ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19
ປະຈໍາວັນອັງຄານ ວັນທີ 25 ສິງຫາ ປີ 2020

ໂດຍ: ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງ
ສາທາລະນະສຸກ.
I. ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 24 ສິງຫາ 2020
ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ
ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1,869 ຄົນ:
- ໃນນັ້ນຈຸດຜ່ານດ່ານລາວ-ໄທ 881 ຄົນ (ແຮງງານລາວກັບມາແຕ່ໄທ 88 ຄົນ);
- ຈຸດຜ່ານດ່ານລາວ – ຈີນ 13 ຄົນ, ໃນນີ້ມີ ແຮງງານລາວ 04 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ 09 ຄົນ;
- ຈຸດຜ່ານດ່ານລາວ – ຫວຽດນາມ 650 ຄົນ, ໃນນີ້ ມີນັກສຶກສາລາວ 02 ຄົນ ຜ່ານດ່ານນໍ້າກັ່ນ, ແຂວງຊຽງຂວາງ ແລະ ແຮງງານຫວຽດນາມ 04 ຄົນ ຜ່ານດ່ານແດນສະຫວັນ, ແຂວງສະຫວັນນະເຂດ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ;
- ຈຸດຜ່ານດ່ານ ລາວ-ກຳປູເຈຍ 00 ຄົນ;
- ເດີນທາງຜ່ານສະໜາມບິນສາກົນວັດໄຕ 325 ຄົນ (ຄົນຈີນ 288 ຄົນ, ຄົນລາວ 02 ຄົນ, ຄົນຕ່າງປະເທດ 35 ຄົນ);
- ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານ
ທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ
- ປະຈຸບັນ ທົ່ວປະເທດ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ມີ ທັງໝົດ 54 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3,274 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
- ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ
- ໃນວັນທີ 24 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 513 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 72 ຕົວຢ່າງ, ແຮງງານຈີນ 396 ຕົວຢ່າງ, ແຮງງານລາວມາແຕ່ຈີນ 03 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 03 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 38 ຕົວຢ່າງ, ຜູ້ຕິດເຊື້ອນ້ຳເບີ 21 ມາກວດຄືນ 01 ຕົວຢ່າງ,
- ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 24 ສິງຫາ 2020 ບໍ່ມີຜູ້ຕິດເຊື້ອໃໝ່,
- ຜົນກວດຂອງຜູ້ຕິດເຊື້ອນ້ຳເບີ 21 ແມ່ນບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ.
- ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 24 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 37,151 ຕົວຢ່າງ, ກວດພົບເຊື້ອສະສົມ 22 ຄົນ.
ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
ປະຈຸບັນ, ຜູ້ຕິດເຊື້ອນ້ຳເບີ 21 ຜົນກວດວິເຄາະ ແມ່ນບໍ່ພົບເຊື້ອ 2 ເທື່ອ ຕິດຕໍ່ກັນ, ສະນັ້ນ ໃນມື້ນີ້ ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສຳລັບ ຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະ
ພາບ.
II. ສະພາບການລະບາດຂອງພະຍາດ COVID-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ:
ມາຮອດວັນທີ 25 ສິງຫາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ);
- ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 23,795,052 ຄົນ;
- ເສຍຊິວິດ 816,386 ຄົນ ເຊິ່ງກວມເອົາ 3 % ຂອງຜູ້ຕິດເຊື້ອທັງໝົດ;
- ປີ່ນປົວຫາຍດີ 16,336,628 ຄົນ ເຊິ່ງກວມເອົາ 68.6 % ຂອງຜູ້ຕິດເຊື້ອທັງໝົດ;
- ຢູ່ຂົງເຂດອາຊີ ຂອງພວກເຮົາ ກໍ່ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 59,696 ຄົນ;
- ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 25 ສິງຫາ 2020 ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 419,182 ຄົນ ແລະ ເສຍຊີວິດ 10,015 ຄົນ.
III. ຂໍ້ແນະນຳ
ຜ່ານການລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາກໍ່ຄື ຢູ່ໃນບັນດາປະເທດອາຊຽນ ແລະ ໃນທົ່ວໂລກ;
ອີງໃສ່ສະພາບການດັ່ງກ່າວ ເພື່ອຫຼຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມຂອງພະຍາດ, ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງພາກັນເອົາໃຈໃສ່ ສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນ ແມ່ນ:
- ອອກຈາກບ້ານເມື່ອຈຳເປັນ;
- ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ;
- ການລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື;
- ການປະຕິບັດຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ;
- ການກິນອາຫານທີ່ປຸງສຸກໃໝ່;
- ຄວນແຍກຂອງໃຊ້ສ່ວນຕົວ ບໍ່ໃຊ້ຮ່ວມກັບຜູ້ອື່ນ;
- ເມື່ອກັບຮອດບ້ານ ຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ;
- ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອສະກັດກັ້ນ ການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່ໃນປະເທດເຮົາ;
- ຖ້າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ;
ສຳລັບລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ.
