Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວດີ! ປະເທດລາວບໍ່ພົບຜູ້ຕິດເຊື້ອເພີ່ມໂຄວິດ-19 ແລະ ຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍໄດ້ມື້ນີ້ ຫຼັງກວດຫາເຊື້ອເປັນລົບ 2 ຄັ້ງຕິດຕໍ່ກັນ

Posted on 25/08/202025/08/2020 By News No Comments on ຂ່າວດີ! ປະເທດລາວບໍ່ພົບຜູ້ຕິດເຊື້ອເພີ່ມໂຄວິດ-19 ແລະ ຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍໄດ້ມື້ນີ້ ຫຼັງກວດຫາເຊື້ອເປັນລົບ 2 ຄັ້ງຕິດຕໍ່ກັນ

ໃນວັນທີ 25 ສິງຫາ 2020 ນີ້ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 21 ແມ່ນບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ, ໃນນມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສ່ວນຜູ້ຕິດເຊື້ອກໍລະນີ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ທັງນີ້, ວັນທີ 24 ສິງຫາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 513 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 72 ຕົວຢ່າງ, ແຮງງານຈີນ 396 ຕົວຢ່າງ, ແຮງງານລາວມາແຕ່ຈີນ 3 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 3 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 38 ຕົວຢ່າງ, ຜູ້ຕິດເຊື້ອກໍລະນີທີ 21 ມາກວດຄືນ 1 ຕົວຢ່າງ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ.​ຂ່າວດີຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍໄດ້ມື້ນີ້ ຫຼັງກວດຫາເຊື້ອເປັນລົບ 2 ຄັ້ງຕິດຕໍ່ກັນ

ບັນທຶກການຖະແຫລງຂ່າວ

ຂ່າວສານບ້ານເມືອງ

Post navigation

Previous Post: ຄົນຕິດເຊື້ອ ໂຄວິດ-19 ທີີ 21 ອອກໂຮງໝໍແລ້ວ
Next Post: ເສຍຊີວິດຄາທີ່ 3 ຄົນ ຕໍາກັນສາມຊ້ອນ ທີ່ທ່າແຂກ (ມີຄລິບ)

Related Posts

ຮອງເຈົ້າເມືອງໄຊທານີລົງມາຊີ້ນໍາແກ້ໄຂບັນຫາຂົວນໍ້າເຄັມທ່າງ່ອນ-ເວີນຄໍາ ຂ່າວສານບ້ານເມືອງ
ໂຈະການຄົ້ນຫາພໍ່ຕູ້ພວງຊົ່ວຄາວ-ຄອບຄົວພາວະນາໃຫ້ມີປະຕິຫານ ຂ່າວສານບ້ານເມືອງ
ຫຼວງພະບາງປິ່ນປົວຜູ້ຕິດເຊື້ອໂຄວິດ ຫາຍດີແລ້ວ 6 ຄົນ ຂ່າວສານບ້ານເມືອງ
ທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ຂອງພັກ ຂ່າວສານບ້ານເມືອງ
ຄະນະສະເພາະກິດເປັນຫ່ວງພົບໂອໄມກຣອນທີ່ບໍລິຄໍາໄຊ ຢ້ານລະບາດເປັນວົງກວ້າງ ຂ່າວສານບ້ານເມືອງ
ນາຍົກ ຮຽກຮ້ອງທົ່ວສັງຄົມຈົ່ງໄດ້ພ້ອມກັນເປັນເຈົ້າການ ເຂົ້າຮ່ວມໃນການສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme