Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄປຫາກິນບໍ່ກັບບ້ານສອງມື້ ພົບເສຍຊີວິດກາງປ່າພ້ອມຮອຍຕີນຊ້າງ

Posted on 26/08/202026/08/2020 By All in LAOS No Comments on ໄປຫາກິນບໍ່ກັບບ້ານສອງມື້ ພົບເສຍຊີວິດກາງປ່າພ້ອມຮອຍຕີນຊ້າງ

ຄໍາມ່ວນ: ເຫດການດັ່ງກ່າວແມ່ນເກີດຂຶ້ນທີ່ບ້ານນາກາຍໃຕ້, ເມືອງນາກາຍ, ແຂວງຄຳມ່ວນ ເຊິ່ງແມ່ນທ້າວ ຄຳເໝັ້ນ ອາຍຸປະມານ 70 ປີ ໄດ້ເຂົ້າປ່າເພື່ອຊອກຫາກິນ (ຊອກເຫັດ) ແຕ່ວັນທີ 22 ສິງຫາ 2020 ແຕ່ພາຍຫລັງທີ່ເຂົ້າໄປນັ້ນກໍ່ບໍ່ກັບອອກມາເລີຍ ຄອບຄົວຂອງຜູ້ກ່ຽວຈຶ່ງໄດ້ແຈ້ງຕໍ່ການຈັດຕັ້ງບ້ານ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງອອກຊອກຫາ.

ຫລັງຈາກທີ່ຊອກຫາເປັນເວລາ 2 ວັນ ກໍ່ພົບຜູ້ກ່ຽວເສຍຊີວິດຢູ່ໃນປ່າ ໃນສະພາບຫົວແຕກ ແລະ ຂາເບື້ອງຫນຶ່ງຫັກ, ເຊິ່ງໃນບໍລິເວນທີ່ພົບເຫັນສົບຂອງຜູ້ເສຍຊີວິດແມ່ນມີຮອຍຕີນຊ້າງຢູ່ເປັນຈຳນວນຫລາຍ ເຈົ້າຫນ້າທີ່ຈຶ່ງສັນນິຖານວ່າຜູ້ກ່ຽວອາດຖືກຊ້າງປ່າໄລ່ຢຽບ ຈົນເຮັດໃຫ້ເສຍຊີວິດ.

ຕາມການໃຫ້ຂໍ້ມູນຂອງ ທ່ານ ເຄນສີ ແດງຮຸ່ງເຮືອງ ນາຍບ້ານໆນາກາຍໃຕ້ ໃຫ້ຮູ້ວ່າ: ໃນປີທີ່ຜ່ານມາກໍ່ເຄີຍມີຊ້າງປ່າຝູງໃຫຍ່ ທີ່ອອກມາອາລະວາດ, ທຳລາຍຜົນລະປູກ ແລະ ເຮັດໃຫ້ປະຊາຊົນແຕກຕື່ນ.

ຂ່າວສານບ້ານເມືອງ

Post navigation

Previous Post: ລົດຂົນແຮ່ຊາຍຕໍາກັບລົດຈັກເສຍຊີວິດຄາທີ່ 5 ຄົນທີ່ ເມືອງນອງ
Next Post: ສຸດເສົ້າ ແມ່ກອດຮ່າງລູກຊາຍທີ່ຖືກລົດຕໍາເສຍຊີວິດເຂດບ້ານນາທອນເມືອງໄຊຍະບູລີ

Related Posts

ເມືອງແກ່ນທ້າວ ປະກາດບ້ານວັງປາ ເປັນບ້ານແບບຢ່າງປະຕິບັດກົດໝາຍ ຂ່າວສານບ້ານເມືອງ
ຫຼາຍບ້ານຢູເມືອງຊະນະສົມບູນ ໄດ້ຮັບຜົນກະທົບຈາກອິດທິພົນຂອງລົມພາຍຸໝູນເຂດຮ້ອນ ( ໂນອຶນ ) ຂ່າວສານບ້ານເມືອງ
Construction of New, Mega Cultural Park in Vientiane Commences ຂ່າວສານບ້ານເມືອງ
ລົດເສຍຫຼັກຕໍາເສົາໄຟຟ້າກາງເດິກເຈັບຫົກຄົນທີ່ ນະຄອນ ໄກສອນ ພົມວິຫານ ຂ່າວສານບ້ານເມືອງ
ຂ່າວບຸນຊາຕະກາຣ ຄົບຮອບ 100 ປີ ສາທຸໃຫຍ່ຄຳຈັນທຣ໌ ວີຣະຈິດຕະມະຫາເຖຣະ ທີ່ວັດແສນ ສຸຂາຣາມ ຂ່າວສານບ້ານເມືອງ
ກັກຕົວໄວລຸ້ນ 3 ຄົນ ທີ່ກໍ່ເຫດຈູດກະໂພກ ຢູ່ຕາມເສັ້ນທາງເຂດເມືອງສີໂຄດຕະບອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme