ແຂວງວຽງຈັນ: ລາຍງານຈາກປະຊາຊົນ ແຈ້ງດ່ວນຜ່ານເພຈສະບາຍດີແຂວງວຽງຈັນ ໃນຕອນທ່ຽງວັນທີ 29 ສິງຫາ 2020 ໄດ້ເກີດເຫດຂົວນ້ຳລີກ ບ້ານໂພງທ່ຽງ ເມືອງກາສີ ແຂວງວຽງຈັນ ຫັກແລ້ວຈາກລົດບັນທຸກແກ່ຫີນ ສັນຈອນໄປ-ມາ ບໍ່ໄດ້.

ລົດທີ່ເຮັດໃຫ້ຂົວຫັກແມ່ນ ກໍາແພງນະຄອນ ບຂ 8599.

ກ່ອນໜ້ານີ້ ໃນຕົ້ນເດືອນເມສາ 2020 ຜ່ານມາ ກໍ່ໄດ້ເກີດຂົວຫັກຍ້ອນລົດບັນທຸກຂ້າມເຊັ່ນກັນ ຢູ່ທີ່ບ້ານນ້ຳເລົ່າ, ເມືອງໝື່ນ, ແຂວງວຽງຈັນ.

ຂໍໃຫ້ທຸກຄົນລະມັດລະວັງ

.

---------------
ຢ່າລືມກົດຕິດຕາມເພຈ All in LAOS
------------------------------