Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເສຍຊີວິດ 1 ຄົນ ລົດຈັກຕໍາທ້າຍລົດພ່ວງກາງເດິກ ທາງເຂດບ້ານດົງສາງຫີນ

Posted on 24/08/202024/08/2020 By All in LAOS No Comments on ເສຍຊີວິດ 1 ຄົນ ລົດຈັກຕໍາທ້າຍລົດພ່ວງກາງເດິກ ທາງເຂດບ້ານດົງສາງຫີນ

ນະຄອນຫຼວງວຽງຈັນ: 1624 ລາຍງານເຫດສະຫຼົດໃຈ ອຸບັດຕິເຫດລົດຈັກຕຳທ້າຍລົດພ່ວງ (ເສຍຊີວິດໃນເວລາຕໍ່ມາ) ເຂດບ້ານດົງສ້າງຫີນ

ໃນວັນທີ 23 ສິງຫາ 2020 ເວລາ 23:00 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດຈັກຕຳທ້າຍລົດພ່ວງ ຢູ່ບ້ານ ດົງສ້າງຫີນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 1 ຄົນເປັນເພດຊາຍ ເຊິ່ງມີອາການກະທົບຫົວ, ຫົວແຕກ ແລະ ຫົວໃຈຢຸດເຕັ້ນ.

ດັ່ງນັ້ນ, ໜ່ວຍກູ້ໄພຈຶ່ງໄດ້ທຳການປໍ້າຫົວໃຈ (CPR) ເພື່ອເຊີດຊູຊີວິດ ແລະ ປະຖົມພະຍາບານເບື້ອງຕົ້ນແລ້ວຮີບນຳສົ່ງຄົນເຈັບໄປໂຮງໝໍມິດຕະພາບ 150 ຕຽງໂດຍດ່ວນ, ແຕ່ກໍເສຍຊີວິດໃນເວລາຕໍ່ມາ.

ທາງໜ່ວຍກູ້ໄພນະຄອນຫຼວງ 1624 ຂໍສະແດງຄວາມເສຍໃຈນຳຄອບຄົວຂອງຜູ້ເສຍຊີວີດດ້ວຍ.

ລົດທີ່ເກີດເຫດແມ່ນລົດຈັກ ກໍາແພງນະຄອນ ຈສ 5844 ແລະ ລົດພ່ວງ ສະຫວັນນະເຂດ ບກ 1464

ສ່ວນສາເຫດຂອງອຸບັດຕິເຫດຄັ້ງນີ້, ເຈົ້າໜ້າທີ່ກ່ຽວຂ້ອງຈະສືບສວນຕາມຂັ້ນຕອນກົດໝາຍຕໍ່ໄປ.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ:020 2244 1624 ຫຼື ໂອນບັນຊີ

ຂ່າວສານບ້ານເມືອງ

Post navigation

Previous Post: ປະຊາຊົນບ້ານປາກທວາຍ ໂຮມແຮງຮ່ວມໃຈ ສ້າງທາງ 1.5 ກິໂລແມັດ ເຂົ້າວັດປ່າ ມູນຄ່າ 300 ລ້ານກວ່າກີບ
Next Post: ບົດເພງຫວານ ”ຄົນທີ່ເຄີຍຮັກ” ໂດຍ ນ້ອງແພ ສາວວາປີ

Related Posts

ປກສ ເມືອງໄຊທານີ ກັກໂຕທ້າວ ຄວາຍ ກໍ່ເຫດ ລັ ກ ງົວປະຊາຊົນ ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສຸນກາງພັກ ສະໄຫມທີ XI ພ້ອມດ້ວຍພັນລະຍາ ຂ່າວສານບ້ານເມືອງ
ຊົມເຊີຍ! ມອບເຮືອນຢູ່ຖາວອນ 153 ຫລັງ ໃຫ້ປະຊາຊົນ ເມືອງສະຫນາມໄຊ ຂ່າວສານບ້ານເມືອງ
ຂ່າວດີ! ລັດກຽມສັບຊ້ອນພະນັກງານ-ລັດຖະກອນຕາມທິດມີຂຶ້ນ-ມີລົງ ແລະ ມີອອກ-ມີເຂົ້າ ຂ່າວສານບ້ານເມືອງ
ເຊັນສັນຍາສຳປະທານໂຄງການຂຸດຄົ້ນ ແລະປຸງແຕ່ງຫີນອ່ອນຢູູ່ບ້ານແດນສະຫວ່າງ ນະຄອນຫຼວງພະບາງ ຂ່າວສານບ້ານເມືອງ
ປະຊາຊົນ ບ້ານໂພນໂຮມ ເມືອງນ້ຳບາກຕື່ນຕົວມອບ ອ າ ວຸ ດ ລ່າເນື້ອຄືນໃຫ້ເຈົ້າໜ້າທີ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme