Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະກາດ ການສ້າງຕັ້ງ ສະຫະພັນ ຊາວໜຸ່ມລາວ (Lao Youth Federation)

Posted on 26/08/202026/08/2020 By All in LAOS No Comments on ປະກາດ ການສ້າງຕັ້ງ ສະຫະພັນ ຊາວໜຸ່ມລາວ (Lao Youth Federation)

ນະຄອນຫຼວງວຽງຈັນ: ໃນຕອນບ່າຍວັນທີ 25 ສິງຫາ 2020 ຢູ່ທີ່ຫໍວັດທະນະທຳແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໃນພິທີມີສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານແນວລາວສ້າງຊາດ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ແຂກຜູ້ມີກຽດ ອີກຫຼາຍທ່ານ ເຂົ້າຮ່ວມ.

ວັດຖຸປະສົງຂອງສະຫະພັນຊາວໜຸ່ມລາວແມ່ນຄຸ້ມຄອງ ແລະ ສຶກສາອົບຮົມ, ເຕົ້າໂຮມເອົາຊາວໜຸ່ມ-ໄວໜຸ່ມທີ່ຢູ່ທຸກຄົງເຂດວຽກງານຂອງສັງຄົມລາວ ລວມທັງຊາວໜຸ່ມ-ໄວໜຸ່ມລາວທີ່ແມ່ນສັນຊາດລາວ ຢູ່ຕ່າງປະເທດ ໃຫ້ມີຄວາມສາມັກຄີ, ຮັກເຊື້ອແພງຊາດ ແລະ ສົ່ງເສີມຫົວຄິດປະດິດສ້າງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ແນໃສ່ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ.

ສະຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມຂອງຊາວໜຸ່ມລາວບັນດາເຜົ່າ, ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ແລະ ມອບໝາຍໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນຜູ້ຂົນຂວາຍສ້າງຕັ້ງ ທັງເປັນແກນນໍາໃນການເຄື່ອນໄຫວ, ສະຫະພັນຊາວໜຸ່ມລາວປະກອບດ້ວຍຊາວໜຸ່ມບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ສາຂາອາຊີບທີ່ມີຄວາມຕື່ນຕົວ, ສະໝັກໃຈປະກອບສ່ວນເຂົ້າໃນຂະບວນການລວມ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ແມ່ນການຈັດຕັ້ງສັງຄົມທີ່ກ້ວາງຂວາງຂອງຊາວໜຸ່ມລາວບັນດາເຜົ່າ, ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍແມ່ນ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນແກນນຳ, ສະຫະພັນຊາວໜຸ່ມລາວ ຂຽນຫຍໍ້ວ່າ: ” ສຊລ ” ຂຽນເປັນພາສາອັງກິດ: Lao Youth Federation (LYF).

ລະບົບການຈັດຕັ້ງຂອງສະຫະພັນຊາວໜຸ່ມລາວມີ 3 ຂັ້ນຄື້: 1) ຂັ້ນສູນກາງ, 2) ຂັ້ນແຂວງ, ນະຄອນຫຼວງ, 3) ຂັ້ນເມືອງ, ເທດສະບານ ແລະ ນະຄອນ. ສະຫະພັນຊາວໜຸ່ມລາວ ແມ່ນຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນເປັນແກນນໍາ ເພື່ອເຂົ້າຫາ, ເຕົ້າໂຮມເອົາຊາວໜຸ່ມ-ໄວໜຸ່ມ, ຊາວຜຸ້ອອກແຮງງານ, ຊາວໜຸ່ມນັກຮຽນ-ນັກສຶກສາ, ຊາວໜຸ່ມ-ໄວໜຸ່ມປັນຍາຊົນ, ຊາວໜຸ່ມຄ້າຂາຍ ແລະ ອົງການຈັດຕັ້ງທາງສັງຄົມທີ່ມີພາລະບົດບາດໃນການເຄື່ອນໄຫວຢູ່ໃນອາຍຸຂອງຊາວໜຸ່ມ-ໄວໜຸ່ມລາວ (15-35ປີ) ທັງພາຍໃນ ແລະ ຢູ່ຕ່າງປະເທດ. ແມ່ນອົງການນຳຂັ້ນສູງສຸດຂອງສະຫະພັນຊາວໜຸ່ມລາວ ບຸກຄະລາກອນທີ່ຈະມາປະກອບເຂົ້າໃນໂຄງປະກອບບຸກຄະລາກອນປະກອບມີ ປະທານ, ຮອງປະທານ, ຄະນະກຳມະການກວດກາ ແລະ ຄະນະບໍລິຫານງານສະຫະພັນຊາວໜຸ່ມລາວ.

ກົມສື່ມວນຊົນໜຸ່ມລາວ

ເລື່ອງເດັ່ນ

Post navigation

Previous Post: ເສຍຊີວິດຄາທີ່ 3 ຄົນ ຕໍາກັນສາມຊ້ອນ ທີ່ທ່າແຂກ (ມີຄລິບ)
Next Post: ກອງປະຊຸມພົບປະແລກ ປ່ຽນບົດຮຽນກ່ຽວກັບວຽກງານກາແດງແລະກົດຫມາຍວ່າດ້ວຍວຽກງານກາແດງລາວ

Related Posts

ລົດໃຫຍ່ຕໍາກັນຮຸນແຮງ ເຈັບ 4 ຄົນ ທາງໜອງພະຍາ ຂ່າວສານບ້ານເມືອງ
ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວຕິດຕາມສະພາບຝົນຕົກນ້ຳຖ້ວມຢູ່ພາຍໃນແຂວງ ຂ່າວສານບ້ານເມືອງ
ຕໍາສະທີ່ສີ່ແຍກທາດຫຼວງ ບໍ່ແມ່ນເບກແຕກ ແຕ່ແມ່ນເມົາແລ້ວຂັບ ຂ່າວສານບ້ານເມືອງ
ປກສ ເມືອງຄຳເກີດ ບໍລິຄຳໄຊ ກວດພົບກັນຊາອັດແທ່ງ 44 ເປົາ ຊຸກເຊື່ອງໃນລົດບັນທຸກ ຂ່າວສານບ້ານເມືອງ
ຊຸມແຊວວົງແຕກ! ເມື່ອເຈົ້າໜ້າທີ່ຂໍຮ່ວມວົງນໍາ ເລື່ອງເດັ່ນ
ກອງພັນປ້ອງກັນເຄື່ອນທີ່ໄວ ປກສ ນວ ກັກຕົວເປົ້າໝາຍ 4 ຄົນ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme