Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ

Posted on 24/08/202024/08/2020 By News No Comments on ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ

ການລັກລອບຄ້າຂາຍສັດປ່າແບບຊະຊາຍ ແມ່ນໜຶ່ງໃນທຸລະກິດທີ່ຜິດກົດໝາຍໃນທົ່ວໂລກ, ໂດຍສະເພາະໃນລະຫວ່າງ ປີ 2011 ແລະ 2012 ຢູ່ ສປປ ລາວ ໄດ້ດໍາເນີນການກວດກາການຊື້ຂາຍສັດປ່າ ທີ່ຜິດກົດໝາຍ, ຊຶ່ງສາມາດຍຶດສັດປ່າທີ່ຫວງຫ້າມຈໍານວນ 1, 218 ໂຕ ລວມມີ 39 ຊະນິດ, ຊິ້ນສ່ວນສັດປ່າຫຼາຍກວ່າ 1 ໂຕນ ແລະ ຜະລິດຕະພັນເຄື່ອງປ່າຂອງດົງຈໍານວນ 287 ໂຕນ.

Survival Adaptations - Asian golden cat axb2012
ພາບປະກອບ

ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ : ການພັດທະນາພື້ນຖານໂຄງລ່າງ ແລະ ການ ຂຸດຄົ້ນນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງຕິດພັນກັບການຄ້າຂາຍສັດປ່າແບບຊະຊາຍໂດຍບໍ່ໄດ້ເອົາໃຈໃສ່ໃນການຄຸ້ມຄອງໃດໆໃນຜ່ານມາ, ໃນນັ້ນ ຂະບວນການສໍາປະທານຂຸດຄົ້ນໄມ້ ຍັງມີກໍາມະກອນຕັດໄມ້ຫຼາຍຄົນຍັງມີລາຍຮັບເສີມຈາກການລ່າສັດ ແລະ ການຄ້າຂາຍຊິ້ນສ່ວນສັດປ່ານຳອີກ.

Fast Fact Attack: Endangered Species No. 92 – The Asiatic Golden ...
ພາບປະກອບ

ສິ່ງເຫຼົ່ານີ້ ເກີດຂຶ້ນຍ້ອນວ່າ, ຍັງມີເຄືອຂ່າຍລັກລອບຄ້າຂາຍສັດປ່າທີ່ຜິດກົດໝາຍຈົນກາຍເປັນຄວາມຊຳນານທີ່ຖືເປັນອາຊີບຫຼັກ ແລະ ຮູ້ວິທີໃນການເຂົ້າເຖິງຖິ່ນຢູ່ອາໄສຂອງສັດປ່າທີ່ຢູ່ຫ່າງໄກ, ຊຶ່ງເປັນສາຍເຫດຫຼັກໆກໍ່ໃຫ້ເກີດການສູນພັນຂອງສັດປ່າຫຼາຍຊະນິດ.

ຂ່າວ: ວຽງຈັນທາຍ

ຮູບພາບປະກອບ

ຂ່າວສານບ້ານເມືອງ

Post navigation

Previous Post: ບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທົບທວນຄືນ ໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມາ
Next Post: ດ່ວນທີ່ສຸດ ພົບເຫັນແຈ້ງ 1191 ນັກໂທດແຫກຄຸກໂພນຕ້ອງ

Related Posts

ດີດແລ້ວກ້າ ກ່ອນລົງມືກໍ່ເຫດ ລັ ກ ລົດໃຫຍ່ ຂ່າວສານບ້ານເມືອງ
ຖໍ້າກອງລໍກັບສາຍນໍ້າຫີນບູນ ໄຫຼຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວ ປ່ອງໃສ່ແມ່ນໍ້າຂອງ ຂ່າວສານບ້ານເມືອງ
ທິມກິລາບານເຕະຈໍາປາສັກ ແຊັມບານເຕະສະຫຼອງວັນຊາດຄົບຮອບ 45 ປີ ໄດ້ຮັບເງິນອັດສີດຈາກການນຳແຂວງ 350 ລ້ານ ຂ່າວສານບ້ານເມືອງ
ກະຊວງ ປກສ ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບຕິດຕາມ ແລະ ຕອບໂຕ້ ການນຳໃຊ້ສື່ອອນໄລນ໌ ທີ່ບໍ່ຖືກຕ້ອງ ຂອງກຸ່ມຄົນບໍ່ດີ ໃນ ສປປ ລາວ ຂ່າວສານບ້ານເມືອງ
ກອງປະຊຸມອາຊຽນແບບທາງໄກ ພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ສົກປີ 2021 ຂ່າວສານບ້ານເມືອງ
ປະຫວັດການເດີນທາງຂອງຜູ້ຕິດເຊື້ອ ຈໍານວນ 9 ຄົນໃນນະຄອນຫລວງວຽງຈັນວ່າ ທັງໝົດແມ່ນພົບໃນຊຸມຊົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme