັບກຳສະພາບ ການຕ່າງໆໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານຕາມ 4 ໜ້າ ທີ່ໃຫຍ່ 26 ແຜນງານ ທີ່ຄະນະ ພັກກະຊວງປ້ອງກັນປະເທດວາງ ອອກ,

ນຳເອົາບັນດາມະຕິຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ຂອງກອງທັບ ມາຈັດຕັ້ງເຊື່ອມ ຊຶມໃຫ້ພະນັກງານ-ນັກຮົບໄດ້ຮັບ ຮູ້ເຂົ້າໃຈຢ່າງເລິກເຊິ່ງ, ໄດ້ນຳ ເອົານິຕິກຳຕ່າງໆມາຈັດຕັ້ງເຜີຍ ແຜ່ທັງໝົດ 30 ຄັ້ງ, ກໍ່ສ້າງກົມ ກອງປອດໃສ ປອດໄພ ປອດຄະດີ ຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 27 ກົມກອງ, ໃນນັ້ນປະເພດ I ມີ 22 ກົມກອງ ເທົ່າກັບ 81,48%, ປະເພດ II ມີ 5 ກົມ ກອງ ເທົ່າກັບ 18,51%, ແກ້ໄຂ ຄະດີໄດ້ທັງໝົດ 35 ເລື່ີອງ, ພວມ ດຳເນີນຄະດີ 1 ເລື່ອງ, ອອກຄຳ ສັ່ງເປີດການສືບສວນ-ສອບສວນ 11 ເລື່ອງ, ສະຫຼຸບຄະດີສົ່ງໃຫ້ໄອ ຍະການສັ່ງຟ້ອງໃຫ້ສານຕັດສີນ 8 ເລື່ອງ, ຊັດມ້ຽນຄະດີ 2 ລາຍ, ແກ້ໄຂທາງບໍລິຫານ 21 ເລື່ອງ ທຽບໃສ່ 5 ປີຜ່ານມາເຫັນວ່າຄະ ດີໄດ້ຫຼຸດລົງ 8,23%, ສົ່ງພະນັກ ງານ-ນັກຮົບໄປຍົກລະດັບວິຊາ ສະເພາະທັງພາຍໃນ ແລະ ຕ່າງ ປະເທດ ຈຳນວນ 11 ສະຫາຍ,

ວຽກງານສະກັດກັ້ນ ແລະ ສືບ ສວນ-ສອບສວນແກ້ໄຂຄະດີ ມີພະນັກງານ-ນັກຮົບຈຳນວນ ໜຶ່ງລະເມີດຕໍ່ຂໍ້ກຳນົດ ກົດລະ ບຽບຂອງກອງທັບ ກົດໝາຍ ຂອງລັດ ມີການພົວພັນຊື້-ຂາຍ ເຖື່ອນ, ລັກລອບພາສີ, ສໍ້ໂກງຊັບ, ຂີ້ລັກງັດແງະ, ພົວພັນແສ້-ສາວ ສັງຄົມ, ປະລະໜ້າທີ່ທຳຮ້າຍຮ່າງ ກາຍ, ຂ້າຕົວຕາຍ ແລະ ອື່ນໆໃນນີ້ ຂ້າຕົວຕາຍ 1 ລາຍ, ສວຍໃຊ້ໜ້າ ທີ່ຕຳແໜ່ງຫາຜົນປະໂຫຍດ ສ່ວນຕົວ 2 ລາຍ, ຖືກດຳເນີນຄະ ດີ 8 ຄົນ, ສັງຄົມຊູ້ສາວລັກເອົາ ເມຍ ແລະ ປະຮ້າງກັນ ຖືກປະ ຕິບັດວິໄນ 9 ຄົນ ແລະ ອອກຈາກ ການຈັດຕັ້ງ 2 ຄົນ.

ສະຫາຍ ພັນເອກ ຄໍາຍີນ ແສງ ສຸລີ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານການ ເຄື່ອນໄຫວປະຕິບັດໜ້າທີ່ວຽກ ງານໃນໄລຍະຜ່ານມາ ພ້ອມ ທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ພະນັກງານ-ນັກຮົບ ເປັນກົກ, ກຳແໜ້ນແນວທາງ ນະໂຍບາຍຂອງພັກ, ກົດໝາຍ ຂອງລັດ, ປະຕິບັດຂໍ້ກຳນົດກົດ ລະບຽບຂອງພັກ, ຂອງກອງທັບ ວາງອອກຢ່າງເຂັ້ມງວດ, ມີສະ ຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງສັດຕູ,ມີແນວຄິດ ການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທຳປະຕິວັດ, ມີຄວາມຊື່ສັດ ບໍລິສຸດຕໍ່ພັກຕໍ່ປະເທດຊາດ, ມີ ຄວາມສາມັກຄີພາຍໃນໃຫ້ແໜ້ນ ແຟ້ນ, ພ້ອມກັນເຮັດສຳເລັດໜ້າ ທີ່ວຽກງານຂອງຕົນທີ່ໄດ້ຮັບ ມອບໝາຍ.

ໂດຍ: ນາງ ວິໄລພອນ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງ ໄຊຍະບູລີ ສໍາເລັດກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງທ້າຍສະໄໝທີ VI
Next Post: ພົບເຫັນແລ້ວ ກະບະ ກໍາແພງນະຄອນ ກຣ 7373 ຄົນຮ້າຍຫຼົບໜີພ້ອມເຄື່ອງຂອງມີຄ່າໃນລົດ

Related Posts

ຮອດແລ້ວວັກຊີນ Astra Zeneca ຈຳນວນ 283,400 ໂດສ໌ ຈາກລັດຖະບານແຫ່ງມາເລເຊຍ ຂ່າວສານບ້ານເມືອງ
ບູຮານຄະດີລາວ ຕອນ ນາກ 15 ຕະກຸນຂອງ ເມືອງຫລວງພຣະບາງ ຂ່າວສານບ້ານເມືອງ
ຫຼວງພະບາງມື້ນີ້ເບົາບາງລົງແລ້ວຕິດເຊື້ອໂຄວິດເພີ່ມພຽງ 47 ກໍລະນີ ຂ່າວສານບ້ານເມືອງ
ປັບໃໝບໍລິສັດຊີໂດໄຮໂດ ກໍ່ສ້າງລົດໄຟ 70 ລ້ານກີບ ແລະ ຕ້ອງແກ້ໄຂດ່ວນ ການປ່ອຍນໍ້າເປື້ອນລົງສູ່ແມ່ນໍ້າ ຂ່າວສານບ້ານເມືອງ
ລົດດາມຕົກລົງເຫວທາງພູເກົ້າຫຼັກ! ເຕືອນໄພລະວັງການເດີນທາງລະດູຝົນ ຂ່າວສານບ້ານເມືອງ
ປກສ ຈັບແກ້ງພົວພັນຢາເສບຕິດແລະຂາຍອາວຸດເສິກທີ່ເຂດບ້ານນາໄຊ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme