Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວດີ! ຜູ້ຕິດເຊື້ອໂຄວິດ-19 ນ້ຳເບີ 20 ຄົນສັນຊາດ ເກົາຫຼີ ຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ

Posted on 21/08/202021/08/2020 By News No Comments on ຂ່າວດີ! ຜູ້ຕິດເຊື້ອໂຄວິດ-19 ນ້ຳເບີ 20 ຄົນສັນຊາດ ເກົາຫຼີ ຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ

ຄະນະສະເພາະກິດລາຍງານສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 20 ສິງຫາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1,927 ຄົນ ໃນນັ້ນຈຸດຜ່ານດ່ານລາວ-ໄທ 1,048 ຄົນ (ແຮງງານລາວກັບມາແຕ່ໄທ 95 ຄົນ) ຈຸດຜ່ານດ່ານລາວ – ຈີນ 42 ຄົນ, ໃນນີ້ມີແຮງງານຈີນ 18 ຄົນ, ແຮງງານລາວ 04 ຄົນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 20 ຄົນ

ຈຸດຜ່ານດ່ານ ລາວ – ຫວຽດນາມ 835 ຄົນ, ໃນນີ້ ນັກສຶກສາລາວ 12 ຄົນ ແລະ ພະນັກງານວິຊາການຫວຽດນາມ 29 ຄົນ ຜ່ານດ່ານນໍ້າພາວ, ແຂວງບໍລິຄໍາໄຊ, ນັກສຶກສາລາວ 04 ຄົນ ຜ່ານດ່ານນໍ້າກັ່ນ, ແຂວງຊຽງຂວາງ, ແຮງງານຫວຽດນາມ 04 ຄົນ ຜ່ານດ່ານລະໄລ, ແຂວງສາລະວັນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ຈຸດຜ່ານດ່ານ ລາວ-ກຳປູເຈຍ 02 ຄົນ, ທັງໝົດແມ່ນຄົນຝຣັ່ງ 02 ຄົນ

ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ

ການຕິດຕາມຜູ້​ຖືກຈຳກັດບໍລິເວນຢູ່ໃນສະຖານທີ່​ ທີ່ກຳ​ນົດ​ໄວ້​ໃນ​ຂອບ​ເຂດທົ່ວປະເທດ ປະຈຸບັນທົ່ວປະເທດສູນຈໍາກັດບໍລິເວນທີ່ຍັງເປີດຢູ່ມີ ທັງໝົດ 54 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3,515 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ

ໃນວັນທີ 20 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 152 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 118 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 04 ຕົວຢ່າງ, ຜູ້ຕິດເຊື້ອນ້ຳເບີ 20 ມາກວດຄືນ 01 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 29 ຕົວຢ່າງ

ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 20 ສິງຫາ 2020 ບໍ່ມີຜູ້ຕິດເຊື້ອໃໝ່, ສຳລັບຜູ້ຕິດເຊື້ອນ້ຳເບີ 20 ຜົນກວດ ແມ່ນບໍ່ພົບເຊື້ອ 2 ເທື່ອຕິດຕໍ່ກັນ ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 20 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 35,580 ຕົວຢ່າງ, ກວດພົບເຊື້ອສະສົມ 22 ຄົນ.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ, ຜູ້ຕິດເຊື້ອນ້ຳເບີ 20 ຜົນກວດວິເຄາະ ແມ່ນບໍ່ພົບເຊື້ອ 2 ເທື່ອ ຕິດຕໍ່ກັນ, ສະນັ້ນໃນມື້ນີ້ ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 21 ແລະ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ເມືອງພຽງ ກຽມພ້ອມເຕັມທີ່ຊ່ວຍເຫຼືອ ປະຊາຊົນທີ່ປະສົບໄພນໍ້າຖ້ວມ
Next Post: ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ມອບລົດຈັກຄືນເຈົ້າຂອງເດີມ

Related Posts

ງານບຸນມະໂຫລານ ກາເຟ – ຊາ ພູພຽງບໍລະເວນ ປະຈໍາປີ 2022 ຂ່າວສານບ້ານເມືອງ
ຄະນະນຳກະຊວງປ້ອງກັນປະເທດເຂົ້າອວຍພອນ ສະຫາຍ ຈູມມາລີ ໄຊຍະສອນ ຂ່າວສານບ້ານເມືອງ
ໂຈນທຸບແວ່ນລົດເຂດໜອງບົວທອງໃຕ້ຕອນເຊົ້າມືດ ຂ່າວສານບ້ານເມືອງ
ຂ່າວດ່ວນ ຂ່າວດີ ປັບລົງລາຄານໍ້າມັນທົ່ວປະເທດ ຂ່າວສານບ້ານເມືອງ
ແພດໝໍລາວຫລາຍກວ່າ 600 ຄົນທີ່ເປັນກຸ່ມສ່ຽງ ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ສະຫາຍຫວາງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດປະຊາຊົນຈີນ ຈະເດີນທາງມາຢ້ຽມຢາມ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme