Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອັບເດດສະພາບທາງດິນເຈື່ອນ 13 ເໜືອ ທີ່ເມືອງກາສີ 23/8/2020

Posted on 23/08/202023/08/2020 By All in LAOS No Comments on ອັບເດດສະພາບທາງດິນເຈື່ອນ 13 ເໜືອ ທີ່ເມືອງກາສີ 23/8/2020

ແຂວງວຽງຈັນ: ລາຍງານສະພາບການ ແກ້ໄຂທາງເຈື່ອນ ທີ່ທາງ 13N Km231+700 ເຂດບ້ານນໍ້າແກ່ນ, ເມືອງກາສີ ແຂວງວຽງຈັນ ໃຫ້ຮູ້ໃນວັນທີ່ 23 ສິງຫາ 2020 ນີ້ວ່າ ສາມາດເຄື່ອນຍ້າຍດິນ ແລະ ລະບາຍການຈາລະຈອນໄດ້ແລ້ວ ແຄ່ກໍ່ຍັງຫຍຸ້ງຍາກ.

ຫາກຝົນຍັງສືບຕໍ່ຕົກ ກໍ່ອາດເຮັດໃຫ້ດິນເຈື່ອນລົງມາອີກ. ທ່ານໃດຈະເດີນທາງ 13 ເໜືອ ກໍາໃຫ້ກວດສອບເສັ້ນທາງເປັນປະຈໍາ.

ລາຍງານໂດຍ: ອານຸພົນ ພົມຮັກສາ

.

.

ຄລິບ 23/8/2020

ຂ່າວກ່ອນໜ້ານີ້

ວຽງຈັນ: ລາຍງານຈາກປະຊາຊົນ ແລະ ຍທຂ ແຂວງຫຼວງພະບາງ ໃຫ້ຮູ້ ໃນຕອນແລງວັນທີ່ 21/8/2020 ເສັ້ນທາງ 13 ເໜືອ ຈຸດ ດິນເຈື່ອນ ເຂດເມືອງກາສີ ແຂວງວຽງຈັນ ແມ່ນບໍ່ສາມາດຜ່ານໄດ້.

ດັ່ງນັ້ນຈິ່ງແຈ້ງເຕືອນປະຊາຊົນທີ່ຈະເດີນທາງຜ່ານທາງ 13 ເໜືອໃຫ້ຫຼີກລ້ຽງ. ຄາດວ່າພາຍໃນ ວັນທີ່ 22/8/2020 ຈະສາມາດ ສ້ອມແປງທາງ ແລະ ເຄື່ອນຍ້າຍດິນ ແລະ ຫີນທີ່ເຈື່ອນຕັນທາງອອກໄດ້.

ຄວາມຄືບໜ້າຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ

ພາບ: ອານຸພົນ ພົມຮັກສາ

.

ຄລິບປະຊາຊົນຊ່ວຍຍົກລົດ

ຂ່າວກ່ອນໜ້ານີ້

ວຽງຈັນ: ລາຍງານຈາກ ສະຫາຍ ພູວອນ ວິຊາການ ຄຸ້ມຄອງການສ້ອມແປງທາງ ໃຫ້ຮູ່ໃນຕອນເຊົ້າ ວັນທີ່ 20/8/2020 ທາງ13N Km231+700 ເຂດບ້ານນໍ້າແກ່ນ, ເມືອງກາສີ ແຂວງວຽງຈັນ ແມ່ນຖືກຫີນເຈື່ອນທັບຖົມເຮັດໃຫ້ທາງຖືກຕັດຂາດ

ໃນຕອນນີ້ແມ່ນຍັງບໍ່ສາມາດສັນຈອນໄປາໄດ້ ທາງຜູ້ຮັບເໝົາກຳລັງເຄື່ອນກົນຈັກເຂົ້າແກ້ໄຂ ຄາດວ່າອາດຈະເປັນມື້ອື່ນ ຈື່ງຈະສາມາດເປີດການສັນຈອນໄດ້.

ຄລິບຈາກຈຸດດິນເຈື່ອນ

ເຊິ່ງເຂດນີ້ແມ່ນດິນເຈື່ອນສອງສາມຄັ້ງແລ້ວ, ຄັ້ງກ່ອນໜ້ານີ້ແມ່ນກ່ອນຫີນໃຫຍ່ເຈື່ອນມາຕັນທາງ. ເຮັດໃຫ້ການສັນຈອນເປັນອໍາມະພາດ.

.

.

ຄວາມຄືບໜ້າຈະແຈ້ງໃຫ້ທ່ານຮັບຊາບຕື່ມພາບຫຼັງ.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ເດີນທາງຢ້ຽມຢາມ ສປປ ລາວ (22-24 ສິງຫາ)
Next Post: ກອງບັນຊາການທະຫານເຂດ 4 ກອງທັບ ປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ກອງທັບປະຊາຊົນລາວ

Related Posts

ອ່ານດ່ວນ! ຈໍານວນຜູ້ຕິດເຊື້ອ ໂ ຄ ວິ ດ ໃນແຕ່ບ້ານ ຢູ່ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ຂ່າວດ່ວນ ແອັດຊັງຂຶ້ນກາຊວນລົງ ຂ່າວສານບ້ານເມືອງ
ມອບເຄື່ອງຊ່ວຍເຫຼືອປະເພດອຸປະໂພດ ບໍລິໂພກ ໃຫ້ແກ່ຄອບຄອບຄົວທີ່ຖືກອັກຄີໄພ ຂ່າວສານບ້ານເມືອງ
ເຕືອນໄພ ລະວັງໂຈນດຶງກະເປົາ ເຫດເກີດເຂດທາງສີເມືອງ ຂ່າວສານບ້ານເມືອງ
ເສຍຊີວິດຄາທີ່ 3 ຄົນ ຕໍາກັນສາມຊ້ອນ ທີ່ທ່າແຂກ (ມີຄລິບ) ຂ່າວສານບ້ານເມືອງ
ນໍ້າຖ້ວມໜັກ ບ້ານຄັນຈົມ ເມືອງສາລະວັນ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme