Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງອຸດົມໄຊ ປະກາດ ການແຕ່ງຕັ້ງການນຳແຂວງ ແລະ ມອບ-ຮັບ ຫນ້າທີ່ໃຫ້ຄະນະບໍລິຫານງານພັກແຂວງຈຳນວນຫນຶ່ງ

Posted on 29/08/202029/08/2020 By All in LAOS No Comments on ແຂວງອຸດົມໄຊ ປະກາດ ການແຕ່ງຕັ້ງການນຳແຂວງ ແລະ ມອບ-ຮັບ ຫນ້າທີ່ໃຫ້ຄະນະບໍລິຫານງານພັກແຂວງຈຳນວນຫນຶ່ງ


ອຸດົມໄຊ: ພິທີ ປະກາດ ການແຕ່ງຕັ້ງການນຳແຂວງ ແລະ ມອບ-ຮັບ ຫນ້າທີ່ ລະຫວ່າງ ຫົວຫນ້າຜູ້ເກົ່າ ແລະ ຜູ້ໃຫມ່ ຂອງອົງການຂັ້ນແຂວງຈຳນວນຫນຶ່ງ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 28 ສິງຫານີ້ ຢູ່ທີ່ ສະໂມສອນຂອງແຂວງ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ປອ ຄໍາພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອຸດົມໄຊ. ມີຄະນະປະຈຳພັກແຂວງ,ຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ເຈົ້າເມືອງ 7 ເມືອງ, ພະແນກການ ແລະ ອົງການຈັດຕັ້ງພາຍໃນແຂວງເຂົ້າຮ່ວມ.

ກອງປະຊຸມ ທ່ານ ຄຳດີ ວົງລ້ອມ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບ ຄະນະບໍລິຫານງານພັກແຂວງ, ມະຕິຕົກລົງກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາກົງຈັກ ແລະ ບຸກຄະລາກອນຂອງອົງການປົກຄອງແຂວງ, ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງເຈົ້າແຂວງ

ໂດຍໄດ້ແຕ່ງຕັ້ງ ທ່ານ ປອ ຄຳພັນ ເຜີຍຍະວົງ ເປັນເຈົ້າແຂວງໆອຸດົມໄຊ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຮອງເຈົ້າແຂວງ ໂດຍໄດ້ແຕ່ງຕັ້ງ ທ່ານ ສົມຈິດ ປັນຍາສັກ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ເປັນຮອງເຈົ້າແຂວງ,

ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍການແຕ່ງຕັ້ງ ທ່ານ ສົມບູນ ມະນີ ເປັນຮັກສາການຫົວໜ້າພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ.

ຈາກນັ້ນ ກໍໄດ້ມີພິທີລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ບັນດາພະແນກການ ແລະ ອົງການຈັດຕັ້ງຂັ້ນແຂວງຈຳນວນໜຶ່ງ.

ພິທີມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບຸນຄົງ ຫຼ້າຈຽມພອນ ປະທານກວດກາພັກແຂວງຜູ້ເກົ່າ ແລະ ທ່ານ ນາງ ຈັນສະໝອນ ທິບພະຫົງ ປະທານກວດກາພັກແຂວງຜູ້ໃໝ່,

ລົງນາມເຊັນບົດບັນທຶກມອບ-ຮັບ ລະຫວ່າງ ທ່ານ ນາງ ຈັນສະໝອນ ທິບພະຫົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ແລະ ທ່ານ ມໍ ຊົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່,

ລະຫວ່າງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະ ການລົງທຶນຜູ້ເກົ່າ ແລະ ທ່ານ ນາງ ຈັນທະລາ ໄຊບຸນເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນຜູ້ໃໝ່,

ລົງນາມເຊັນບົດບັນທຶກມອບ-ຮັບ ລະຫວ່າງ ທ່ານ ນາງ ຈັນທະລາ ໄຊບຸນເຮືອງ ຫົວໜ້າຫ້ອງວ່າການຜູ້ເກົ່າ ແລະ ທ່ານ ສຸຫວັດ ມະຫາວົງສະນັ່ນ ຫົວໜ້າຫ້ອງວ່າການ ຜູ້ໃໝ່,

ລົງນາມເຊັນບົດບັນທຶກມອບ-ຮັບ ລະຫວ່າງ ທ່ານ ພວງວິໄລ ອິນທະວົງ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜູ້ເກົ່າ ແລະ ທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜູ້ໃໝ່,

ລົງນາມເຊັນບົດບັນທຶກມອບ-ຮັບ ລະຫວ່າງ ທ່ານ ມໍ ຊົງ ປະທານສານປະຊາຊົນແຂວງຜູ້ເກົ່າ ແລະ ທ່ານ ຄຳຜົງ ບັນເລືອງ ຮັກສາການປະທານສານປະຊາຊົນແຂວງຜູ້ໃໝ່,

ລົງນາມເຊັນບົດບັນທຶກມອບ-ຮັບ ລະຫວ່າງ ທ່ານ ສຸຫວັດ ມະຫາວົງສະນັ່ນ ຫົວໜ້າພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານຜູ້ເກົ່າ ແລະ ທ່ານ ສົມບູນ ມະນີ ຮັກສາການຫົວໜ້າພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານຜູ້ໃໝ່.

ທ່ານ ປອ ຄໍາພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອຸດົມໄຊ ກ່າວໂອ້ລົມຕໍ່ພິທີວ່າ ການປະກາດ ການແຕ່ງຕັ້ງການນຳແຂວງ ແລະ ມອບ-ຮັບ ຫນ້າທີ່ ລະຫວ່າງ ຫົວຫນ້າຜູ້ເກົ່າ ແລະ ຜູ້ໃຫມ່ ຂອງອົງການຂັ້ນແຂວງຄັ້ງນີ້ ລ້ວນແຕ່ມີຄວາມໝາຍສຳຄັນ ເຊິ່ງແມ່ນການຈັດຕັ້ງຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ເປັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄົບຄະນະບໍລິຫານງານພັກແຂວງຄັ້ງທີ2 ແລະ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ1 ທີ່ຫາກໍສຳເລັດລົງ. ພ້ອມນີ້ ຍັງເປັນການປະຕິບັດຕາມກົດລະບຽບຂອງພັກສະໄໝທີ10 ແລະ ກົດໝາຍວ່າດ້ວຍ ການປົກຄອງທ້ອງຖີ່ນຕາມວາລະ ເຊິ່ງຕ້ອງມີການເລື່ອກຕັ້ງ ແລະ ສັບປ່ຽນໜ້າທີ່ວຽກງານໃໝ່ ເພື່ອໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງໃນແຕ່ລະໄລຍະ ເຊິ່ງມັນແມ່ນຫຼັກການຂອງພັກ ແລະ ແບບແຜນການເຮັດວຽກທີ່ມີວິທະຍາສາດ.

ໂອກາດນີ້ທ່ານເຈົ້າແຂວງ ຍັງໄດ້ເນັ້ນ ບັນດາທ່ານທີ່ຖຶກແຕ່ງຕັ້ງ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອຜົນງານທີ່ຍາດມາໄດ້ໄລຍະຜ່ານມາ, ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ9 ຂອງອົງຄະນະພັກແຂວງໃຫ້ໄດ້ຮັບຜົນສຳເລັດ ແລະ ມີອັນຫັນປ່ຽນໃຫມ່ຢ່າງຕັ້ງຫນ້າ ໂດຍສະເພາະແມ່ນການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງໃຫ້ຫມົດໄປເທື່ອລະກ້າວ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບຕົວຈິງ, ເຮັດຢ່າງມີແບບແຜນລະອຽດ, ເຮັດຢ່າງມີຄວາມຮັບຜິດຊອບ ແລະ ໃຫ້ເກີດດອກອອກຜົນ,ສຸມໃສ່ຂຸດຄົ້ນລາຍຮັບຂອງແຂວງໃຫ້ໄດ້ຕາມແຜນ ແລະ ລື່ນແຜນການ, ພ້ອມກັນສ້າງຂະບວນການດ້ານຕ່າງໆເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດກໍຄືຂອງແຂວງໃຫ້ເປັນຂະບວນຟົດຟື້ນ.

ກວດແກ້ໂດຍ: ອ່ຽງຄຳ ວິລະສັກ

ຂ່າວສານບ້ານເມືອງ

Post navigation

Previous Post: ກົມໃຫຍ່ການເມືອງກອງທັບ ປະກາດການຈັດຕັ້ງຂັ້ນກົມ ແລະ ກອງຈຳນວນໜຶ່ງ
Next Post: ໂຈນລັກກະບະ ທະບຽນ ກໍາແພງນະຄອນ ກຣ 7373 (ມີຄລິບ)

Related Posts

ມາອີກແລ້ວ! ຈົດກາຍໄປ 840 ກວ່າກິໂລວັດໂມງ ຢູ່ບ້ານຫຼັກສອງ ເມືອງສາລະວັນ ຂ່າວສານບ້ານເມືອງ
ດ່ວນເລີຍສະຫວັນນະເຂດສືບຕ່ໍເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ແຂວງອັດຕະປື ສໍາເລັດຫລາຍວຽກ ເພື່ອການເລືອກຕັ້ງ ສສຊ ແລະ ສສຂ ຂ່າວສານບ້ານເມືອງ
ປກສ ເມືອງສີໂຄດ ຈັບຍິງອາຍຸ 39 ປີ ພ້ອມຂອງກາງ ຢາບ້າ 2000 ກວ່າເມັດ ຂ່າວສານບ້ານເມືອງ
ນັກທ່ອງທ່ຽວຊຸດທຳອິດທີ່ມາຮອດລາວ ຫຼັງຈາກລາວເຮົາເປີດຮັບນັກທ່ອງທ່ຽວຕ່າງປະເທດຄືນໃໝ່ ຂ່າວສານບ້ານເມືອງ
ຄະນະສະເພາະກິດຮຽກຮ້ອງທົ່ວສັງຄົມຕ້ອງຮ່ວມໃຈປ້ອງກັນ ໂຄວິດ-19 ເພາະຫຼາຍປະເທດອ້ອມຂ້າງກໍາລັງລະບາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme