Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງບັນຊາການທະຫານເຂດ 4 ກອງທັບ ປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ກອງທັບປະຊາຊົນລາວ

Posted on 23/08/202023/08/2020 By All in LAOS No Comments on ກອງບັນຊາການທະຫານເຂດ 4 ກອງທັບ ປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ກອງທັບປະຊາຊົນລາວ

ກອງທັບ: ໃນວັນທີ 20 ສິງຫາ ນີ້, ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພົນຈັດ ຕະວາ ຫາເຕີນຕ້ຽນ ຮອງຫົວໜ້າ ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດ ນາມໄດ້ນຳເອົາອຸປະກອນການ ແພດ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19 ມາມອບໃຫ້ກອງທັບ ປະຊາ ຊົນລາວ, ຕາງໜ້າກ່າວຮັບໂດຍ ສະຫາຍ ພັນເອກ ນາງ ວັນເພັງ ພວງສາວະດີ ຮອງຫົວໜ້າກົມ ເສນາຮັກ ກົມໃຫຍ່ພະລາທິການ ກອງທັບ, ຮອງຫົວໜ້າກອງເລ ຂາສະເພາະກິດປ້ອງກັນຄວບ ຄຸມ ແລະ ແກ້ໄຂການແຜ່ລະບາດ ພະຍາດ ໂຄວິດ-19 ກະຊວງປ້ອງ ກັນປະເທດ.

ອຸປະກອນການແພດທີ່ນຳມາມອບໃຫ້ໃນຄັ້ງນີ້ມີທັງໝົດມີ 12 ຊະນິດຄື: ທາດເຄມີຂ້າເຊື້ອ 765 ກິໂລ, ຊຸດປ້ອງກັນເຊື້ອ7 ຊະ ນິດ 500 ຊຸດ, ຊຸດປ້ອງກັນເຊື້ອ 5 ຊະ ນິດ 500 ຊຸດ, ຜ້າອັດປາກການ ແພດ 29.700 ອັນ, ຜ້າອັດປາກ 48.300ອັນ, ຜ້າອັດປາກ N95 ເປັນຈຳນວນ 840 ອັນ, ຖົງມື ການ ແພດ 4.800 ຊຸດ, ບາຫຼອດ ວັດແທກອູນຫະພູມ 175 ອັນ, ເຈວລ້າງມື 20.000 ແກ້ວ, ຖັງສີດຢາ 20 ອັນ ແລະ ຫົວສີດຢາ ຂ້າເຊື້ອ 80 ອັນ.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%

ໃນພິທີ ສະຫາຍ ພັນເອກ ວັນເພັງ ພວງສາວະດີ ໄດ້ກ່າວຄຳ ຂອບໃຈຕໍ່ກັບກອງທັບ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍ ຄື ກອງບັນຊາການທະຫານເຂດ 4 ເຊິ່ງຍາມໃດກໍໃຫ້ຄວາມເປັນ ຫວ່ງເປັນໃຍກອງທັບປະຊາຊົນ ລາວ ເວລາພົບບັນຫາກໍໃຫ້ການ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະ ຫຼອດມາ ພ້ອມນີ້ກໍໄດ້ໃຫ້ຄຳໝັ້ນ ສັນຍາວ່າຈະນຳເອົາເຄື່ອງມືອຸປະ ກອນການແພດທີ່ກອງບັນຊາ ການທະຫານເຂດ4 ມອບໃຫ້ໃນ ຄັ້ງນີ້ ໄປມອບຕໍ່ໃຫ້ກັບໂຮງໝໍບໍ ລິເວນ, ບັນດາກົມກອງທ້ອງຖິ່ນ ເພື່ອນຳໃຊ້ເຂົ້າໃນວຽກງານ ປ້ອງກັນຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19.

ຂ່າວສານບ້ານເມືອງ

Post navigation

Previous Post: ອັບເດດສະພາບທາງດິນເຈື່ອນ 13 ເໜືອ ທີ່ເມືອງກາສີ 23/8/2020
Next Post: ກອງປະຊຸມປືກສາຫາລືກ່ຽວກັບການຄຸ້ມຄອງຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທິງຄາລະໂອເກະ ທີ່ຫຼວງພະບາງ

Related Posts

ດ່ວນເດີ້! ສະຫວັນເຂດເເຈ້ງ ສືບຕໍ່ປະຕິບັດມາດຕະການ ເລີ່ມວັນທີ 5ຫາ30 ສິງຫາ 2021 ຂ່າວສານບ້ານເມືອງ
ປະທານສະພາປະຊາຊົນແຂວງ ລົງຕິດຕາມກວດກາ ແລະ ຊຸກຍູ້ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມພ້ອມມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນເມືອງນອງ ແລະ ເຊໂປນ ຂ່າວສານບ້ານເມືອງ
ສະຫຼະເວລາອ່ານເພື່ອເປັນຂໍ້ມູນ ເກືອບ ຖີ້ ມ ຊີ ວິ ດ ຍ້ອນໂຄວິດລົງປອດ ຂ່າວສານບ້ານເມືອງ
ລົງນາມຮ່ວມມື ກ່ຽວກັບການທົດສອບ ແລະ ຕິດຕາມກວດກາຄຸນນະພາບເຕົາປະຢັດ ທີ່ ຫຼວງພະບາງ ຂ່າວສານບ້ານເມືອງ
ແຈ້ງການເຖິງ ບັນດາວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ (PIEs) ເລື່ອງ ຂະຫຍາຍເວລາປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ(IFRS ) ຂ່າວສານບ້ານເມືອງ
ກໍ່ສ້າງເສັ້ນທາງຮ່ອມເບຕົງ ເຂົ້າໂຮງຮຽນປະຖົມ ບ້ານແສງຈະເລີນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme