Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກົມໃຫຍ່ການເມືອງກອງທັບ ປະກາດການຈັດຕັ້ງຂັ້ນກົມ ແລະ ກອງຈຳນວນໜຶ່ງ

Posted on 28/08/202028/08/2020 By All in LAOS No Comments on ກົມໃຫຍ່ການເມືອງກອງທັບ ປະກາດການຈັດຕັ້ງຂັ້ນກົມ ແລະ ກອງຈຳນວນໜຶ່ງ

ກອງທັບ: ໃນວັນທີ 28 ສິງຫາ 2020 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດການຈັດຕັ້ງ ຂັ້ນກົມ ແລະ ຮັກສາການກົມໂດຍ ການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກ-ຄະນະບັນຊາ ກົມໃຫຍ່, ກົມ, ຫ້ອງການ, ກອງ ເຂົ້າຮ່ວມ.

ສະຫາຍ ພັນເອກ ຖາວອນ ສີຫາລາດ ຮອງຫົວໜາຫ້ອງ ການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງຫົວໜ້າກົມ ປ້ອງກັນພາຍໃນ ກົມໃຫຍ່ການ ເມືອງກອງທັບ, ແຕ່ງຕັ້ງຮັກສາການ ຫົວໜ້າກົມໂຄສະນາອົບຮົມກົມ ໃຫຍ່ການເມືອງກອງທັບ, ແຕ່ງ ຕັ້ງຫົວໜ້າການເມືອງກອງພັນ 160 ກົມໃຫຍ່ການເມືອງກອງ ທັບ ແລະ ຂໍ້ຕົກລົງວ່າດ້ວຍ ການ ອະນຸມັດໃຫ້ນາຍທະຫານຢູ່ກົມ ໃຫຍ່ການເມືອງກອງທັບພັກການ ເພື່ອປິ່ນປົວສຸຂະພາບ,

ໃນການປະກາດການແຕ່ງຕັ້ງຄັ້ງນີ້ກໍເພື່ອ ເປັນການປະຕິບັດຕາມທິດທາງ ການປັບປຸງບູລະນະກົງຈັກການ ຈັດຕັ້ງນຳພາ-ບັນຊາໃນກຳລັງປະ ກອບອາວຸດໃຫ້ເຂັ້ມແຂງ, ໜັກ ແໜ້ກຮອບດ້ານ ເພຶ່ອເຮັດສຳເລັດ ໜ້າທີ່ປົກປັກຮັກສາ ແລະ ພັດທະ ນາປະເທດຊາດ.

ໃນນີ້ໄດ້ແຕ່ງຕັ້ງ ພັນເອກ ທອງດໍາ ພົງສະຫວັດ ເປັນຫົວໜ້າກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ, ຕົກລົງອະນຸມັດໃຫ້ສະຫາຍ ພົນ ຈັດຕະວາ ສາຍສະໝອນ ສະຫຼັບ ແສງ ຫົວໜ້າກົມໂຄສະນາອົບ ຮົມກົມໃຫຍ່ການເມືອງກອງທັບ ພັກປີ່ນປົວສຸຂະພາບ, ຕົກລົງແຕ່ງ ຕັ້ງສະຫາຍ ພັນເອກ ຄຳຂື່ນ ເລີດ ສະໄຫວຮັກສາການຫົວໜ້າ ກົມໂຄສະນາອົບຮົມກົມໃຫຍ່ການ ເມືອງກອງທັບ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ບຸນຈັນ ດວງພົມ ມີ ເປັນຫົວໜ້າການເມືອງກອງ ພັນ 160 ກົມໃຫຍ່ການເມືອງ ກອງທັບ.

ໃນພິທີ ສະຫາຍ ພົນໂທ ປ.ອ ທອງລອຍ ສີລິວົງ ກໍໂອ້ໄດ້ລົມຕໍ່ ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນສືບຕໍ່ຊອກຮູ້ຮ່ຳຮຽນຄວາມຮູ້ທາງດ້ານວິຊາສະເພາະ, ຄວາມຮູ້ທາງດ້ານແນວທາງນະ ໂຍບາຍຂອງພັກ-ລັດ, ເພີ່ມທະວີ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນທີ່ໄດ້ຮັບມອບ ໝາຍໃຫ້ສຳເລັດສົມກັບຄວາມໄວ້ ເນື້ອເຊື່ອໃຈຂອງຂັ້ນເທິງ, ເອົາ ໃຈໃສ່ຮັບຜິດຊອບຕໍ່ຊີວິດການເປັນຢູ່ຂອງພະນັກງານໃນກົມ ກອງ, ມີຄວາມສາມັກຄີເປັນເອກະ ພາບໃນໝູ່ຄະນະ, ກວດກາຄືນແບບ ແຜນວິທີການເຮັດວຽກປະສານ ສົມທົບກັບການບໍລິຫານ ແລະ ພ້ອມກັນນຳເອົາເນື້ອໃນຈິດໃຈ ດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດດອກອອກຜົນສູງກວ່າ ເກົ່າ.

ໂດຍ: ອາຫວຸ້ນ

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ນະຄອນຫຼວງວຽງຈັນ ປະກາດຫາເຈົ້າຂອງລົດ ຈໍານວນ 40 ຄັນ
Next Post: ແຂວງອຸດົມໄຊ ປະກາດ ການແຕ່ງຕັ້ງການນຳແຂວງ ແລະ ມອບ-ຮັບ ຫນ້າທີ່ໃຫ້ຄະນະບໍລິຫານງານພັກແຂວງຈຳນວນຫນຶ່ງ

Related Posts

ແຈ້ງການ! ປິດທາງຮ່ອມບ້ານ ໂຄມຂວາງ, ທາງຮ່ອມບ້ານ ພັນຫຼວງ ແລະ ບ້ານ ເມືອງງາ, ນະຄອນ ຫລວງພຣະບາງ ຂ່າວສານບ້ານເມືອງ
ສະພາບດິນຟ້າອາກາດ 9 ກໍລະກົດ ຂ່າວສານບ້ານເມືອງ
ເມືອງເງິນປ່ອຍປາ 50 000 ກວ່າໂຕ ຂ່າວສານບ້ານເມືອງ
ລົດເກງເສຍຫຼັກຕໍາຕົ້ນໄມ້ຄົນຂັບເສຍຊີວິດຄາທີ່ ຂ່າວສານບ້ານເມືອງ
ເຕືອນໄພ ເຂດກ້ອງເຂື່ອນນໍ້າທາ 3 ຂ່າວສານບ້ານເມືອງ
ຊົມເຊີຍຕໍາຫລວດຈະລາຈອນ ທີ່ເຂັ້ມງວດກວດກາ ການສັນຈອນຢູ່ຖະໜົນ 450 ປີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme