Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທົບທວນຄືນ ໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມາ

Posted on 24/08/202024/08/2020 By News No Comments on ບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທົບທວນຄືນ ໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມາ

ໃນຕອນເຊົ້າວັນທີ 24 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ເພື່ອທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະ 5 ປີ ຜ່ານມານັບແຕ່ໄດ້ຮັບການສ້າງຂຶ້ນໃນປີ 2015 ຊຶ່ງເຫັນວ່າຜ່ານການຈັດຕັ້ງບັນດາແຜນງານ ແລະ ໂຄງການຕ່າງໆພາຍໃຕ້ຖະແຫລງການຊັນຢາ, ຖະແຫລງການພະນົມເປັນ ທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1 ແລະ ຄັ້ງທີ 2 ໄດ້ມີຄວາມຄືບຫນ້າຢ່າງເປັນຮູບປະທຳຫລາຍດ້ານ ເຮັດໃຫ້ຂອບການຮ່ວມມືດັ່ງກ່າວ ໄດ້ເຕີບໃຫຍ່ຂະຫຍາຍສູ່ລວງກ້ວາງ ແລະ ລວງເລິກຢ່າງໄວວາ.

Image may contain: 3 people, people standing, text that says 'AMBODIA CHINA CHINA 中国 团 CHINA CHINA ChaL'

ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ (Enhancing Partnership for Shared Prosperity) ໂດຍການເປັນປະທານຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫລີ ເຄີ້ສຽງ ນາຍົກ ລັດຖະມົນຕີ ແຫ່ງ ສປ ຈີນ ແລະ ມີບັນດາຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທັງ 6 ປະເທດ ຄື: ກຳປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ.

ບັນດາຜູ້ນຳບັນດາປະເທດດັ່ງກ່າວ, ຍັງໄດ້ຕີລາຄາສູງຕໍ່ໝາກຜົນການຈັດຕັ້ງປະຕິບັດແຜນປະ ຕິບັດງານ 5 ປີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ໃນໄລຍະ 2 ປີກວ່າຜ່ານມາ ກໍ່ຄື ບັນດາໂຄງການຊ່ວຍເຫລືອ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້າງຊ້າງ ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ສປ ຈີນ ຈໍານວນ 300 ລ້ານໂດລາສະຫະລັດ, ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ໃນນີ້, ຫລາຍໂຄງການທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ແມ່ນໄດ້ຮັບຜົນເປັນຢ່າງດີ ໂດຍສະເພາະແມ່ນໃນຂົງເຂດການພັດ ທະນາພື້ນຖານໂຄງລ່າງ, ພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ.

Image may contain: 3 people, people standing, text that says 'AMBODIA CHINA CHINA 中国 团 CHINA CHINA ChaL'

ນອກຈາກນີ້, ບັນດາຜູ້ນຳຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລື ທິດທາງການຮ່ວມມືໃນຕໍ່ຫນ້າຫລາຍບັນຫາ, ໜຶ່ງໃນນັ້ນແມ່ນການເພີ່ມທະວີຮ່ວມມືກັນໃນຕໍ່ໜ້າ ເພື່ອຕໍ່ສູ້ກັບພະ ຍາດໂຄວິດ-19 ແລະ ວາງທິດທາງຟື້ນຟູເສດຖະກິດ-ສັງຄົມ ຕໍ່ໜ້າສະພາບທີ່ພະຍາດຮ້າຍແຮງດັ່ງ ກ່າວ ຍັງສືບຕໍ່ແຜ່ລະບາດຢູ່ຫລາຍພາກພື້ນ ລວມທັງພາກພື້ນແມ່ນໍ້າຂອງ.

ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາຖະແຫລງການວຽງຈັນ (Vientiane Declaration) ແລະ ເອກະສານກ່ຽວຂ້ອງຈໍານວນໜຶ່ງ ເພື່ອເປັນບ່ອນອີງສຳຄັນໃຫ້ແກ່ການຮ່ວມມື ລະຫວ່າງປະເທດແມ່ນໍ້າຂອງ ແລະ ສປ ຈີນ ກໍ່ຄື ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນອານະຄົດ ແລະ ໃນໄລ ຍະ 2 ປີ ຂ້າງໜ້າ (2020-2022) ແມ່ນສາທາລະນະລັດ ສະຫະພາບມຽນມາ ຈະໄດ້ເປັນປະທານຮ່ວມ ກັບ ສປ ຈີນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຖະແຫລງຂ່າວ ປະຈຳວັນທີ 24 ສິງຫາ 2020 ລາວບໍ່ພົບຜູ້ຕິດເຊື້ອໃໝ່ເພີ່ມໂຄວິດ-19
Next Post: ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າຫຼາຍຊະນິດ

Related Posts

ຝຶກອົບຮົມ ໃຫ້ຄວາມຮູ້ພື້ນຖານໂພຊະນາການ ແມ່ ແລະ ເດັກ ຂ່າວສານບ້ານເມືອງ
ຫ້າມຈັດງານ-ປິດຮ້ານຄາຣະໂອເກະແລະສະຖານບັນເທີງ 5-30/4/2022 ຂ່າວສານບ້ານເມືອງ
ອຸຕຸເຕືອນ! ກຽມຮັບມືເຝົ້າລະວັງຝົນສິຕົກໜັກໄລຍະວັນທີ 23-27 ມິຖຸນານີ້ ຂ່າວສານບ້ານເມືອງ
ຮອງປະທານປະເທດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ຊ່ວຍແດ່! ລົດຈົກຕັນທາງ ຫ້າມສັນຈອນ! ເສັ້ນທາງແຍກ 13 ໃຕ້ ບ້ານສອງຫ້ອງ-ບໍ່ໂພນຕິ້ວ-ບ້ານບໍ່ແໜງ ເມືອງຫີນບູນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme