Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຳເລັດຈົບງາມເປັນສີຼສະຫງ່າ ພຣະເຈົ້າອົງຫລວງ ຫລັງບູຣະນະແລ້ວ

Posted on 26/08/202026/08/2020 By All in LAOS No Comments on ສຳເລັດຈົບງາມເປັນສີຼສະຫງ່າ ພຣະເຈົ້າອົງຫລວງ ຫລັງບູຣະນະແລ້ວ

ການບຸຣະນະປະຕິສັງຂອນພຣະເຈົ້າອົງຫຼວງ ວັດຈອມເພັດ ນະຄອນປາກເຊ ແຂວງຈຳປາສັກ ແມ່ນສຳເຣັດເປັນທີຮຽບຮ້ອຍແລ້ວ ງົດງາມສະຫງ່າ ເປັນສະຖານທີ ທີ່ເປັນເຊີດຫນ້າຊູຕາໃຫ້ແຂວງຈຳປາສັກ ອີກສະຖານທີຫນຶ່ງ ທີຜູ້ໄປໄທມາ ຄວນໄດ້ໄປຂາບໄຫວ້ສັກກະຣະບູຊາ

ອະນຸໂມທະນາ ຊົມເຊີຍຄະນະທີມງານຊ່າງ ພຣະອາຈາຣຍ໌ ສາທຸ ຈຸ່ມ ຂັດຕິຍະ ຈາກວັດສີຼບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍແກ້ວ ນຳໂດຍ: ນາຍຊ່າງ ອິນ ແລະ ນາຍຊ່າງ ຕານ ທີ່ບູລະນະພຣະເຈົ້າໃຫຍ່ອົງຫລວງ ແລະ ສ້າງປະຕິສັງຂອນເຈດີ ທາດຍາພໍ່ເຖົ້າ ເຊື່ງສຳເລັດຢ່າງວິຈິດງົດງາມຍິ່ງ ໃນປີ ພ.ສ 2563 ຄ.ສ 2020.

ການບູລະນະປະຕິສັງຂອນ ແຫ່ງວັດຈອມເພັດເທພພຣະນິມິຕວະນາຣາມ ໃນປີ ພ.ສ 2563 ຄ.ສ 2020 ເຊື່ງໄດ້ບັນລຸຕາມຄວາມປະນິທານໃກ້ຈະສຳເລັດຕາມຄວາມຕັ້ງໃຈໃນການກໍ່ສ້າງ 8 ຢ່າງຄື :

  • ການບູລະນະພຣະເຈົ້າໃຫຍ່ອົງຫລວງ.
  • ສ້າງສວນພຣະທັມມະຈັກໃຫຍ່.
  • ສ້າງປະຕິສັງຂອນພຣະເຈດີ ຍາພໍ່ເຖົ້າ.
  • ສ້າງກົມມະລຽນ (ກຳແພງແກ້ວ).
  • ສ້າງກຸຕິໃຫຍ່ຫຼັງໃໝ່.
  • ສ້າງຫຼັງກຸຕິນ້ອຍ.
  • ສ້າງສາລາທີພັກ.
  • ການປັບປຸງສະຖານທີ່ໃຫ້ແທດເໝາະ ຈົບງາມຄວນແກ່ການສັກກາຣະກາບໄຫວ້.

ຂອບໃຈຂ່າວຈາກ : ເທພ ມິ່ງເມືອງໃຕ້ ແລະ ນຳສະເໜີໂດຍ : Art and Culture of Laos.

ເລື່ອງເດັ່ນ

Post navigation

Previous Post: ຊາຍປິດຊີບຕົນເອງທີ່ບ້ານຫ້ວຍຫ້ອມ ຍັງບໍ່ຮູ້ວ່າແມ່ນໃຜ
Next Post: ບຸນລ້ຽງຜີມອນ ບຸນຂີ່ໂອນຊາ ເຜົ່າອາຄາ ເມືອງລອງ

Related Posts

ນັກພັດທະນາດີເດັ່ນແຫ່ງຊາດ ທ່ານ ເກຍ ອູ໊ສິດທິເດດ ຜູ່ເດີນຕາມແນວທາງ ພັດທະນາຕົນເອງ, ຄອບຄົວ ແລະ ສັງຄົມ ເລື່ອງເດັ່ນ
ລາວ-ອິນເດຍ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ຂ່າວສານບ້ານເມືອງ
ເສັ້ນທາງ 2E ເມືອງໄຊ ຫາ ເມືອງຫລາ ແຂວງອຸດົມໄຊ ຍັງບໍ່ສາມາດສັນຈອນໄດ້ ຂ່າວສານບ້ານເມືອງ
ຫອບຂຶ້ນລົດແຮງງານເຂົ້າມາເຮັດວຽກລະເມີດຄຳສັ່ງ ເລື່ອງເດັ່ນ
ສານຕັດສິນປະຫານຊີວິດ ຜູ້ຄ້າຢາເສບຕິດ 2 ຄົນ ແລະ ຈໍາຄຸກອີກ 2 ຄົນ ຂ່າວສານບ້ານເມືອງ
ກຸ່ມສີໄຄ ເມືອງສີໂຄດຕະບອງ ເລີ່ມປະຕິບັດມາດຕະການກວດກາການສັນຈອນ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme