Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອໃໝ່ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ທັງໝົດ 22ຄົນ ປົວດີແລ້ວ 21ຄົນ

Posted on 27/08/202027/08/2020 By News No Comments on ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອໃໝ່ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ທັງໝົດ 22ຄົນ ປົວດີແລ້ວ 21ຄົນ

ມາຮອດວັນທີ 27 ສິງຫາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 ປະເທດ; ເຊິ່ງມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 24,311,624 ຄົນ; ເສຍຊິວິດ 828,628 ຄົນ ປົວດີ 16,839,716 ຄົນ, ໃນນັ້ນ ອາເມຣິກາມີຜູ້ຕິດເຊື້ອຫລາຍກວ່າໝູ່ 5.946.097ຄົນ, ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 75,995 ຄົນ; ສ່ວນບັນດາປະເທດອາຊຽນ ມາຮອດວັນທີ 27 ສິງຫາ 2020 ມີ ຜູ້ຕິດເຊື້ອພະຍາດ COVID-19 433,768 ຄົນ ແລະ ເສຍຊີວິດ 10,329 ຄົນ.ໃນນັ້ນຟິລິປິນ ຫລາຍກວ່າໝູ່ 202.361ຄົນ. ເສຍຊີວິດ 3.137ຄົນ.


ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ. ຖະແຫລງຕອນເຊົ້າ ວັນທີ 28 ສິງຫາ 2020 ທີ່ກະຊວງສາທາລະນະສຸກ ເຖິງວຽກງານເຝົ້າລະວັງ COVID-19 ຢູ່ ສປປ ລາວວ່າ: ຮອດເວລາ 17ໂມງ ໂມງ ວັນທີ 26 ສິງຫາ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2,117 ຄົນ: ໃນນັ້ນຈຸດຜ່ານດ່ານລາວ-ໄທ 1,215 ຄົນ ມີແຮງງານລາວກັບມາແຕ່ໄທ 110 ຄົນ; ຈຸດຜ່ານດ່ານລາວ – ຈີນ 26 ຄົນ, ໃນນີ້ມີ ແຮງງານຈີນ 2 ຄົນ ແລະ ແຮງງານລາວ 1 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານລາວ – ຫວຽດນາມ 876 ຄົນ, ໃນນີ້ ມີນັກສຶກສາລາວ 47 ຄົນ , ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ; ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແລະໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

Image may contain: 1 person, text

ສະເພາະ ວັນທີ 26 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 291 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 38 ຕົວຢ່າງ, ແຮງງານຈີນ 205 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 45 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 3 ຕົວຢ່າງ. ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອໃໝ່ ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 26 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 37,741 ຕົວຢ່າງ, ກວດພົບເຊື້ອສະສົມ 22 ຄົນ. ປິ່ນປົວດີ ອອກໂຮງໝໍແລ້ວ 21ຄົນ, ພວມສືບຕໍ່ປິ່ນປົວຢູ່ໂຮງໝໍ ມິດຕະພາບ 1ຄົນ ຄືກໍລະນີທີ 22.


ນອກຈາກວຽກງານຄວບຄຸມພະຍາດ ໂຄວິດ19 ແລ້ວ ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ເຖິງສະພາບຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະເທດເຮົາວ່າ: ວັນທີ 26 ສິງຫາ 2020 ສປປ ລາວ ມີຜູ້ຕິດເຊື້ອ ໄຂ້ຍຸງລາຍເພີ່ມຂຶ້ນ 44 ກໍລະນີ ,ແຕ່ວັນທີ 01/01/2020 ຮອດວັນທີ 26/08/2020 ທົ່ວປະເທດມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 5,537 ຄົນ ,ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ 1,288 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 654 ຄົນ, ແຂວງວຽງຈັນ 590 ຄົນ ແລະ ສະຫວັນນະເຂດ 513 ຄົນ. ມີຜູ້ເສຍຊີວິດທັງໝົດ 9 ຄົນ ໃນນັ້ນນະຄອນຫຼວງວຽງຈັນ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ຊຽງຂວາງ 1 ຄົນ.

ຂ່າວສານບ້ານເມືອງ

Post navigation

Previous Post: ບຸນລ້ຽງຜີມອນ ບຸນຂີ່ໂອນຊາ ເຜົ່າອາຄາ ເມືອງລອງ
Next Post: ກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍກອງທຶນສົ່ງເສີມ SME ໃຫ້ບັນດາແຂວງພາກກາງ

Related Posts

ເປີດ! ທາມລາຍຜູ້ຕິດເຊື້ອໃໝ່ ກໍລະນີທີ 89 ແລະ ກໍລະນີທີ 94 ຂ່າວສານບ້ານເມືອງ
ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອຫຼາຍກ່ວາ 123 ຕື້ກີບ ເພື່ອຄວບຄຸມພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ທີມແພດ ສປ ຈີນ ລົງພື້ນທີ່ຕ້ານໂຄວິດ-19 ທີ່ ຫຼວງພະບາງ ແລະ ຈຳປາສັກ ຂ່າວສານບ້ານເມືອງ
ແຈ້ງເຕືອນ ພາຍຸ ປະຈຳວັນທີ 11 ພຶດສະພາ ຈະພັດເຂົ້າມາອີກຮອບ ຂ່າວສານບ້ານເມືອງ
ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເປັນເລຂາຄະນະພັກສູນກາງສະຫະພັນ ກຳມະບານລາວຊຸດໃໝ່ ຂ່າວສານບ້ານເມືອງ
ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ເນັ້ນ 5 ບັນຫາ ໃຫ້ໂຄສະນາອົບຮົມເອົາໃຈໃສ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme