Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກິລາການທະຫານສາກົນ 2020 ຈັດຂຶ້ນທີ່ ນະຄອນຫລວງມົສກູ ປະເທດຣັດເຊຍ

Posted on 28/08/202028/08/2020 By All in LAOS No Comments on ກິລາການທະຫານສາກົນ 2020 ຈັດຂຶ້ນທີ່ ນະຄອນຫລວງມົສກູ ປະເທດຣັດເຊຍ

ກອງທັບ: ກິລາການທະຫານ ແລະເວທີເຕັກນິກການທະຫານສາກົນ 2020 ຈັດຂຶ້ນຢ່າງເປັນທາງການ ທີ່ ນະຄອນຫລວງມົສກູ ປະເທດຣັດເຊຍ ເລີ່ມແຕ່ວັນທີ 25 ຫາ 28 ສິງຫາ 2020.

ພັນເອກ ບຸນສົດ ອີນສີນາ ຮອງຫົວໜ້າກົມຊ່າງແສງ ກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ການເຂົ້າຮ່ວມການແຂ່ງຂັນກິລາການທະຫານສາກົນ ARMY GAMES 2020 ທີ່ລັດເຊຍເປັນເຈົ້າພາບ ເພື່ອເປັນການຍົກສູງບົດບາດ ຂອງກອງທັບປະຊາຊົນລາວ ໃນເວທີສາກົນ ເວົ້າລວມ, ເວົ້າສະເພາະແມ່ນເຫລົ່າຮົບຊ່າງແສງ ທັງເປັນການຍົກລະດັບ ຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະຂອງເຫຼົ່າຮົບຊ່າງແສງໃຫ້ມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມສຳນິສຳນານທາງດ້ານພາຫະນະຊະນິດໃໝ່ໆຂອງເຫຼົ່າຮົບ

ນອກນັ້ນຍັງເປັນການຖອດຖອນບົດຮຽນໃນການນຳໃຊ້ພາຫະນະໃຫ້ມີຄວາມຄ່ອງແຄ້ວໃນເວລາປະຕິບັດໜ້າທີ່ວຽກງານໂດຍສະເພາະໃນຍາມເກີດໄພພິບັດຕ່າງໆ.

ໃນໄລຍະການແຂ່ງຂັນ ນັກກິລາແຕ່ລະຄົນໄດ້ເອົາໃຈໃສ່ປະຕິບັດລະບຽບແບບແຜນຂອງກອງທັບປະຊາຊົນລາວຢ່າງເຂັ້ມງວດ ເພື່ອສະແດງໃຫ້ຮູ້ວ່າກອງທັບປະຊາຊົນກໍ່ເປັນກອງທັບໜຶ່ງທີ່ມີຄວາມເຂັ້ມແຂງ, ເຖີງວ່າສະພາບແວດລ້ອມ, ດິນຟ້າອາກາດ ອາດຈະບໍ່ເໜາະຄືປະເທດເຮົາກໍ່ຕາມແຕ່ດ້ວຍຄວາມພະຍາຍາມ ນັກກິລາພວກເຮົາກໍ່ໄດ້ພ້ອມກັນຜ່ານມາ ແລະ ເຮັດສຳເລັດທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໂດຍສະເພາະຍາດເອົາຄວາມຮູ້ຄວາມສາມາດກັບຄືນສູ້ເຫຼົ່າຮົບກໍ່ຄືກອງທັບປະຊາຊົນລາວ.

ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານກອງພັນໃຫຍ່ລົດຖັງຍານເກາະ 661 ໃຫ້ຮູ້ວ່າ: ນີ້ເປັນຄັ້ງທີສອງ ສປປ ລາວ ໄດ້ເຂົ້າຮ່ວມຈຳນວນ 84 ສະຫາຍ ປະກອບມີຄື ລົດຖັງ ແລະເຕັກນິກຊ່າງແສງ, ໃນນີ້ໄດ້ເອົານັກກິລາຈາກລາວໄປ 5 ປະເພດ ມີຈຳນວນ 42 ສະຫາຍ ສ່ວນເຫລືອນັ້ນໄດ້ເອົານັກຮຽນທີ່ກຳລັງສຶກສາວິຊາສະເພາະ ການທະຫານຢູ່ລັດເຊຍເປັນຕົວແທນເຂົ້າຮ່ວມ ປະກອບມີ:

  • ທີມເຫລົ່າຮົບລົດຖັງ-ຍານເກາະ 21 ສະຫາຍ.
  • ທີມເຕັກນິກຊ່າງແສງ 21 ສະຫາຍ.
  • ທີມທະຫານອາກາດກູ້ໄພສຸກເສີນ 10 ສະຫາຍ .
  • ທີມປ້ອງກັນອາກາດ 5 ສະຫາຍ .
  • ທີມສືບຂ່າວ 12 ສະຫາຍ
  • ທີມທີ່ມີລັງສີ ແລະຊີວະພາບ 7 ສະຫາຍ .
  • ທີມເຕັກນິກຊ່ຽວຊານອາວຸດປືນ,

ສຳຫຼັບເຫຼົ່າຮົບຊ່າງແສງ ແບ່ງອອກເປັນ 3 ປະເພດການແຂ່ງຂັນຄື: , ຂ້າມຜ່ານແມ່ນ້ຳ, ຜ່ານສິ່ງກີດຂວາງ, ແລະ ພາຫະນະຊ່າງແສງຮັບປະກັນການສູ້ຮົບ.

ໂດຍ: ແສງສຸລີ ພົມມະຈັກ ລາຍງານຈາກເມືອງໂວນກາກຼາດ

ຂ່າວສານບ້ານເມືອງ

Post navigation

Previous Post: ກະບະຮຸນໄດເສຍຫຼັກຕໍາຮາວກັ້ນທາງ ເຈັບ 4 ຄົນ
Next Post: ປກສ ນະຄອນຫຼວງວຽງຈັນ ປະກາດຫາເຈົ້າຂອງລົດ ຈໍານວນ 40 ຄັນ

Related Posts

ຢຶ ດ ທຳ ລ າ ຍ ສິນຄ້າລັກລອບນຳເຂົ້າທີ່ສ່ຽງທີ່ຈະເອົາເຊື້ອພະຍາດ ໂ ຄ ວິ ດ ເຂົ້າມາປະເທດ ຂ່າວສານບ້ານເມືອງ
ສະລົດໃຈລົດກະບະເສຍຫຼັກຕົກຂົວ ທີ່ເມືອງຫຼາ (ມີຄລິບ) ຂ່າວສານບ້ານເມືອງ
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດຮ່ວມປູກຕົ້ນໄມ້ພ້ອມທັງຮ່ວມໃຫ້ຄໍາໂອວາດ ຂ່າວສານບ້ານເມືອງ
ແຍກໃຫ້ອອກ ຄວາມແຕກຕ່າງລະຫວ່າງ ດອກໝາກເຖື່ອນ(ຊາກຸລະ) ແລະ ດອກໝາກຄາຍ ຂ່າວສານບ້ານເມືອງ
ຫ້ອງວ່າການກະຊວງ ແລະ ກົມໃຫຍ່ການເມືອງກອງທັບປະກາດເລື່ອນຊັ້ນໃຫ້ນາຍທະຫານ ຂ່າວສານບ້ານເມືອງ
ໂຄງ​ການກໍ່​ສ້າງ​ລະ​ບົບຊົນ​ລະ​ປະ​ທານ​ຫ້ວຍ​ທ່າ​ຮາວ​ຄືບ​ໜ້າ​ແລ້ວ 31 %. ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme