Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມປືກສາຫາລືກ່ຽວກັບການຄຸ້ມຄອງຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທິງຄາລະໂອເກະ ທີ່ຫຼວງພະບາງ

Posted on 23/08/202023/08/2020 By All in LAOS No Comments on ກອງປະຊຸມປືກສາຫາລືກ່ຽວກັບການຄຸ້ມຄອງຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທິງຄາລະໂອເກະ ທີ່ຫຼວງພະບາງ

ຫຼວງພະບາງ: ວັນທີ 20 ສິງຫາ 2020 ນີ້, ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການຄຸ້ມຄອງຮ້ານອາຫານ, ຮ້ານກິນດືມ, ຮ້ານບັນເທິງຄາລະໂອເກະ, ໂດຍການເປັນປະທານຂອງທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງແລະທ່ານ ສົມດີ ພອນສະຫວັດ,ປະທານແນວລາວສ້າງຊາດນະຄອນຫລວງພະບາງ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງແລະພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ປອ ນາງ ສຸດາພອນ ຄົມທະວົງ ມີຄຳເຫັນວ່າ:

ກອງປະຊຸມຄັ້ງນີ້ ເປັນການປືກສາຫາລືຮ່ວມກັນຂອງຄະນະສະເພາະກິດເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານການລົງຕິດຕາມກວດກາບັນດາຮ້ານອາຫານ, ຮ້ານກິນດືມ, ຮ້ານບັນເທິງຄາລະໂອເກະ ໃນຊ່ວງໄລຍະທີ່ດຳເນີນມາດຕະການການປ້ອງກັນ, ຄວມຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ໃນ 4 ເດືອນຜ່ານມາ, ມີຂໍ້ດີ, ຂໍ້ຫຍຸ້ງຍາກແນວໃດ ແລະ ຍັງມີບັນຫາໃດທີ່ຄວນຈະນຳສະເໜີຕໍ່ຂັ້ນເທິງມີຄຳເຫັນແນະນຳຕື່ມໃນການລົງຈັດປະຕິບັດຕົວຈິງໃນຕໍ່ໜ້າ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດລົງຕິດຕາມກວດກາຮ້ານອາຫານ, ຮ້ານກິນດືມ, ຮ້ານບັນເທິງຄາລະໂອເກະ ໃນໄລຍະ 4 ເດືອນ(5-8/ 2020) ຜ່ານມາຂອງຄະນະສະເພາະກິດ ໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຫຍຸ້ງຍາກ ແລະ ຂໍສະເໜີຈຳນວນໜື່ງ, ຜ່ານການລົງຕິດຕາມກວດກາໃນ 4 ເດືອນຜ່ານມາມີທັງໝົດເກືອບ 20 ຄັ້ງ.

ຈາກນັ້ນຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄຳເຫັນຢ່າງກົງໄປກົງມາ ແລະ ຈະສຸມໃສ່ການປະຕິບັດຕາມມາດຕະການຜ່ອນຜັນ ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ. ຕອນທ້າຍ ທ່ານຫົວຫນ້າພະແນກ ຖວທ ຍັງໄດ້ຊີ້ນຳຢ່າງເດັດຂາດວ່າ ທຸລະກິດບັນເທິງແລະຮ້ານກິນດຶ່ມທີ່ຂັ້ນໃດຄຸ້ມຄອງກໍ່ຕາມ ແມ່ນໃຫ້ປິດບໍລິການ ຕາມການແຈ້ງຂອງພະແນກ ຖວທ ກໍ່ຄື ການປະຕິບັດຕາມຄຳສັ່ງແນະນຳຂອງຄະນະສະເພາະກິດຂັ້ນສູນກາງແລະ ມອບໃຫ້ເຈົ້າຫນ້າທີ່ ໃຊ້ມາດຕະການຢ່າງເດັດຂາດ ຕໍ່ຫົວຫນ່ວຍທຸລະກິດທີ່ລະເມີດແລະ ໂດຍອີງໃສ່ສະພາບປະຈຸບັນຕ້ອງໄດ້ແນະນຳໃຫ້ຜູ້ປະກອບການຖືເອົາໄລຍະການຜ່ອນຜັນນີ້ ປັບປຸງທຸລະກິດຂອງຕົນເອງໃຫ້ດີຂື້ນ, ໃຫ້ໄດ້ຕາມມາດຕະຖານການບໍລິການ ໂດຍສະເພາະຮ້ານອາຫານແລະຮ້ານບັນເທີງ ທີ່ຍັງບໍ່ໄດ້ຕາມມາດຕະຖານທີ່ກຳນົດໄວ້ໃນດຳລັດວ່າດ້ວຍການບັນເທິງ.

ຂ່າວ: ວໍລະນຸດ ສີລິກຸນ

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ກອງບັນຊາການທະຫານເຂດ 4 ກອງທັບ ປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ກອງທັບປະຊາຊົນລາວ
Next Post: ປະຊາຊົນບ້ານປາກທວາຍ ໂຮມແຮງຮ່ວມໃຈ ສ້າງທາງ 1.5 ກິໂລແມັດ ເຂົ້າວັດປ່າ ມູນຄ່າ 300 ລ້ານກວ່າກີບ

Related Posts

ທະຫານແຂວງສະຫວັນນະເຂດມອບ ຂ ອງ ກ າງ ຢ ບ 9 ແສນກວ່າ ເ ມັ ດໃຫ້ກອງບັນຊາການ ປກສ ແຂວງ  ຂ່າວສານບ້ານເມືອງ
ຊົມເຊີຍ ແພດໝໍໂຮງໝໍມະໂຫສົດ ຊ່ວຍເອົາກະແຈອອກຈາກຄໍຄົນເຈັບໄດ້ ຢ່າງປອດໄພ ຂ່າວສານບ້ານເມືອງ
ປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ ແລ້ວ ຂ່າວສານບ້ານເມືອງ
ປະກາດຊອກຫາອ້າຍ ໜູທອງ ບ້ານບຸ່ງແກ້ວ ຂາດການຕິດຕໍ່ແຕ່ປີ 1997 ຂ່າວສານບ້ານເມືອງ
ຂ່າວດີກາຊ່ວນລົງ ຂ່າວຮ້າຍແອັດຊັງຂຶ້ນ ເລີ່ມ 2 ຕຸລາ ຂ່າວສານບ້ານເມືອງ
ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ອອກຄໍາແນະນໍາ ຕໍ່ ມາດຕະການຜ່ອນຜັນ 18/5-1/6/2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme