Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງປ້ອງກັນປະເທດຣັດເຊຍ ປະດັບຫຼຽນກາມິດຕະພາບໃຫ້ການນຳ ແລະພະນັກງານ-ນັກ ຮົບ ກອງທັບປະຊາຊົນລາວ

Posted on 27/08/202027/08/2020 By All in LAOS No Comments on ກະຊວງປ້ອງກັນປະເທດຣັດເຊຍ ປະດັບຫຼຽນກາມິດຕະພາບໃຫ້ການນຳ ແລະພະນັກງານ-ນັກ ຮົບ ກອງທັບປະຊາຊົນລາວ

ນະຄອນຫຼວງວຽງຈັນ: ໃນວັນທີ 27 ສິງຫາ 2020 ນີ້, ຢູ່ທີ່ສະໂມສອນຫ້ອງວ່າກະຊວງປ້ອງກັນປະເທດ, ກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນ ຣັດເຊຍ ຮ່ວມກັບ ກະຊວງປ້ອງກັນປະເທດ ແຫ່ງ ສປປລາວ ໄດ້ຈັດພິທີປະດັບຫຼຽນກາເສີມ ສ້າງມິດຕະພາບທາງດ້ານການທະຫານຂອງກະ ຊວງປ້ອງກັນປະເທດ ສ ຣັດເຊຍ ໃຫ້ແກ່ການນຳ ແລະ ພະນັກງານ-ນັກຮົບ ກອງທັບປະຊາຊົນ ລາວ, ໂດຍການຮ່ວມຂອງ ທ່ານ ບາຣາດີເມຍ ກາຣີນິນ ເອກອັກຄະລັດຖະທູດ ຜູ້ມີອຳນາດ ເຕັມ ແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ, ມີທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີຄະນະຊີ້ນຳ, ຄະນະຮັບຜິດຊອບໜ່ວຍງານ ກວດກູ້ລະເບີດບໍ່ທັນແຕກ ແລະ ພະນັກງານ- ນັກຮົບສອງກອງທັບ ລາວ-ຣັດເຊຍ ເຂົ້າຮ່ວມ.

ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວ ວ່າ: ສອງປະເທດ ລາວ-ຣັດເຊຍ ມີສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມມາແຕ່ຍາວນານຈົນເຖິງປັດຈຸບັນ, ເຊິ່ງມູນເຊື້ອດັ່ງກ່າວໄດ້ຮັບການສືບທອດເສີມ ຂະຫຍາຍນັບມື້ກ້າວສູ່ລວງເລິກໃນທຸກຂົງເຂດ ວຽກງານ, ສະແດງອອກໃນການປະຕິບັດໜ້າທີ່ ວຽກງານຕົວຈິງ, ຜົນງານຕົວຈິງໃນການຮ່ວມມື ການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກທີ່ ໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໃນສົກປີ 2019-2020,

ເຊິ່ງຜົນໄດ້ຮັບຕົວຈິງທີ່ ໄດ້ຮັບຮອງຈາກຄະນະກຳມະການຄຸ້ມຄອງລະ ເບີດແຫ່ງຊາດແມ່ນສາມາດກວດກູ້ລະເບີດບໍ່ທັນແຕກໄດ້ທັງໝົດ10,15 ເຮັກຕາ, ລະເບີດກວດກູ້ ໄດ້ມີ: ບົ່ມ 500 ປອນ 1 ໜ່ວຍ, ບົ່ມບີຊະນິດ ຕ່າງໆ 111 ໜ່ວຍ, ມິນ 1 ໜ່ວຍ ແລະ ລະເບີດບໍ່ທັນແຕກຊະນິດອື່ນໆ ອີກຈຳນວນ 724 ໜ່ວຍ ລວມທັງໝົດ 876 ໜ່ວຍ,

ຜົນສຳເລັດຄັ້ງນີ້ໄດ້ຢັ້ງຢືນເຖິງປະສິດທິຜົນໃນ ການຮ່ວມມືລະຫວ່າງກອງທັບປະຊາຊົນລາວ ແລະກຳລັງປະກອບອາວຸດ ສ.ຣັດເຊຍ ທີ່ໄດ້ປະ ກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິຜົນລະຫວ່າງ 2 ປະ ເທດ ລາວ-ຣັດເຊຍ ໄດ້ເພີ່ມທະວີຂື້ນ ແລະ ທັງ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ລັດຖະບານ ລາວ-ຣັດເຊຍ ໃນການແກ້ໄຂບັນຫາລະ ເບີດບໍ່ທັນແຕກທີ່ເປັນການກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ ແລະ ການ ດໍາລົງຊີວິດທີ່ເປັນປົກກະຕິຂອງປະຊາຊົນລາວ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປໃນອະນາ ຄົດຂ້າງໜ້າ.

ຕໍ່ຜົນສຳເລັດດັ່ງກ່າວ,ກະຊວງປ້ອງກັນປະເທດ ສ.ຣັດເຊຍ ຈິ່ງໄດ້ປະດັບຫຼຽນກາເສີມສ້າງມິດ ຕະພາບທາງດ້ານການທະຫານໃຫ້ແກ່ການນຳ ແລະ ພະນັກງານ-ນັກຮົບ ກອງທັບປະຊາຊົນ ລາວຈຳນວນ 20 ສະຫາຍ ທີ່ມີຜົນງານດີເດັ່ນປະ ກອບສ່ວນເຮັດສຳເລັດໜ້າທີ່ໃນການກວດກູ້ລະ ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ເດີ່ນບິນທົ່ງໄຫຫີນ ແຂວງຊຽງຂວາງຮ່ວມກັບກອງກວດກູ້ມິນສາກົນ ກອງທັບ ສ.ຣັດເຊຍ ໃນສົກປີ 2019-2020. ໃຫ້ກຽດປະດັບໂດຍ ທ່ານ ບາຣາດີເມຍ ກາຣີນິນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ.

ກອງທັບ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງໄຊຍະບູລີ ທາບທາມບຸກຄະລາກອນ ຮອບທີ III
Next Post: ໂຮງຮຽນ ປກສ ຊັ້ນສູງເລກ III ແຂວງ ສະຫວັນນະເຂດ ປິດຊຸດຮຽນ

Related Posts

ລວຍຟ້າຜ່າ! ຖືກເລກສີ່ໂຕ 9562 ມູນຄ່າ 1.230 ລ້ານກີບ ງວດວັນທີ 17/2/2020 ຂ່າວສານບ້ານເມືອງ
ຊາວໜຸ່ມທະຫານແຂວງອຸດົມໄຊລົງຊ່ວຍເຫຼືອປະຊາຊົນບ້ານໂຮມສຸກທີ່ຖືກອັກຄີໄພ ຂ່າວສານບ້ານເມືອງ
ເອົາເຫຼັກຕະປູມາວ່ານໃສ່ທາງດ່ວນ ລະບາຍຄວາມຄຽດແຄ້ນຂອງຕົນເອງ ຂ່າວສານບ້ານເມືອງ
ຊາຍປິດຊີບຕົນເອງທີ່ບ້ານຫ້ວຍຫ້ອມ ຍັງບໍ່ຮູ້ວ່າແມ່ນໃຜ ຂ່າວສານບ້ານເມືອງ
ປີ້ນອີກແລ້ວທາງພູ 9 ຫລັກເຈັບ 2 ຄົນ ຂ່າວສານບ້ານເມືອງ
ແຊດ່ວນ! ຂໍ້ຄວນປະຕິບັດຍາມນ້ຳຖ້ວມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme