Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຫດເປົ້າໝາຍເສຍຊີວິດຕອນຍິງປະທະກັນແມ່ນຄົນຮ້າຍທີ່ກໍ່ເຫດປຸ້ນຊິງຊັບຫຼາຍຄັ້ງ

Posted on 22/08/202023/08/2020 By All in LAOS No Comments on ເຫດເປົ້າໝາຍເສຍຊີວິດຕອນຍິງປະທະກັນແມ່ນຄົນຮ້າຍທີ່ກໍ່ເຫດປຸ້ນຊິງຊັບຫຼາຍຄັ້ງ

ປກສ ນະຄອນຫຼວງວຽງຈັນ: ເກີດເຫດຍິງປະທະກັນລະຫວ່າງໜ່ວຍສະເພາະກິດ ປກສ ນະຄອນຫຼວງວຽງຈັນ ແລະ ເປົ້າໝາຍກໍ່ຄະດີ ທີ່ເສັ້ນທາງໜ້າທະນາຄານຮ່ວມພັດທະນາ ບ້ານຫັດສະດີ ເມືອງຈັນທະບູລີ ນວ, ເມື່ອເວລາ 19:00 ໂມງ ຂອງຄືນວັນທີ 21 ສິງຫາ 2020, ເປັນເຫດໃຫ້ເປົ້າໝາຍເສຍຊີວິດໃນເວລາຕໍ່ມາ.

ເຫດການນີ້, ສື່ສັງຄົມອອນລາຍໄດ້ໂພດຕ່າງໆນາໆ ແຕ່ເລື່ອງນີ້ ເຈົ້າໜ້າທີ່ໄດ້ສະຫຼຸບເບື້ອງຕົ້ນ ແລະ ຊີ້ແຈງ ຄື: ກ່ອນນີ້ກໍຄື ເດືອນກໍລະກົດ ປີ 2020, ຢູ່ເຂດເມືອງຈັນທະບູລີ ມີປະກົດການປຸ້ນຈີ້, ຊິງຊັບຢ່າງຕໍ່ເນື່ອງເຖິງ 12 ຄັ້ງ, ເຊິ່ງແຕ່ລະຄັ້ງຜູ້ຖືກເຄາະຮ້າຍກໍ່ໄດ້ເຂົ້າແຈ້ງຄວາມ.

ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນ ທາງເຈົ້າໜ້າທີ່ໜ່ວຍງານສະເພາະກິດ ກໍ່ໄດ້ລົງຕິດຕາມຢ່າງໃກ້ສິດ ຕາມຄໍາສັ່ງຂອງຜູ້ບັງຄັບບັນຊາ ແລະ ສາມາດຮູ້ໄດ້ເປົ້າໝາຍ, ຈົນຮອດມື້ເກີດເຫດຄື:

ວັນທີ 21 ສິງຫາ 2020 ເວລາ 19:00 ໂມງ, ຂະນະທີ່ເປົ້າໝາຍຂີ່ລົດຈັກຄິກໄອສີແດງດໍາ ໝາຍເລກທະບຽນ ຈລ 8525 ກໍາແພງນະຄອນ ເລາະຕາມເສັ້ນທາງດັ່ງກ່າວ ເມືອເຈົ້າໜ້າທີ່ໜ່ວຍສະເພາະກິດພົບເຫັນ ຈິ່ງໄດ້ເຂົ້າປະສິດ ເພື່ອສະແດງຕົວເຂົ້າຈັບກຸມມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແຕ່ຜູ້ກ່ຽວກໍ່ບໍ່ຍອມໃຫ້ການຮ່ວມມື ແຖມຍັງຕໍ່ສູ້ຄືນດ້ວຍການຈົກປືນຍິງເຈົ້າໜ້າທີ່ກ່ອນ 2 ນັດ ແຕ່ບໍ່ຖືກ

ເພື່ອເປັນການປ້ອງກັນຊີວິດໃນເວລາປະຕິບັດໜ້າທີ່ ເຈົ້າໜ້າທີ່ຈິ່ງໄດ້ຕອບໂຕ້ຄືນ 1 ນັດ ເຮັດໃຫ້ເປົ້າໝາຍໄດ້ຮັບບາດເຈັບ ແຕ່ຍັງເອົາຕົວຫຼົບໜີ ປະມານ 10 ແມັດ ແລ້ວລົ້ມລົງ ແລະ ເສຍຊີວິດໃນເວລາຕໍ່ມາ.

ເປົ້າໝາຍປຸ້ນຈີ້, ຊິງຊັບ ລາຍນີ້ຄື: ທ້າວ ຄໍາສິນ ( ແຂກ ) ອາຍຸ 42 ປີ ຫວ່າງງານ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ຍັງຊີ້ແຈງອີກວ່າ: ເປົ້າໝາຍລາຍນີ້ ແມ່ນໜື່ງໃນເປົ້າໝາຍທີ່ເລາະທຸບແວ່ນລົດ ຕາມສາທາລະນະ ຢູ່ນະຄອນຫຼວງວຽງຈັນ ໃນປີ 2019, ທີ່ທາງເຈົ້າໜ້າທີ່ເຮົາໄດ້ໄລ່ລ້າຕິດຕາມ. ຕໍ່ກັບເຫດການນີ້, ເຈົ້າໜ້າທີ່ຈະໄດ້ຊີ້ແຈງເພີ່ມເຕີມຕໍ່ສັງຄົມ ເມື່ອມີຂໍ້ສະຫຼຸບຢ່າງຊັດເຈນ

ລາຍງານໂດຍ: ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ລົດຈັກຕຳກຳແພງເສຍຊີວິດ 1 ຄົນ ທີ່ເມືອງໄຊຍະບູລີ
Next Post: 23 ສິງຫາ ວັນຍຶດອໍານາດສູ່ລະບອບໃໝ່

Related Posts

ສປ ຈີນ ສົ່ງວັກຊິນຊ່ວຍລາວອີກ 2 ລ້ານໂດສ ພ້ອມອຸປະກອນ ຂ່າວສານບ້ານເມືອງ
ແຈ້ງການສືບຕໍ່ປະຕິບັດມາດຕະການ ແລະ ຜ່ອນຜັນປ້ອງກັນໂຄວິດຕື່ມອີກ 15 ວັນ ຂ່າວສານບ້ານເມືອງ
ແຈ້ງເຕືອນ! ຝົນຕົກໜັກ ໃນໄລຍະວັນທີ 12-14 ມີຖຸນາ 2021 ຂ່າວສານບ້ານເມືອງ
ເປີດຊອງປະມູນ ຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ ຂ່າວສານບ້ານເມືອງ
ຫາຍຫ່ວງເດີ້! ລັດຖະບານ ຍີ່ປຸ່ນ ມອບວັກຊິນປ້ອງກັນພະຍາດໂ ຄ ວິ ດ ໃຫ້ ລາວ 616.820 ຫຼອດ ຂ່າວສານບ້ານເມືອງ
ສະຫວັນນະເຂດ ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂ ຄ ວິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme